ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ກອງທັບ​ອາກາດ​ອິນ​ໂດ​ເນ​ເຊຍ ໄດ້​ຮັບ​ຍົນ​ສູ້​ຮົບ Dassault Rafale F4 ຫົກ​ລຳ​ທຳ​ອິດ
ເວລາອອກຂ່າວ: 2026-05-28 10:37:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 262 | ຄວາມນິຍົມ:



ຕາມ​ເວບ​ໄຊ​ຂ່າວ​ການ​ທະຫານ​ຕ່າງປະເທດ ລາຍ​ງານ​ວ່າ: ວັນ​ທີ 18 ພຶດສະພາ 2026 ກອງທັບ​ອາກາດ​ອິນ​ໂດ​ເນ​ເຊຍ ໄດ້​ຮັບ​ຍຸດ​ໂທ​ປະກອນ​ໃໝ່​ຢ່າງ​ ເປັນ​ທາງ​ການ​ທີ່​ຈັດ​ຊື້​ຈາກ​ປະເທດ​ຝຣັ່ງ, ໂດຍ​ມີ ທ່ານ Prabowo Subianto ປະທານາທິ ບໍດີ​ອິນ​ໂດ​ເນ​ເຊຍເປັນ​ປະທານ ​ໃນ​ພິທີ​ດັ່ງກ່າວ​ທີ່​ຖານ​ທັບ​ອາ ກາດ Halim Perdanakusuma ໃນ​ຈາ​ກາ​ຕາ. ກອງທັບ​ອາກາດ​ອິນ​ໂດ​ເນ​ເຊຍ ໄດ້​ຮັບ​ເຮືອ​ຍົນ​ສູ້​ຮົບ Dassault Rafale F4 ຈຳນວນ​ຫົກ​ລຳ, ພ້ອມ​ກັບ​ລູກ​ສອນ​ໄຟ​ນຳ​ວິຖີ​ອາກາດ​ສູ່​ພື້ນ​ດິນ ແລະ ອາກາດ​ສູ່​ອາກາດ, ເຮືອບິນ​ທຸລະ​ກິດ Dassault Falcon 8X ຈຳນວນ​ສີ່​ລຳ, ເຮືອບິນ​ຂົນສົ່ງ Airbus A400M Atlas ໜຶ່ງ​ລຳ ແລະ ລະບົບ radar ປ້ອງ​ກັນ​ທາງ​ອາກາດ​ໄລຍະ​ໄກ Thales Groundmaster GM403 ສອງ​ລຳ. ທັງ​ໝົດ​ນີ້​ແມ່ນ​ສ່ວນ​ໜຶ່ງ​ຂອງ​ຄວາມ​ພະຍາຍາມ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ການ​ປັບປຸງ​ຄວາມ​ສາມາດ​ທາງ​ທະຫານ​ຂອງ​ຕົນ​ໃຫ້​ທັນ​ສະໄໝ. ຍົນ​ສູ້​ຮົບ Rafale F4 ຈະ​ກາຍເປັນ​ຍົນ​ສູ້​ຮົບ​ທີ່​ທັນ​ສະໄໝ​ທີ່​ສຸດ​ຂອງ​ອິນ​ໂດ​ເນ​ເຊຍ, A400M ຈະ​ເປັນ​ເຮືອບິນ​ຂົນສົ່ງ​ທີ່​ມີ​ປະສິດທິພາບ​ທີ່​ສຸດ​ຂອງ​ອິນ​ໂດ​ເນ​ເຊຍ, Falcon 8X ຈະ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ໃນ​ການ​ຂົນສົ່ງ VIP ລະດັບ​ສູງ ແລະ radar GM403 ຈະ​ທົດ​ແທນ​ລະບົບ​ເກົ່າ​ເພື່ອ​ຕື່ມ​ຊ່ອງ​ຫວ່າງ​ໃນ​ການ​ຄອບ​ຄຸມ radar ເຝົ້າ​ລະວັງ​ທາງ​ອາກາດ​ຂອງ​ອິນ​ໂດ​ເນ​ເຊຍ. ອິນ​ໂດ​ເນ​ເຊຍ ໄດ້​ສັ່ງ​ຊື້​ຍົນ​ສູ້​ຮົບ Rafale F4 ຈຳນວນ 42 ລຳ​ຈາກ​ບໍລິສັດ​ການບິນ​ອະວະກາດ​ຍັກ​ໃຫຍ່​ຂອງ​ຝຣັ່ງ Dassault Aviation, ໂດຍ​ມີ​ການ​ຈັດ​ສົ່ງ​ເປັນ​ງວດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ