ຍົກລະດັບຂີດຄວາມສາມາດ ແລະ ຍຸດທະວິທີບຸກຕີໃນເມືອງ ຂອງເຫຼົ່າຮົບພິເສດ
ເວລາອອກຂ່າວ: 2026-05-29 12:39:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 778 | ຄວາມນິຍົມ: ![]()
ເພື່ອເປັນການແລກປ່ຽນບົດຮຽນ ແລະ ຮັດແໜ້ນສາຍພົວພັນການຮ່ວມມືດ້ານການທະຫານລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນລັດເຊຍ ເວົ້າລວມ, ເວົ້າສະເພາະ ແມ່ນການຍົກສະດັບຄວາມສາມາດ, ຊໍານິຊໍານານດ້ານຍຸດທະວິທີບຸກຕີໃນຕົວເມືອງຂອງເຫຼົ່າຮົບຕີພິເສດ ທີ່ໄດ້ເຂົ້າຮ່ວມໃນບັ້ນເຝິກອົບຮົມ-ຫັດແອບຊ້ອມຮົບຕີພິເສດ " ໃຕ້ຝຸ່ນ-2026 ແລະ ຊ້ອມຮົບຮ່ວມ ຣາໂຣສ 2026" ຢູ່ທີ່ສະໜາມເຝິກຊ້ອມ ວິທະຍາຄານນາຍທະຫານບົກກົມມະດຳ. ກໍາລັງເຫຼົ່າຮົບຕີພິເສດ ໄດ້ຕັ້ງໜ້າເຝິກຊ້ອມຢ່າງເອົາຈິງເອົາຈັງ ໂດຍການຖ່າຍທອດຄວາມຮູ້, ບົດຮຽນ ແລະ ປະສົບການຕົວຈິງ ຈາກຄູເຝິກຂອງກອງທັບສະຫະພັນຣັດເຊຍ.
ສະຫາຍ ສິບເອກ ໂອໄລ ທອງມະນີ ນັກເຝິກອົບຮົມ ຈາກເຫຼົ່າຮົບຕີພິເສດ ໄດ້ໃຫ້ຮູ້ວ່າ: ຜ່ານການເຝິກອົບຮົມ-ຫັດແອບຊ້ອມຮົບຕີພິເສດ ລາວ-ຣັດເຊຍ ໃນຄັ້ງນີ້ ສາມາດຖອດຖອນບົດຮຽນໄດ້ຈາກເພື່ອນທະຫານຣັດເຊຍຫຼາຍຢ່າງ ເປັນຕົ້ນບັນດາທ່າຈັງຫວະ, ບາດກ້າວການສູ້ຮົບໃນຕົວເມືອງ ເຊິ່ງຜ່ານການເຝິກຊ້ອມແມ່ນໄດ້ຮັບປະສິດທິຜົນ. ໂດຍການເຝິກແມ່ນເນັ້ນໃສ່ຍຸດທະວິທີການສູ້ຮົບໃນຕືກອາຄານ, ໃນຕົວເມືອງ ເຊິ່ງເປັນການຍົກລະດັບຂີດຄວາມສາມາດໃນການບຸກໂຈມຕີ ແລະ ກວດລ້າງອາຄານ, ຖານທີ່ໝັ້ນຂອງສັດຕູໃນຮູບແບບຈຳລອງ.
ການເຝິກຊ້ອມຄັ້ງນີ້ ແມ່ນເພື່ອທົດສອບຄວາມພ້ອມທາງດ້ານຮ່າງກາຍ ແລະ ຈິດໃຈ ຂອງກອງກຳລັງພິເສດ ເຮັດໃຫ້ມີຄວາມຊໍານານໃນການນຳໃຊ້ຍຸດທະວິທີ ແລະ ອາວຸດທີ່ທັນສະໄໝ ເຂົ້າໃນການປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນຄວາມພ້ອມສູ້ຮົບໃນທຸກສະຖານະການທີ່ອາດເກີດຂຶ້ນ.
ໂດຍ: ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















