ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ແພຣ​ວາ ຈົບ​ອັນ​ດັບ​ທີ 17 ການ​ແຂ່ງຂັນ​ກິລາ​ຍິມ​ນາ​​ສ​ຕິກ​ລີລາ ຊິງ​ແຊ້ມ 2026 Asian Rhythmic Gymnastics Championships
ເວລາອອກຂ່າວ: 2026-05-28 10:40:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 294 | ຄວາມນິຍົມ:



ແພຣ​ວາ ມິ​ສາ​ໂຕະ ພິລາ​ພັນ​ເດ​​ຊ ນັກ​ກິລາ​ຍິມ​ນາ​​ສ​ຕິກ ທີມ​ຊາດ​ລາວ​ໜຶ່ງ​ດຽວ ທີ່​ເຂົ້າ​ຮ່ວມ​ຊິງ​ແຊ້ມ​ອາຊີ​ຄັ້ງ​ນີ້ ສາມາດ​ຕິດ 1 ໃນ 18 ນັກ​ກິລາ ທີ່​ຜ່ານ​ເຂົ້າ​ໄປ​ຊິງ​ຊະນະ​ເລີດ ໃນ​ວັນ​ທີ 26 ພຶດສະພາ​ນີ້ ແລະ ຈົບ​ອັນ​ດັບ​ທີ 17 ໄດ້ ຄະແນນ, ສ່ວນ​ອັນ​ດັບ​ທີ 1 ຫຼຽນ​ຄຳ ເປັນ​ຂອງ ທັກ​ມີ​ນ້າ ອິກ​ໂຣ​ໂມ​ວ້າ​ຈາກ​ອຸ​​ສ​ເບ​ກິ​​ສ​ຖານ, ທີ 2 ຫລຽນ​ເງິນ ໄອ​ໂບ​ຕ້າ ເຢີ​ໄທ​ຊີ້ ຈາກ​ຄາ​ຊັກ​ສະຖານ ແລະ ທີ 3 ຫຼຽນ​ທອງ ເປັນ​ຂອງ ນາ​ຕາວ​ຢ້າ ໂອ​ໂຊ​ວ້າ ຈາກ​ອຸ​​ສ​ເບ​ກິ​​ສ​ຖານ. ຈາກ​ຜົນງານ​ຄັ້ງ​ນີ້ ແພຣ​ວາ ສາມາດ​ຄວ້າ​ສິດ​ໄປ ເອ​ຊຽນ​ເກມ 2026 ສອງ​ຄັ້ງ​ຕິດຕໍ່​ກັນ ຕໍ່​ຈາກ​ປີ 2022 ທີ່​ຫາງ​ໂຈວ່ ປະເທດ​ຈີນ ແລະ ເປັນ​ໜຶ່ງ​ໃນ 6 ນັກ​ກິລາ​ຈາກ​ອາ​ຊຽນ ຄວ້າ​ສິດ​ໄປ ເອ​ຊຽນ​ເກມ 2026 ໃນ​ນີ້​ມີ​ນັກ​ກິລາ​ຈາກ ສິງກະໂປ 2 ຄົນ, ຟີ​ລິບ​ປິນ 2 ຄົນ, ລາວ ແລະ ໄທ ຊາດ​ລະ 1 ຄົນ. ສຳລັບ ເອ​ຊຽນ​ເກມ 2026 ທີ່​ເມືອງ​ໄອ​ຈິ ແລະ ນາ​ໂກ​ຢ້າ ປະເທດ​ຍີ່ປຸ່ນ ເປັນ​ເຈົ້າພາບ ໃນລະຫວ່າງ​ວັນ​ທີ 19 ກັນຍາ - 4 ຕຸ ລາ​ປີ​ນີ້. ນ້ອງ ແພຣ​ວາ ເປັນ​ນັກ​ກິລາ​ຍິມ​ນາ​​ສ​ຕິກ​ປະຫວັດສາດ​ໜຶ່ງ​ດຽວ​ຂອງ​ລາວ ທີ່​ຜ່ານ​ການ​ຄັດ​ເລືອກ ໄດ້​ສິດ​ໄປ​ແຂ່ງຂັນ ເອ​ຊຽນ​ເກມ ລະດັບ​ທະວີບອາຊີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ