ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ຮ່າ​ໂນ້ຍ​ຕ້ອງ​ນຳ​ໜ້າ​ໃນ​ການ​ສ້າງ ​ຮູບ​ແບບ​ຄຸ້ມ​ຄອງ​ບໍລິຫານ​ຕົວ​ເມືອງ​ທັນ​ສະໄໝ
ເວລາອອກຂ່າວ: 2026-05-28 10:35:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 258 | ຄວາມນິຍົມ:



ຕາມ​ຂ່າວ​ຫວຽດນາມ, ຮ່າ​ໂນ້ຍ​ຕ້ອງ​ມີ​ຈິນຕະນາການ​ໃໝ່, ວິທີ​ເຮັດ​ໃໝ່, ສືບຕໍ່​ບູລະນະ​ຮູບ​ແບບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນສອງ​ຂັ້ນ​ໃຫ້​ສົມບູນ​ແບບ, ສ້າງ ​ອຳນາດ​ການ​ປົກຄອງ​ໃກ້ຊິດ​ປະຊາຊົນ​ກວ່າ, ໄວ​ກວ່າ, ໂປ່ງ​ໃສ​ກວ່າ ແລະ ມີ​ປະ​ສິດທິ​ຜົນ​ກວ່າ. ຕອນ​ບ່າຍ​ວັນ​ທີ 26 ພຶດສະພາ, ທ່ານ ໂຕ​ເລິມ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ການ​ພັກ​ກອມ​ມູ​ນິດ, ປະທານ​ປະເທດ ຫວຽດນາມ, ເປັນ​ຫົວໜ້າ​ຄະນະ​ກວດກາ​ເລກ 10 ຂອງ​ກົມ​ການເມືອງ, ເຂົ້າ​ຮ່ວມ ແລະ ເປັນ​ປະທານ​ກອງ​ປະຊຸມ​ຮັບຮອງ​ເອົາ​ຮ່າງ​ບົດ​ລາຍ​ງານ​ໝາກຜົນ​ການ​ກວດກາ ຄັ້ງ​ທີ 2 ຂອງ​ກົມ​ການເມືອງ ຕໍ່​ຄະນະ​ປະຈຳ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ ໂຕ​ເລິມ ໄດ້​ເນັ້ນ​ໜັກ​ວ່າ, ຮ່າ​ໂນ້ຍ​ຕ້ອງ​ມີ​ຈິນຕະນາການ​ໃໝ່, ວິທີ​ເຮັດ​ໃໝ່, ສືບຕໍ່​ບູລະນະ​ຮູບ​ແບບ​ອຳນາດ​ການ​ປົກ ຄອງ​ທ້ອງຖິ່ນ ສອງ​ຂັ້ນ​ໃຫ້​ສົມບູນ​ແບບ, ສ້າງ​ອຳນາດ​ການ​ປົກຄອງ​ໃກ້ຊິດ​ປະຊາຊົນ​ກວ່າ, ໄວ​ກວ່າ, ໂປ່ງ​ໃສ​ກວ່າ ແລະ ມີ​ປະ​ສິດທິ​ຜົນ​ກວ່າ. ທ່ານ​ເລຂາທິການ​ໃຫຍ່ ຮຽກຮ້ອງ​ໃຫ້ການ​ນຳ​ນະຄອນຫຼວງ​ຮ່າ​ໂນ້ຍ ຕ້ອງ​ນຳ​ໜ້າ​ໃນ​ການ​ສ້າງ​ຮູບ​ແບບ​ຄຸ້ມ​ຄອງ​ບໍລິຫານ​ຕົວ​ເມືອງ​ທີ່​ທັນ​ສະໄໝ, ຫັນ​ເປັນ​ຂໍ້​ມູນ, ບໍລິຫານ​ດີ​ຈີ​ຕອນ, ນະຄອນ​ຕ້ອງ​ມີ​ຄວາມ​ເອົາໃຈໃສ່​ເປັນ​ພິເສດ​ເຖິງ​ການ​ສ້າງ​ຖັນ​ແຖວ​ພະນັກງານ​ຂັ້ນ​ຮາກ​ຖານ, ຍົກ​ສູງ​ປະ​ສິດທິ​ຜົນ​ໃນ​ການເຄື່ອນໄຫວ​ຂອງ 126 ຕາແສງ. ໃນ​ນັ້ນ ຮ່າ​ໂນ້ຍ​ຕ້ອງ​ສຸມ​ໃສ່​ແກ້​ໄຂ​ບັນດາ​ຈຸດ​ອັດ​ຕັນ, ນຳ​ນະຄອນ​ກາຍເປັນ​ມະຫາ​ຕົວ​ເມືອງ​ຫົວຄິດ​ປະດິດ​ສ້າງ, ສີຂຽວ, ອັດ​ສະ​ລິ​ຍະ, ເຊື່ອມ​ຕໍ່​ທົ່ວ​ໂລກ. ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ, ນະຄອນ​ຕ້ອງ​ເອົາໃຈໃສ່​ເຖິງ​ສະຫວັດດີ​ການ​ສັງຄົມ, ເບິ່ງແຍງ​ດູ​ແລ​ສຸຂະພາບ​ປະຊາຊົນ, ລົງທຶນ​ດ້ານ​ເຮືອນ​ຢູ່​ສັງຄົມ, ເຮືອນ​ໃຫ້​ເຊົ່າ ແລະ ນະໂຍບາຍ​ເຮືອນ​ຢູ່​ໃຫ້​ປະຊາຊົນ​ທີ່​ມີ​ຄວາມ​ຕ້ອງການ ແຕ່​ເງື່ອນໄຂ​ເສດຖະກິດ​ຍັງ​ຈຳກັດ​ຢູ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ