ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ລົງກວດກາຄືນການຊ້ອມແປງພາກສະໜາມ
ເວລາອອກຂ່າວ: 2026-05-27 09:27:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1025 | ຄວາມນິຍົມ: ![]()
ຕອນບ່າຍ ວັນທີ 26 ພຶດສະພາ 2026 ນີ້, ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມເສນາທິການກອງທັບ, ຜູ້ຊີ້ນໍາຮ່ວມການຊ້ອມຮົບຕິພິເສດ “ ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂລຣສ 2026 “ ພ້ອມດ້ວຍຄະນະ ໄດ້ລົງກວກກາຄືນການປັບປຸງ-ຊ້ອມແປງ ພາກສະໜາມ ເປັນຕົ້ນແມ່ນອາຄານບ່ອນພັກຂອງຄະນະຮັບຜິດຊ້ອມພາກສະໜາມ ລາວ-ຣັດເຊຍ ແລະ ພາກສ່ວນຮັບໃຊ້ອື່ນໆ ຢູ່ພາກສະໜາມ.
ໃນການລົງເຄື່ອນໄຫວໃນຄັ້ງນີ້, ສະຫາຍໄດ້ ຮັບຟັງແຜນການປັງປຸງ, ແກ້ໄຂໃນແຕ່ລະຈຸດ ຈາກຜູ້ຮັບຜິດຊອບຊ້ອມແປງວຽກງານດັ່ງກ່າວ ເຊິ່ງໃຫ້ຮູ້ວ່າ: ຜ່ານການເຂົ້າກວດກາໃນເບື້ອງຕົ້ນ ແມ່ນໄດ້ປັບປຸງຫຼາຍຈຸດ ເປັນຕົ້ນແມ່ນ ປ່ຽນບານປະຕູທີ່ເປເພ, ເພດານອາຄານພັກຂອງຄະນະຊີ້ນໍາພາກສະໜາມ, ສະໜາມເຝີກຊ້ອມ ແລະ ສະໂມສອນ, ອາຄານທີ່ນໍາໃຊ້ການຊ້ອມຮົບຕິພິເສດ “ ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂລຣສ 2026 “ ເຊັ່ນ: ຕິດຕັ້ງດອກໄຟໃຫ້ແສງສະຫວ່າງ, ພັດລົມ ແລະ ລ້າງຊ້ອມແປງແອ ຫ້ອງພັກຂອງຄະນະຊີ້ນໍາພາກສະໜາມ, ຫ້ອງພັກເຊົາຂອງຄະນະຄູເຝິກຊ່ຽວຊານຣັດເຊຍ, ຫ້ອງນໍ້າ ແລະ ເຮືອນອາຫານ. ເຊິ່ງໄດ້ປັບປຸງ-ຊ້ອມແປງສໍາເລັດກ່ອນໜ້າ ທີ່ແຕ່ລະພາກສ່ວນຈະເຂົ້າມາຍຶດສະໜາມ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ໄດ້ເນັ້ນໃຫ້ພາກສ່ວນຮັບຜິດຊ້ອມ ເອົາໃຈໃສ່ວ້າງແຜນການເຮັດວຽກ ແລະ ການຊ້ອມແປງໃນແຕ່ລະຈຸດ ໃຫ້ລະອຽດ, ເອົາໃຈໃສ່ປັບປຸງ-ຊ້ອມແປງ, ເຮັດໃຫ້ສໍາເລັດບາງວຽກທີ່ຍັງຄ້າງຄ່າ ເປັນຕົ້ນໃຫ້ເອົາໃຈໃສ່ການປຸກສ້າງຫ້ອງນໍ້າ ເຮືອນຄົວລວມ ໃຫ້ສໍາເລັດ ແລະ ນໍາໃຊ້ໄດ້ທັນກັບເວລາ ທີ່ກໍານົດ.
ໂດຍ: ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















