ລັດຖະບານ ເນັ້ນໜັກໃຫ້ເຈົ້າໜ້າທີ່ປະຈຳດ່ານທົ່ວປະເທດ ເຂັ້ມງວດກວດກາ ການນຳເຂົ້າ-ສົ່ງອອກ ພືດຜັກ ແລະ ໄມ້ໃຫ້ໝາກ
ເວລາອອກຂ່າວ: 2026-06-02 09:17:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 222 | ຄວາມນິຍົມ: ![]()
ເພື່ອຮັກສາແນວພັນໄມ້ໃຫ້ໝາກໃຫ້ສາມາດສະໜອງພາຍໃນຕາມທິດສີຂຽວ ສະອາດ ແລະ ຢືນຍົງ ພ້ອມທັງປົກປ້ອງຜູ້ຜະລິດ ພາຍໃນປະເທດ ຫຼຸດຜ່ອນການນຳເຂົ້າຕາມວາລະແຫ່ງຊາດທີ່ ໄດ້ກຳນົດໄວ້ລັດຖະບານ ກໍຄືກົມ ປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ໃຫ້ຂະແໜງປູກຝັງແຂວງ, ນະ ຄອນຫຼວງ ແລະ ເຈົ້າໜ້າທີ່ກັກກັນພືດປະຈຳດ່ານສາກົນ ໃນຂອບເຂດທົ່ວປະເທດ ປະສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງປະຈຳດ່ານດຳເນີນການກວດກາ, ສະກັດກັ້ນການນຳ ເຂົ້າ-ສົ່ງອອກ ແນວພັນພືດຜັກ ແລະ ໄມ້ໃຫ້ໝາກຢ່າງເຂັ້ມງວດ.
ແຈ້ງການຂອງກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ໃຫ້ຮູ້ວ່າ: ເພື່ອຮັກສາແນວ ພັນໄມ້ໃຫ້ໝາກໃຫ້ສາມາດສະ ໜອງພາຍໃນລັດຖະບານ ກໍຄື ກົມປູກຝັງ ໄດ້ກຳນົດຂໍ້ຫ້າມເຖິງຜູ້ປະກອບການ ຫ້າມສົ່ງອອກເບ້ຍພັນໄມ້ໃຫ້ໝາກທີ່ປະເທດເຮົາຍັງຂາດແຄນ ບໍ່ພຽງພໍກັບຄວາມຕ້ອງການຢູ່ພາຍໃນ ເຊັ່ນ: ໝາກມ່ວງ, ໝາກມີ້, ລຳໄຍ, ລີ້ນ ຈີ່, ໝາກຖົ່ວລຽນ ແລະ ອື່ນໆ, ແຕ່ໃນກໍລະນີທີ່ພວກເຮົາສາມາດ ຂະຫຍາຍພັນໄດ້ຫຼາຍຜະລິດເປັນສິນຄ້າ ທີ່ມີຈຸດປະສົງເພື່ອສົ່ງອອກນັ້ນ, ຕ້ອງໄດ້ນຳສະເໜີ ກົມປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເພື່ອຄົ້ນຄວ້າ ຕາມ ລະບຽບການໂດຍຜ່ານການຢັ້ງ ຢືນຈາກຂະແໜງປູກຝັງແຂວງ, ພະແນກກະສິກຳ ແລະ ສິ່ງແວດ ລ້ອມແຂວງ, ນະຄອນຫຼວງຢັ້ງ ຢືນ; ໃຫ້ຂະແໜງປູກ ຝັງແຂວງ, ນະຄອນຫຼວງເປັນເຈົ້າການໃນການເຜີຍແຜ່, ຊຸກຍູ້, ຕິດຕາມ, ກວດກາ ແລະ ລາຍງານການ ຈັດຕັ້ງປະຕິບັດມາຍັງກົມປູກຝັງ ໃນແຕ່ລະໄລຍະ ເພື່ອແກ້ໄຂໃຫ້ທັນກັບສະພາບການ. ກໍລະນີຜ່າຝືນຈະໄດ້ປະຕິບັດຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້. ທັງນີ້, ກໍເພື່ອຊຸກຍູ້ໃຫ້ການຜະລິດພາຍໃນ ມີການເຕີບໃຫຍ່ຂະຫຍາຍ ຕົວ ແລະ ມີຄວາມເຂັ້ມແຂງ. ຢ່າງໃດກໍຕາມ, ໃນປັດຈຸບັນ ສປປ ລາວ ກຳລັງຢູ່ໃນໄລ ຍະທີ່ເປີດໂອກາດໃຫ້ບັນດາຜູ້ປະກອບການ ແລະ ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີຄວາມສົນໃຈຢາກມາລົງທຶນໃສ່ການປູກພືດກະສິກຳຊະນິດຕ່າງໆ ເຊິ່ງປັດຈຸບັນໄມ້ໃຫ້ໝາກຊະນິດຕ່າງໆ ໂດຍສະເພາະແມ່ນໝາກຖົ່ວລຽນ ກໍແມ່ນເປັນພືດຊະນິດໜຶ່ງ ທີ່ກຳລັງໄດ້ຮັບຄວາມນິຍົມບໍລິໂພກຢ່າງແພຫຼາຍໃນຂົງເຂດປະເທດໃກ້ຄຽງ ໂດຍສະ ເພາະແມ່ນ ສປ ຈີນ ແລະ ມີຫຼາຍບໍລິສັດກຳລັງສຸມໃສ່ສົ່ງເສີມການປູກ ແລະ ການເຮັດສວນກ້າເບ້ຍໝາກໄມ້ ໂດຍໄດ້ຮ່ວມກັບພາກລັດ ເພື່ອເຮັດການຄົ້ນຄວ້າ ແລະ ຮັບຮອງຢັ້ງຢືນຄຸນນະພາບຂອງ ແນວພັນພືດຊະນິດຕ່າງໆ ໂດຍສະເພາະແມ່ນເບ້ຍພັນໝາກຖົ່ວລຽນ. ທັງນີ້, ກໍເພື່ອຮັບປະກັນໃຫ້ມີແນວພັນທີ່ໄດ້ຄຸນນະພາບ ສາມາດຕອບສະໜອງຮັບໃຊ້ການຜະລິດພາຍໃນ ແລະ ສົ່ງອອກຕ່າງປະເທດ.
ຂ່າວ: ທະນູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















