ຄະນະນາຍທະຫານໜຸ່ມ 3 ກອງທັບ ສືບຕໍ່ພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ກອງພົນນ້ອຍທີ 10
ເວລາອອກຂ່າວ: 2026-05-29 12:34:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 627 | ຄວາມນິຍົມ: ![]()
ໃນວັນທີ 27 ພຶດສະພາ 2026 ນີ້, ຄະນະນາຍທະຫານໜຸ່ມ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ໄດ້ສືບຕໍ່ເຄື່ອນໄຫວພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ກອງພົນນ້ອຍທີ 10 - ກອງພົນໃຫຍ່ທີ 34, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຫງວຽນເຈິ່ນລອງ ຮອງຜູ້ບັນຊາການເມືອງ ກອງພົນໃຫຍ່ທີ 34 ,ຝ່າຍລາວນໍາໂດຍ ສະຫາຍ ພັນໂທ ສຸລິບັນ ສໍພາບປັນຍາ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບປະຊາຊົນລາວ; ຝ່າຍຫວຽດນາມນໍາໂດຍ ພັນໂທ ຫງວຽນກວາງຮຸຍ ຫົວໜ້າກົມຊາວໜຸ່ມກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກໍາປູເຈຍ ນໍາໂດຍ ພັນເອກ ນັດ ວິແຈດ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບລາດຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນເອກພິເສດ ໂຮ່ສີຈຽນ, ເລຂາທິການຄະນະພັກ , ກຳມະການການເມືອງກອງພົນທີ 10, ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນນາຍທະຫານໜຸ່ມກອງທັບ ລາວ-ຫວຽດນາມ- ກຳປູເຈຍ ທີ່ໄດ້ມາຢ້ຽມຢາມ ແລະ ພົບປະແລກປ່ຽນທີ່ກົມກອງໃນຄັ້ງນີ້. ເຊິ່ງສະຫາຍໄດ້ກ່າວວ່າ: ລາວ-ຫວຽດນາມ- ກຳປູເຈຍ ມີມູນເຊື້ອສາມັກຄີສະໜິດສະໜົມ, ເປັນປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດຕິດແທດ, ມີປະຫວັດສາດແຫ່ງການປົກປັກຮັກ ແລະ ສ້າງສາປະເທດຊາດ, ຕໍ່ສູ້ປົດປ່ອຍຊົນຊາດ, ປົກປັກຮັກສາປະເທດຊາດ, ກອງທັບ ແລະ ປະຊາຊົນ 3 ຊາດຍາມໃດກໍຄຽງບ່າຄຽງໄລ່, ແບ່ງທຸກ, ແບ່ງສຸກ, ຮ່ວມຂຸມຄອງຕ້ານສັດຕູໂຕດຽວກັນ, ສ້າງເປັນໃບໜ້າປະຫວັດສາດທີ່ສະຫງ່າອົງອາດ ແຫ່ງຄວາມສາມັກຄີສາກົນ, ບໍລິສຸດພຸດພອງ ທີ່ຫາຍາກໃນໂລກ. ສະຫາຍ ຍັງຍົກໃຫ້ເຫັນ ເຖິງຜົນງານການເຄື່ອນໄຫວ ແຕ່ລະໄລຍະຂອງກອງພົນທີ 10 ຈົນເຖິງປັດຈຸບັນ, ເຊິ່ງມາຮອດປັດຈຸບັນນີ້ ກອງພົນແມ່ນໜຶ່ງໃນບັນດາກອງພົນກຳລັງຫຼວງ, ມີຈໍານວນພົນຄົບຖ້ວນ, ໄດ້ບັນຈຸປະກອບກໍາລັງໄຟແຮງ, ມີໜ້າທີ່ຫຼັກແມ່ນອົບຮົມ, ກຽມພ້ອມສູ້ຮົບ, ປົກປັກຮັກສາ ປະເທດຊາດສັງຄົມນິຍົມຢ່າງໝັ້ນຄົງ. ໃນນັ້ນ ກໍາລັງນາຍທະຫານໜຸ່ມຂອງກອງພົນ ໄດ້ຮັບການກໍ່ສ້າງໂດຍພື້ນຖານ, ໄດ້ຮຽນຮູ້ຂໍ້ມູນ, ຄວາມຮູ້ດ້ານການທະຫານ ແລະ 54 ປີ ແຫ່ງການຕໍ່ສູ້, ສ້າງສາ ເຕີບໃຫຍ່ ກວມເອົາຈໍານວນຫຼາຍໃນຈໍານວນພະນັກງານແຕ່ລະຂັ້ນ; ມີລະດັບການສຶກສາປະລິນຍາຕີ, ວິທະຍາສາດສັງຄົມມະນຸດຢ່າງຮອບດ້ານ. ຕະຫຼອດໄລຍະ 54ປີ ແລະ ຂະຫຍາຍຕົວ, ນາຍທະຫານໜຸ່ມຂອງກອງພົນຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ເບິ່ງແຍງ ສ້າງທຸກເງື່ອນໄຂ ອໍານວຍຄວາມສະດວກ ເພື່ອສູ້ຊົນ ສຶກສາອົບຮົມ, ເຝິກຝົນຫຼໍ່ຫຼອມ, ບຳລຸງ ແລະ ເຕີບໃຫຍ່ຂະຫຍາຍຕົວ.
ພາຍຫຼັງທີ່ໄດ້ສຳເລັດການພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນ, ຄະນະນາຍທະຫານໜຸ່ມ 3 ກອງທັບ ກໍໄດ້ເຂົ້າວາງພວງມາລາ, ຈູດທູບໄຫວອາໄລຫາ ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ຫໍອະນຸສອນສະຖານ ເພື່ອສະແດງຄວາມກະຕັນຍູ ລະນຶກເຖິງການປະກອບສ່ວນຂອງວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອປະເທດຊາດ ແລະ ເຂົ້າຢ້ຽມຊົມຫໍມູນເຊື້ອ ຂອງກອງພົນນ້ອຍທີ 10 ພ້ອມກັນນັ້ນ, ຄະນະນາຍທະຫານໜຸ່ມ ຍັງໄດ້ສ້າງຂະບວນການແຂ່ງຂັນກິລາຕີບານມິດຕະພາບຮ່ວມກັນອີກດ້ວຍ.
ໃນຄໍ່າຄືນຂອງວັນດຽວກັນນັ້ນ ຍັງໄດ້ຮັບຊົມການສະແດງສີລະປະແລກປ່ຽນມິດຕະພາບ 3 ປະເທດ ໃນຫົວຂໍ້ ບົດມະຫາກາບ ແຫ່ງມິດຕະພາບ ລາວ-ຫວຽດນາມ-ກໍາປູເຈຍ ທີ່ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ. ມາໃນວັນທີ 28 ພຶດສະພາ 2026 ນີ້, ຄະນະນາຍທະຫານໜຸ່ມກໍ່ໄດ້ເດີນທາງໄປບ້ານເບີອີ, ແຂວງກວ່າງ ຫງ້າຍ ເພື່ອໄປເຄົາລົບຫຼັກໝາຍຊາຍແດນ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ.ຈາກນັ້ນ ກໍໄດ້ຊົມການສະເເດງສິລະປະ-ວັດທະນະທໍາທີ່ເຮືອນວັດທະນະທໍາມິດຕະພາບຊາຍແດນ ບ້ານເບີອີ. ພ້ອມທັງໄດ້ມອບຂອງຂວັນໃຫ້ແກ່ຄອບຄົວ ແລະ ນັກຮຽນທີ່ທຸກຍາກ. ພ້ອມກັນນັ້ນ ຄະນະກໍໄດ້ຮ່ວມກັນປູກຕົ້ນໄມ້ມິດຕະພາບ 3 ປະເທດ ລາວ,ຫວຽດນາມ, ກຳປູເຈຍ ອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















