ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ເອ​ເປັກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ເສດຖະກິດ​ດີ​ຈີ​ຕອນ ແລະ ການ​ເຕີບ​ໂຕ​ສີຂຽວ
ເວລາອອກຂ່າວ: 2026-05-28 10:34:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 260 | ຄວາມນິຍົມ:



ຂ່າວຫວຽດນາມອອນໄລ, ກອງ ປະຊຸມລັດຖະມົນຕີການຄ້າ ເວທີ​ປາ​ໄສ​ຮ່ວມ​ມື​ດ້ານ​ເສດຖະກິດ ອາຊີ-ປາ​ຊີ​ຟິກ (APEC) ປີ 2026, ເຊິ່ງ​ຈັດ​ຂຶ້ນ​ທີ່​ນະຄອນ​ຊູ​ໂຈວ ຂອງ​ຈີນ, ບັນລຸ​ໄດ້​ໝາກຜົນ​ສຳຄັນ​ຫຼາຍ​ດ້ານ, ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ຊຸກຍູ້​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ, ການ​ປະຕິ​ຮູບ​ອົງການ​ການ​ຄ້າ​ໂລກ (WTO), ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ດີ​ຈີ​ຕອນ ແລະ ການ​ພັດທະນາ​ສີຂຽວ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂ່າວ​ພາຍຫຼັງ​ກອງ​ປະຊຸມ, ທ່ານ Wang Wentao ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ ໃຫ້​ຮູ້​ວ່າ: ບັນດາ​ຝ່າຍ ໄດ້​ແລກປ່ຽນ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ, ເລິກເຊິ່ງ​ກວ້າງຂວາງ ແລະ ມີ​ລັກສະນະ​ສ້າງສັນ ດ້ວຍ​ຫົວຂໍ້ “ກໍ່ສ້າງ​ປະຊາ​ຄົມ ອາຊີ-ປາ​ຊີ​ຟິກ, ຊຸກຍູ້​ຄວາມ​ວັດທະນາ​ຖາວອນ​ລວມ”. ກອງ​ປະຊຸມ​ໄດ້​ສຸມ​ໃສ່ 2 ເນື້ອ​ໃນ​ຕົ້ນຕໍ ລວມ​ມີ: ສ້າງ​ລະບຽບ​ຮຽບ​ຮ້ອຍ​ດ້ານ​ເສດຖະກິດ-ການ​ຄ້າ​ຢູ່​ພາກ​ພື້ນ ແລະ ຫຼາຍ​ຝ່າຍ​ເປີດ​ອົກ​ເປີດ​ໃຈ, ສາມາດ​ຄາດ​ຄະເນ​ໄດ້; ແລະ ສ້າງ​ແຮງ​ຂັບ​ເຄື່ອນ​ໃໝ່​ໃຫ້ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງທຶນ​ທີ່​ປ່ຽນແປງ​ໃໝ່, ຂະຫຍັນ​ຂັນ​ເຄື່ອນ. ກອງ​ປະຊຸມ​ຄັ້ງ​ນີ້ ບັນລຸ​ໄດ້​ໝາກຜົນ “1+1”, ເຊິ່ງ​ລວມ​ມີ​ການ​ຮັບຮອງ​ເອົາ​ຖະແຫຼງການ​ຮ່ວມ ແລະ ໃຫ້​ສັດຕະຍາບັນ​ແຜນການ​ພັດທະນາ​ຂະແໜງ​ບໍລິການ​ຂອງ APEC ສະບັບ​ໃໝ່. ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ ໄດ້​ຢືນຢັນ​ຄືນໃໝ່ ສະໜັບສະໜູນ​ວິໄສ​ທັດ​ໄລຍະ​ຍາວ ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ອາຊີ-ປາ​ຊີ​ຟິກ (FTAAP), ໃຫ້​ຄຳ​ໝັ້ນ​ສັນຍາ​ສືບຕໍ່​ຊຸກຍູ້​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ຢູ່​ພາກ​ພື້ນ ໂດຍ​ຜ່ານ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສ້າງ​ກຳລັງ​ຄວາມ​ສາມາດ, ການ​ແບ່ງປັນ​ປະສົບ​ການ ແລະ ການ​ຮ່ວມ​ມື​ດ້ານ​ເຕັກນິກ. ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ເປັນ​ໜ້າ​ເອົາໃຈໃສ່​ແມ່ນ​ເລື່ອງ​ບັນດາ​ສະມາຊິກ ໄດ້​ຮັບຮອງ​ເອົາ “ແຜນການ​ຂອງ APEC ກ່ຽວ​ກັບ​ຂະແໜງ​ບໍລິການ​ທີ່​ປ່ຽນແປງ​ໃໝ່, ແກ່ງ​ແຍ້ງ ແລະ ມີ​ຄວາມ​ສາມາດ​ຍອມຮັບ”, ເຊິ່ງ​ໄດ້​ກຳນົດ​ທິດ​ພັດທະນາ​ຂະແໜງ​ບໍລິການ​ໃນ 10 ປີ​ຕໍ່​ໄປ, ໂດຍ​ສຸມ​ໃສ່ 8 ຂົງເຂດ​ຮ່ວມ​ມື​ທີ່​ຈຸດ​ສຸມ, ຊຸກຍູ້​ການ​ປະຕິ​ຮູບ ແລະ ການ​ປ່ຽນແປງ​ໃໝ່​ນະໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຄ້າ ແລະ ການ​ລົງທຶນ​ດ້ານ​ການ​ບໍລິການ. ໃນ​ຂົງເຂດ​ການ​ຄ້າ​ດີ​ຈີ​ຕອນ, ບັນດາ​ຝ່າຍ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ຢ່າງ​ແທດ​ຈິງ​ໃນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ຂອບ​ເຂດ​ການ​ຮ່ວມ​ມື​ຫັນ​ການ​ຄ້າ​ໃນ​ພາກ​ພື້ນ​ເປັນ​ດີ​ຈີ​ຕອນ. ບັນດາ​ພື້ນຖານ​ເສດຖະກິດ ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຊຸກຍູ້​ການ​ຄ້າ​ແບບ​ບໍ່​ມີ​ເຈ້ຍ, ເພີ່ມ​ທະວີ​ການ​ຖ່າຍ​ທອດ​ຂໍ້​ມູນ​ຂ້າມ​ຊາຍ​ແດນ ແລະ ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ເຖິງ​ປັນຍາ​ປະດິດ (AI). ນອກຈາກ​ນັ້ນ, ກອງ​ປະຊຸມ​ຍັງ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຊຸກຍູ້​ການ​ຫັນປ່ຽນ​ສີຂຽວ ແລະ​ການ​ພັດທະນາ​ກາກ​ບອນ​ໃນ​ລະດັບ​ຕ່ຳ​ແນໃສ່​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ສິ່ງແວດລ້ອມ. ບັນດາ​ສະມາຊິກ​ໄດ້​ຮຽກຮ້ອງ​ໃຫ້​ຫຼີກ​ລ່ຽງ​ການ​ນຳ​ໃຊ້​ມາດ​ຕະການ​ແບບ “ກວາດ​ພຽງ”, ພ້ອມ​ທັງ​ເພີ່ມ​ທະວີ​ການ​ລົງທຶນ ແລະ ຜັນ​ຂະຫຍາຍ​ມາດ​ຕະການ​ທີ່​ແທດ​ຈິງ​ກວ່າ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ພາກ​ພື້ນ​ອາຊີ-ປາ​ຊີ​ຟິກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ