ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ໄມ​ເຄິ​​ລ ຄາ​ຣິກ ໄດ້ຕໍ່​ສັນຍາຄຸມ​ທີມ​ຍາວ​ເຖິງ​ປີ 2028
ເວລາອອກຂ່າວ: 2026-05-27 10:25:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 256 | ຄວາມນິຍົມ:



ສະໂມສອນ ແມນ​ເຊ​​ັສ​ເຕີ ຢູ​ໄນ​ເຕັດ (Manchester United) ໄດ້​ປະກາດ​ຂ່າວ​ດີ​ຢ່າງ​ເປັນ​ທາງ​ການ​ວ່າ ໄດ້​ບັນລຸ​ຂໍ້​ຕົກລົງ​ຕໍ່​ສັນຍາ​ສະບັບ​ໃໝ່​ກັບ ໄມ​ເຄິ​​ລ ຄາ​ຣິກ (Michael Carrick) ອະດີດ​ນັກ​ເຕະ​ກອງ​ກາງ​ລະດັບ​ຕຳນານ​ຂອງ ແມນ​ເຊ​​ັສ​ເຕີ ຢູ​ໄນ​ເຕັດ ແລະ ທີມ​ຊາດ​ອັງກິດ ເພື່ອ​ເຮັດ​ໜ້າທີ່​ເປັນ​ຫົວໜ້າ​ຜູ້​ເຝິກ​ສອນ ຂອງ​ທີມ ຕໍ່​ໄປ​ໃນ​ໄລຍະ​ຍາວ ຈົນ​ເຖິງ​ປີ 2028 ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ. ການ​ເຊັນ​ສັນຍາ​ໄລຍະ​ຍາວ​ໃນ​ຄັ້ງ​ນີ້ ຖື​ເປັນ​ສິ່ງ​ພິສູດ​ສີມື​ອັນ​ຍອດ​ຢ້ຽມ​ຂອງ​ອະດີດ​ກອງ​ກາງ​ຕຳນານ​ຂອງ​ສະໂມສອນ ຫຼັງ​ຈາກ​ທີ່​ເພິ່ນ​ໄດ້​ກັບ​ຄືນ​ມາ​ຮັບ​ຕຳແໜ່ງ ຄຸມ​ທິມ ເມື່ອ​ເດືອນ​ມັງກອນ 2026 ທີ່​ຜ່ານ​ມາ. ຄາ​ຣິກ ສາມາດ​ສ້າງ​ຜົນງານ​ໄດ້​ຢ່າງ​ໂດດ​ເດັ່ນ ແລະ ສ້າງ​ຄວາມ​ຮື​ຮາ​ໃຫ້​ກັບ​ວົງ​ການ​ບານເຕະ​ອັງກິດ ດ້ວຍ​ການ​ຄວ້າ​ລາງວັນ​ຜູ້​ຈັດການ​ທີມ​ຍອດ​ຢ້ຽມ​ປະຈຳ​ເດືອນ​ຂອງ​ພຣີ​ເມຍ​ລີກ ຕັ້ງແຕ່​ເລີ່ມ​ຕົ້ນ​ຄຸມ​ທັບ 2 ນັດ​ທຳ​ອິດ ຈາກ​ການ​ພາ ແມນ​ເຊ​​ັສ​ເຕີ ຢູ​ໄນ​ເຕັດ ເອົາ​ຊະນະ​ຄູ່​ປັບ ແມນ​ເຊ​​ັສ​ເຕີ ຊິ​ຕີ້ ແລະ ປາບ​ທີມ​ຈາ​ຝູງ​ຢ່າງ ອາ​ເຊ​ນອນ​ໄດ້. ການ​ຂະຫຍາຍ​ສັນຍາ​ຄັ້ງ​ນີ້ ຈຶ່ງ​ເປັນ​ການສະແດງ​ຄວາມ​ໄວ້​ວາງໃຈ​ຂອງ​ຜູ້​ບໍລິຫານ ທີ່​ຕ້ອງການ​ໃຫ້ ຄາ​ຣິກ ເປັນ​ຜູ້​ສ້າງ​ຍຸກ​ໃໝ່​ຂອງ​ສະໂມສອນ​ໃນ​ໄລຍະ​ຍາວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ