ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ປ່າໄມ້ ມີ​ຄວາມ​ສຳຄັນ​ ຕໍ່​ການ​ພັດທະນາ ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ
ເວລາອອກຂ່າວ: 2026-05-28 10:23:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 348 | ຄວາມນິຍົມ:



ຊັບ​ພະ​ກອນ​ປ່າໄມ້ ມີ​ຄວາມ​ສຳຄັນ​ທີ່​ສຸດ ຕໍ່​ການ​ພັດທະນາ ເສດຖະກິດ-ສັງຄົມ ແຫ່ງ​ຊາດ ໂດຍ​ທາງ​ກົງ ແລະ ທາງ​ອ້ອມ, ໃນ​ການ​ປົກ​ປັກ​ຮັກສາ​ດິນ, ແຫຼ່ງ​ນໍ້າ ແລະ ຊີວະ​ນາໆພັນ ໃຫ້​ມີ​ຄວາມ​ອຸດົມສົມບູນ, ພ້ອມ​ທັງ​​​ຫຼຸດຜ່ອນ​ຜົນ​ກະທົບ​ຂອງ​ການ​ປ່ຽນ ແປງ​ດິນ​ຟ້າ​ອາກາດ ເຊິ່ງ​ບົດບາດ​ດັ່ງກ່າວ, ມະນຸດ​ເຮົາ​ບໍ່​ສາມາດ​ຈະ​ເຮັດ​ແທນ​ໄດ້. ທ່ານ ລິນ​ຄຳ ດວງ​ສະຫວັນ ລັດຖະມົນຕີ ກະຊວງ​ກະສິກຳ ແລະ ສິ່ງແວດລ້ອມ ໄດ້​ໃຫ້​ຮູ້​ໃນ​ໂອກາດ​ຖະ​ແຫຼ່ງ​ຂ່າວ ໃນ​ວັນ​ທີ 25 ພຶດສະພາ 2026 ວ່າ: ປ່າໄມ້ ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ ຕໍ່​ການ​ພັດທະນາ​ຂະແໜງການ​ກະສິກຳ ແລະ ສິ່ງແວດລ້ອມ ຕິດ​ພັນ​ກັບ​ອຸດສາຫະກຳ ແລະ ການ​ບໍລິ​ການ ແລະ ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເຊັ່ນ: ເຂື່ອນ​ໄຟຟ້າ​ນ້ຳຕົກ, ອ່າງເກັບນ້ຳ ເພື່ອ​ການ​ຜະລິດ​ກະສິກຳ, ການ​ຜະລິດ​ເປັນ​ສິນຄ້າ, ການ​ຄົມມະນາຄົມ, ການ​ຂຸດ​ຄົ້ນ​ຊັບພະຍາກອນ​ປ່າໄມ້ ແລະ ເຄື່ອງ​ປ່າ​ຂອງ​ດົງແບບ​ຍືນ​ຍົງ ເຊິ່ງ​ໄດ້​ປະກອບສ່ວນ​ສຳຄັນຕໍ່​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ຕິດ​ພັນ​ກັບ​ການ​ພັດທະນາ​ຊົນນະບົດ ແກ້​ໄຂ​ຄວາມທຸກ​ຍາກຂອງ​ປະຊາຊົນ​ບັນດາເຜົ່າ, ດັ່ງ​ທີ່ ປະທານ ໄກສອນ ພົມວິຫານ ຜູ້ນຳ​ທີ່​ແສນ ເຄົາລົບ​ຮັກ ໄດ້​ກ່າວ​ໄວ້​ວ່າ “ປ່າໄມ້ ຄື​ຄຳ​ຂຽວ​ຂອງ​ຊາດ”. ຕະຫຼອດ​ໄລຍະ​ເວລາ​ກວ່າ 46 ປີ ຜ່ານ​ມາ, ພັກ ແລະ ລັດຖະບານ ຍາມ​ໃດ​ກໍ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ຕໍ່​ວຽກ​ງານ​ຄຸ້ມ​ຄອງ​ປ່າໄມ້ ໂດຍ​ໄດ້​ກຳນົດ​ນະໂຍ ບາຍ, ກົດໝາຍ, ມະຕິ, ຄຳ​ສັ່ງ ແລະ ນິຕິ​ກຳ​ຕ່າງໆ ທີ່​ກ່ຽວຂ້ອງ​ໃນ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ, ພັດທະນາ ແລະ ນຳ​ໃຊ້​ປ່າໄມ້ ແລະ ທີ່​ດິນ​ປ່າໄມ້ ໃຫ້​ແທດເໝາະ​ກັບ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ແຕ່​ລະ​ໄລຍະ. ເຖິງ​ຢ່າງໃດ​ກໍ​ຕາມ, ການ​ປົກ​ປັກ​ຮັກສາ​ປ່າໄມ້ ຍັງ​ມີ​ສິ່ງ​ທ້າ​ທາຍ ແລະ ຜົນ​ກະທົບ​ທັງ​ທາງ​ກົງ ແລະ ທາງ​ອ້ອມ ຕໍ່​ປ່າໄມ້ ແລະ ທີ່​ດິນ​ປ່າໄມ້ ໂດຍ​ສະເພາະ​ການ​ຖາງ​ປ່າ ແລະ ຈຸດ​ປ່າ​ທີ່​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ ລວມ​ທັງ​ການ​ບຸກ ລຸກ, ຈັບຈອງ, ຊື້-ຂາຍ ພື້ນ​ທີ່​ດິນ 3 ປະເພດ​ປ່າ. ຜ່ານ​ມາ ກະຊວງ​ກະສິກຳ ແລະ ສິ່ງແວດລ້ອມ ໄດ້​ປະສານ​ສົມທົບ​ກັບ​ກະຊວງ ແລະ ອົງການ​ປົກຄອງ​ທ້ອງຖິ່ນ ທີ່​ກ່ຽວຂ້ອງ​ຄົ້ນຄວ້າ​ກຳນົດ​ນະໂຍບາຍ ຊອກ​ຫາ​ວິທີ​ໃນ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ, ໄປ​ຄຽງ​ຄູ່​ກັບ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ປະຊາຊົນ ທີ່​ອາໄສ​ຢູ່​ໃນ​ເຂດ​ປ່າໄມ້ ດ້ວຍ​ການຮັບ​ຮູ້​ສິດ​ນຳ​ໃຊ້​ທີ່​ດິນ, ຂຶ້ນ​ທະບຽນ​ອອກ​ໃບ​ຕາດິນ, ຂຶ້ນ​ທະບຽນ​ອອກ​ໃບຢັ້ງຢືນ​ການ​ນຳ​ໃຊ້​ທີ່​ດິນ​ປ່າໄມ້, ເຮັດ​ສັນຍາ​ການ​ຄຸ້ມ​ຄອງ ແລະ ປົກ​ປັກ​ຮັກສາ​ປ່າໄມ້ ແລະ ທີ່​ດິນ​ປ່າໄມ້ ຕາມ​ຄຳ​ສັ່ງສະບັບ​ເລກ​ທີ 20/​ນຍ ເພື່ອ​ສົ່ງເສີມ​ການ​ຜະລິດ ແລະ ສ້າງ​ເສດຖະກິດ​ຄອບຄົວ ຮູບ​ແບບ​ຕ່າງໆ ທີ່​ເໝາະ​ສົມ ຕາມ​ທ່າແຮງ​ຂອງ​ແຕ່​ລະ​ທ້ອງຖິ່ນ. ໂດຍ: ກິດ​ຕາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ