ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ພົນໂທ ສາຍໃຈ ກົມມະສິດ ລົງຕິດຕາມການກໍ່ສ້າງໂຄງການຢູ່ກຸ່ມບ້ານໜອງມ້າ
ເວລາອອກຂ່າວ: 2026-05-29 12:36:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 758 | ຄວາມນິຍົມ:



ໃນວັນທີ 27 ພຶດສະພາ 2026 ນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມການກໍ່ສ້າງໂຄງການຮ່ວມມືພັດທະນາບໍລິເວນຊາຍແດນ ລາວ-ຫວຽດນາມ ຢູ່ກຸ່ມບ້ານໜອງມ້າ ເມືອງບົວລະພາ ແຂວງຄຳມ່ວນ ໂດຍມີຄະນະນໍາຂອງແຂວງ, ຂອງເມືອງ, ສະຫາຍ ພັນເອກ ໂງ ກວາງຫວຽດ ຮອງຜູ້ອຳນວຍການບໍລິສັດ ໂກເອັກໂກ ກອງບັນຊາການທະຫານເຂດ 4 ສສ ຫວຽດນາມ, ຄະນະກຸ່ມບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການກໍ່ສ້າງດັ່ງກ່າວ ແມ່ນປະຕິບັດຕາມແຜນການຂອງສອງລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົງ, ປັບປຸງພື້ນຖານໂຄງລ່າງ ແລະ ພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ ໃຫ້ຈະເລີນດີຂຶ້ນ ໂດຍໂຄງການແມ່ນສຸມໃສ່ປັບປຸງພື້ນຖານໂຄງລ່າງທີ່ສຳຄັນຂອງກຸ່ມບ້ານເຊັ່ນ: ລະບົບເສັ້ນທາງຄົມມະນາຄົມ, ສາທາລະນະສຸກ, ວຽກງານການສຶກສາ, ລະບົບໄຟຟ້າ, ລະບົບນ້ຳລິນຊົມໃຊ້ ແລະ ໂຄງການສົ່ງເສີມກະສິກຳການຜະລິດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂື້ນ ໂດຍຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ນອກນີ້ ບັນດາອະນຸກໍາມະການ-ຄະນະຮັບຜິດຊອບ ກໍ່ໄດ້ພ້ອມກັນປະກອບຄໍາຄິດເຫັນກ່ຽວກັບໂຄງການກໍ່ສ້າງກຸ່ມບ້ານໜອງມ້າ ບົນພື້ນຖານແມ່ນເປັນເອກະພາບກັນໃນບັນດາກິດຈະການກໍ່ສ້າງທີ່ສຳຄັນ ເພື່ອໃຫ້ສໍາເລັດຕາມແຜນການ ແລະ ເວລາທີ່ໄດ້ກຳນົດໄວ້. ໂອກາດນີ້ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກຫຼາຍບັນຫາທີ່ສຳຄັນເປັນຕົ້ນແມ່ນ: ສະເໜີໃຫ້ທັງສອງຝ່າຍ ລາວ-ຫວຽດນາມ ສືບຕໍ່ປະສານງານໃຫ້ມີຄວາມເອກະພາບກັນ, ການພົວພັນປະສານງານລະຫວ່າງອຳນາດການປົກຄອງຂັ້ນບ້ານ ແລະ ກຸ່ມບ້ານ ຕະຫຼອດຮອດອົງການຈັດຕັ້ງຕ່າງໆ, ປຸກລະດົມພໍ່ແມ່ປະຊາຊົນບັນດາບ້ານຈົ່ງພ້ອມກັນມີສ່ວນຮ່ວມ ແລະ ໃຫ້ການຮ່ວມມືກັບບໍລິສັດທີ່ລົງເຄື່ອນໄຫວບຸກເບີກພື້ນທີ່ຕ່າງໆ ເພື່ອກໍ່ສ້າງໃຫ້ກຸ່ມບ້ານດັ່ງກ່າວກາຍເປັນກຸ່ມບ້ານພັດທະນາໃນຕໍ່ໜ້າ ແລະ ເພື່ອເຮັດໃຫ້ວຽກງານບຸກທະລຸດ້ານຕ່າງໆ ມີຜົນສຳເລັດຕາມແຜນການທີ່ວາງໄວ້. ໂອກາດລົງເຄື່ອນໄຫວຄັ້ງນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຍັງໄດ້ມອບວັດຖຸປັດໄຈຈຳນວນໜຶ່ງໃຫ້ ກອງຮ້ອຍທະຫານຊາຍແດນ ແລະ ອຳນາດການປົກຄອງກຸ່ມບ້ານໜອງມ້າ ເມືອງບົວລະພາ ແຂວງຄຳມ່ວນ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ