ທົບທວນຍຸດທະສາດແຫ່ງຊາດ ດ້ານການແພດຟື້ນຟູໜ້າທີ່ການ
ເວລາອອກຂ່າວ: 2026-06-02 09:16:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 207 | ຄວາມນິຍົມ: ![]()
ການປັບປຸງ ຄຸນນະພາບການບໍລິການ, ການຫັນເປັນທັນສະໄໝ ແລະ ຫັນເປັນເຈົ້າຕົນເອງ ໃນການ ບໍລິການສຸຂະພາບ ເປັນທິດທາງລວມ ທີ່ກອງປະຊຸມສາທາລະນະສຸກ ທົ່ວປະເທດ ໄດ້ກຳນົດໄວ້. ທັງນີ້, ກໍເພື່ອຮັບປະກັນ ການເຂົ້າເຖິງການບໍລິການດ້ານສາທາລະນະສຸກ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ທັງຕົວເມືອງ ແລະ ເຂດຫ່າງໄກສອກຫຼີກ ໄດ້ເຂົ້າເຖິງການປິ່ນປົວ ແລະ ຟື້ນຟູໜ້າທີ່ການ ທີ່ມີຄຸນນະພາບ ແລະ ທົ່ວເຖິງ, ຕະຫຼອດໄລຍະຜ່ານມາຄຸນນະ ພາບຂອງການບໍລິການມີການປັບປຸງ ແລະ ພັດທະນາຂື້ນ ເລື້ອຍໆ ເປັນເງື່ອນໄຂລວມ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ມີການປັບປຸງ ເຊັ່ນກັນ. ຢ່າງໃດກໍຕາມ ເນື່ອງຈາກ ບັນຫາພະຍາດບໍ່ຕິດຕໍ່ມີທ່າອ່ຽງເພີ່ມຂຶ້ນ, ອຸບັດເຫດຕາມທ້ອງຖະໜົນ ແລະ ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນຫຼາຍໆແຂວງ ທີ່ເປັນໄພຄຸກຄາມຕະ ຫຼອດມາ ເຊິ່ງຮຽກຮ້ອງໃຫ້ລະ ບົບສາທາລະນະສຸກ ມີຄວາມກຽມພ້ອມ ໃນການຮັບມືກັບບັນ ຫາດັ່ງກ່າວ. ໃນນັ້ນ, ວຽກງານການແພດ ແລະ ຟື້ນຟູໜ້າທີ່ການ ມີຄວາມສຳຄັນຕໍ່ວຽກງານດັ່ງ ກ່າວ.
ໃນວັນທີ 27-28 ພຶດສະພາ 2026 ຢູ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ທົບທວນຍຸດທະສາດແຫ່ງຊາດ ດ້ານການແພດຟື້ນຟູໜ້າທີ່ການ 2018-2025 ແລະ ຮັບຮອງຜົນການປະເມີນບຸກຄະລາກອນດ້ານການແພດຟື້ນຟູໜ້າທີ່ການ 2025 ໂດຍກະຊວງສາທາລະນະສຸກ ໄດ້ຮັບຮອງ ຍຸດທະສາດແຫ່ງຊາດດ້ານການແພດຟື້ນຟູໜ້າທີ່ການ ແຕ່ປີ 2018-2025ເຊິ່ງເປັນຍຸດທະສາດທຳອິດຂອງວຽກງານດ້ານການແພດຟື້ນຟູໜ້າທີ່ການ ທີ່ໄດ້ສຶກສາຂໍ້ມູນ ແລະ ຮ່າງຂຶ້ນໃນປີ 2014 ໂດຍການຮ່ວມມືຂອງພາກສ່ວນພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ຈັດກອງປະຊຸມຂຶ້ນຫຼາຍໆຄັ້ງ ໃນລະດັບສູນກາງ ແລະ ລະດັບພາກພື້ນ ເພື່ອລະດົມຄວາມຄິດເຫັນໃສ່ຮ່າງແຜນງານດັ່ງກ່າວ ຈົນຖືກຮັບຮອງ ແລະ ນຳໃຊ້ໃນໄລຍະຜ່ານມາ.
ເນື່ອງຈາກວ່າແຜນຍຸດທະສາດດັ່ງກ່າວນີ້ ໄດ້ສິ້ນສຸດວາລະລົງໃນທ້າຍປີ 2025. ຊ່ຽວຊານຈາກອົງການອະນາໄມໂລກ (WHO) ແລະ ຊ່ຽວຊານຈາກອົງການຊ່ວຍເຫຼືອມະນຸດສະທຳ (HI), ທີມງານກົມປິ່ນປົວພ້ອມ ດ້ວຍຄະນະກຳມະການຜູ້ທີ່ໄດ້ເຮັດການປະເມີນຕົວຈິງ ໄດ້ທົບ ທວນ ແລະ ປະເມີນຜົນການຈັດ ຕັ້ງປະຕິບັດຍຸດທະສາດໃນໄລຍະຜ່ານມາ ແລະ ປະເມີນດ້ານບຸກຄະລາກອນດ້ານການແພດຟື້ນຟູໜ້າທີ່ການ ໃນເດືອນ ມີນາ ປີ 2025 ແລະ ໄດ້ຮ່າງບົດລາຍງານ ເພື່ອຮັບຮອງຜົນການປະເມີນການນຳໃຊ້ຍຸດທະສາດແຫ່ງຊາດ ດ້ານການແພດຟື້ນຟູໜ້າທີ່ການ 2018- 2025, ເພື່ອຮັບຮອງຜົນການປະເມີນບຸກຄະລາກອນການແພດຟື້ນຟູໜ້າທີ່ການ, ເພື່ອກະກຽມປັບປຸງຍຸດທະສາດແຫ່ງ ຊາດດ້ານການແພດຟື້ນຟູໜ້າທີ່ ການ 2018-2025 ເປັນ 2026- 2035 ແລະ ເພື່ອວາງແຜນ-ທິດ ທາງວຽກງານດ້ານການແພດຟື້ນ ຟູໜ້າທີ່ການໃນຕໍ່ໜ້າ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ດຣ ຄຳປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ, ທ່ານ ນາງ ພຸດສະດາ ຈອນເພັດສາລາດ ຜູ້ຕາງໜ້າສະຖານທູດ ລຸກຊຳບວກ ປະຈຳລາວ, ມີຜູ້ຊ່ຽວຊານການແພດຟື້ນຟູໜ້າທີ່ການພາກພື້ນ ປະຈຳອົງການ ຊ່ວຍເຫຼືອມະນຸດສະທຳ (HI), ຊ່ຽວຊານຈາກຫ້ອງການພາກພື້ນຂອງອົງການອະນາໄມໂລກ, ຄະນະກົມ-ຄະນະອຳນວຍການ, ຄະນະສູນ, ຄະນະພະແນກ, ຄະນະພະແນກ, ຄະນະອຳນວຍການ-ວິຊາການ ຈາກ ແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ບໍລິຄຳໄຊ ແລະ ແຂວງຈຳປາສັກ, ຜູ້ຕາງໜ້າສະຖານທູດອົດສະຕາລີ, ອົງການຈັດຕັ້ງສາກົນຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ເປັນການເປີດໂອກາດໃຫ້ ຜູ້ທີ່ໄດ້ເຂົ້າຮ່ວມ ແລະ ຜູ້ທີ່ມີສ່ວນຮ່ວມໃນການປະເມີນ ໄດ້ທົບທວນບັນດາເນື້ອໃນ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ.
ຂໍ້ມູນ-ພາບ: ສູນຂ່າວສານການແພດສຸຂະສຶກສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















