ກາເອວ ມົງຟິວ ຕຳນານນັກເທັນນິສຝຣັ່ງ ປະກາດອຳລາອາຊີບຢ່າງເປັນທາງການ ລະຫວ່າງການແຂ່ງຂັນແກຣນສະແລມທີ່ບ້ານເກີດ ເຟັນ ໂອເພັນ 2026
ເວລາອອກຂ່າວ: 2026-05-28 10:37:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 230 | ຄວາມນິຍົມ: ![]()
ມົງຟິວ ເລືອກລາຍການນີ້ເປັນລາຍການສຸດໃນອາຊີບ ໂດຍລົງແຂ່ງຂັນຮອບທຳອິດ ເສຍໃຫ້ ຮິວໂກ້ ແກັສຕັນ ເພື່ອນຮ່ວມຊາດ 2-3 ເຊັດ ປິດສາກອາຊີບ 22 ປີ.
ມົງຟິວ ອາຍຸ 39 ປີ ຍຶດອາຊີບເປັນນັກເທັນນິສແຕ່ປີ 2004 ລົງຫລິ້ນ 586 ນັດ ຊະນະ 356 ໄດ້ແຊ້ມ 13 ລາຍການ, ໃນນີ້ ລະດັບ ATP 500 : 3 ລາຍການ, ລະດັບແກຮນສະແລມ ດີສຸດເຂົ້າຮອບຮອງຊະນະເລີດ ເຟັນ ໂອເພັນ ປີ 2008 ແລະ ຢູ ເອັສ ໂອເພັນ ປີ 2016 ກວາດເງິນລາງວັນໄດ້ທັງໝົດ 24.906.000 ໂດລາສະຫະລັດ, ອັນດັບໂລກ ເຄີຍຂຶ້ນສູງສຸດ ອັນດັບ 6 ໃນຕົ້ນເດືອນພະຈິກ 2016.
ສ່ວນພັນລະຍາຂອງ ມົງຟິວ: ເອລີນ້າ ສະວິດໂຕລີນ້າ ຈາກຢູເຄຣນ (ອູແກຣນ) ມື 7 ຂອງລາຍການ ສາມາດຜ່ານໄປສູ່ຮອບທີສອງໄດ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















