ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ນ້ອງ​ແພຣ​ວາ ພິລາ​ພັນ​ເດຊ ເຂົ້າ​ຮອບ​ຊີງ​ຊະນະ​ເລີດ ຍິມ​ນາ​​ສ​ຕິກ ຊີງ​ແຊັມ​ອາຊີ 2026
ເວລາອອກຂ່າວ: 2026-05-27 10:26:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 262 | ຄວາມນິຍົມ:



ນ້ອງ​ແພຣ​ວາ ມິ​ສາ​ໂຕະ ພິລາ​ພັນ​ເດ​​ຊ ສາວ​ນັກ​ກິລາ​ຍີມ​ນາ​​ສ​ຕິກ​ທີມ​ຊາດ​ລາວ ໜຶ່ງ​ດຽວ​ຈາກ​ປະເທດ​ລາວ ສາມາດ​ສ້າງ​ຜົນງານ​ໄດ້​ຢ່າງ​ໂດດ​ເດັ່ນ ຜ່ານ​ເຂົ້າ​ຮອບ​ຊີງ​ຊະນະ​ເລີດ​ແລ້ວ ຍິມ​ນາ​​ສ​ຕິກ ຊີງ​ແຊັມ​ອາຊີ 2026 ຫຼື ລາຍການ Asian Championships 2026 Bishkek, ພ້ອມ​ຄວ້າ​ໂຄ​ຕ້າ ຕາງໜ້າ​ປະເທດ​ລາວ ຮ່ວມ​ງານ​ມະຫາ​ກຳ​ກິລາ​ອາ​ຊຽນ​ເກມ ທີ່​ປະເທດ​ຍີ່ປຸ່ນ ຮັບ​ກຽດ​ເປັນ​ເຈົ້າພາບ ໃນ​ເດືອນ​ຕຸລາ​ນີ້. ສຳລັບ​ຜົນງານ​ຂອງ ນ້ອງ​ແພຣ​ວາ ມິ​ສາ​ໂຕະ ພິລາ​ພັນ​ເດ​​ຊ ສາວ​ນ້ອຍ​ໜຶ່ງ​ດຽວ​ຂອງ​ປະເທດ​ລາວ ໃນ​ຮອບ​ຄັດ​ເລືອກ ສາມາດ​ຈົບ​ອັນ​ດັບ​ທີ 18 ຈາກ​ນັກ​ກິລາ 36 ຄົນ ໃນ​ທົ່ວ​ຂົງເຂດ​ອາຊີ ເຂົ້າ​ຮ່ວມ ພ້ອມ​ຄວ້າ​ສິດ​ຕາງໜ້າ​ປະເທດ​ລາວ ໄປ​ຮ່ວມ​ແຂ່ງຂັນ Asian Games 2026ທີ່​ເມືອງ​ນາ​ໂຫ​ຢາ ປະເທດ​ຍີ່ປຸ່ນ​ເປັນ​ທາງ​ການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ