ປັດໄຈທີ່ເຮັດໃຫ້ຜູ້ນຳພັກ ແລະ ແນວລາວຮັກຊາດ ໂຕນຄຸກຢ່າງມະຫັດສະຈັນ ໄປສູ່ເຂດທີ່ໝັ້ນການປະຕິວັດ ຢ່າງປອດໄພ
ເວລາອອກຂ່າວ: 2026-05-27 10:49:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 511 | ຄວາມນິຍົມ: ![]()
ການແຫກຄຸກໂພນເຄັງຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ເປັນເຫດການປະຫວັດສາດທີ່ມີຄວາມໝາຍ, ຄວາມສຳຄັນ, ແມ່ນໝາກຜົນແຫ່ງການຊີ້ນຳ-ນຳພາຢ່າງໃກ້ຊິດຂອງສູນກາງພັກ ແລະ ຍ້ອນຄວາມຕັດສິນໃຈອັນສູງສົ່ງ, ຄວາມມີໄຫວພິກສະຫຼາດສະຫຼຽວ ຂອງບັນດາສະຫາຍ ພະນັກງານທີ່ໄດ້ຮັບການມອບໝາຍໃຫ້ປະຕິບັດໜ້າທີ່ ໃນການເອົາຜູ້ນຳອອກຈາກຄຸກ ພ້ອມກັນນັ້ນ, ກໍແມ່ນໝາກຜົນແຫ່ງຄວາມມານະພະຍາຍາມຂອງບັນດາຜູ້ນຳຢູ່ໃນຄຸກ ທີ່ໄດ້ຕັ້ງໜ້າສຶກສາອົບຮົມຂົນຂວາຍເອົາ ບັນດາສາລະວັດທະຫານ ໃຫ້ມີຄວາມຕື່ນຕົວມາເປັນໃຈເຮົາ.
ເຫດການ ຜູ້ນຳພັກ ແລະ ແນວລາວຮັກຊາດ ໂຕນຄຸກຢ່າງມະຫັດສະຈັນ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດ ຢ່າງປອດໄພ ແມ່ນຍ້ອນຫຼາຍປັດໄຈ ເປັນຕົ້ນແມ່ນ:
ໜຶ່ງ: ຍ້ອນການນຳພາອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ, ການຊີ້ນຳລະອຽດຕົວຈິງຂອງ ທ່ານ ສາລີ ວົງຄຳຊາວ ຄະນະພັກ ແຂວງວຽງຈັນ ທີ່ໄດ້ກະກຽມຢູ່ທາງນອກ ແລະ ທາງໃນ, ເປັນການຕີຈັງຫວະເຂົ້າແກັບເຂົ້າເກຍ ຊັດເຈນທີ່ສຸດ
ສອງ: ຍ້ອນນໍ້າໃຈຮັກຊາດອັນແຮງກ້າ ຂອງບັນດາຜູ້ນຳເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍສະຫຼະ, ມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ, ເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນຳກັນ.
ສາມ: ຍ້ອນສາລະວັດທະຫານ ມີນ້ຳໃຈຮັກຊາດອັນດູດດື່ມ, ເບື່ອໜ່າຍຕໍ່ອຳນາດການປົກຄອງຫຸ່ນປະຕິການ, ເຂົາເຈົ້າມີຄວາມຈົ່ງຮັກພັກດີ, ຊື່ສັດຕໍ່ຜູ້ນຳສຸດຂີດ ກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງແຕ່ລະຫ້ອງ, ໄຂປະຕູຄຸກ ແລ້ວປ້ອງກັນ ແລະ ພາຜູ້ນຳພັກ ແລະ ແນວລາວຮັກຊາດ ຍ່າງອອກຈາກຄຸກໂພນເຄັງ ຢ່າງປອດໄພ.
ສີ່: ຍ້ອນຄວາມຕື່ນຕົວຮັກຊາດຂອງປະຊາຊົນທຸກຊັ້ນຄົນ, ນັບທັງພະສົງອົງເຈົ້ານະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ທົ່ວປະເທດ ໂດຍການປຸກລະດົມຂົນຂວາຍຈາກກອງໜູນ (ກຳລັງປະຕິວັດທີ່ແຈກຢາຍລົງທ້ອງຖິ່ນຕ່າງໆ) ມີຄວາມຕື່ນຕົວ, ດຳເນີການຕໍ່ສູ້ ເລັ່ງທວງໃຫ້ພວກປະຕິການປ່ອຍຜູ້ນຳ, ເມື່ອຜູ້ນຳໂຕນຄຸກ ເຂົາເຈົ້າກໍຮັກສາຄວາມລັບ, ປ້ອງກັນ ແລະ ລ້ຽງດູຜູ້ນຳ.
ຫ້າ: ຄອບຄົວພີ່ນ້ອງລູກຫຼານຂອງຜູ້ນຳ ໂດຍສະເພາະແມ່ນ ປ້າຄຳແພງ ບູຜາ ໄດ້ເຄື່ອນໄຫວປຸກລະດົມປະຊາຊົນ ດຳເນີນການຕໍ່ສູ້ຢ່າງແຂງແຮງ.
ຫົກ: ການເຄື່ອນໄຫວຂອງຜູ້ຊົງຄຸນວຸດທິ, ຜູ້ຮັກຫອມສັນຕິພາບເປັນກາງ ທີ່ໄດ້ສະໜັບສະໜູນຕໍ່ຝ່າຍແນວລາວຮັກຊາດ, ຕໍ່ສູ້ປ້ອງກັນຜູ້ນຳ, ຫາວິທີບໍ່ໃຫ້ນຳເອົາຜູ້ນຳອອກຕັດສິນ.
ເຈັດ: ຍ້ອນກຳລັງຝ່າຍປະເທດລາວ, ກອງພັນທີ 2 ແລະ ທະຫານທ້ອງຖິ່ນ ທີ່ປ້ອງກັນຜູ້ນຳ ແລະ ກຽມພ້ອມທັບມ້າງທຸກການໄລ່ລ່າຂອງສັດຕູ ເປັນຜູ້ນຳພາທາງທີ່ກຳນົດໄວ້ກ່ອນ ເພື່ອໃຫ້ຜູ້ນຳອອກໄປສູ່ທ້ອງຖິ່ນຕ່າງໆ.
ແປດ: ຍ້ອນການສະໜັບສະ ໜູນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ປະເທດສັງຄົມນິຍົມອ້າຍນ້ອງ, ນັບທັງອົງການສະຫະປະຊາຊາດ ທີ່ໄດ້ແຕ່ງຜູ້ແທນມາພົບປະກັບ ລັດຖະບານຫຸ່ນ ແລະ ກົດດັນໃຫ້ພວກປະຕິການຕ້ອງຮັບປະກັນຊີວິດ ໃຫ້ແກ່ຜູ້ນຳທັງໝົດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















