ການແຫກຄຸກຢ່າງມະຫັດສະຈັນ ຂອງຜູ້ນຳພັກ ແລະ ແນວລາວຮັກຊາດ
ເວລາອອກຂ່າວ: 2026-05-26 10:36:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 540 | ຄວາມນິຍົມ: ![]()
ພາຍຫຼັງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຖືກຈັບກຸມຄຸມຂັງ, ປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ ໄດ້ຄົ້ນຄວ້າວາງແຜນ ເພື່ອປົດປ່ອຍຜູ້ນຳອອກຈາກຄຸກ ໂດຍໄດ້ມີການປຶກສາຄົ້ນຄວ້າອອກເປັນຫຼາຍແຜນການ, ຫຼາຍແງ່ມູມ, ແຕ່ສຸດທ້າຍ ປະທານ ໄກສອນ ພົມວິຫານ ໄດ້ເລືອກເອົາວິທີການ
ປຸກລະດົມຂົນຂວາຍ, ສຶກສາອົບຮົມ ສາລະວັດທະຫານ ທີ່ຍາມຄຸກໃຫ້ມີຄວາມຮັກຊາດ ແລະ ຕື່ນຕົວການເມືອງ ເຊິ່ງບໍ່ມີວິທີອື່ນທີ່ດີກວ່ານັ້ນ, ປະທານ ໄກສອນ ພົມວິຫານ ໄດ້ມອງເຫັນວ່າ: ສາລະວັດ ກໍແມ່ນລູກຫຼານຂອງປະຊາຊົນຊາວໄຮ່ນາຢູ່ທ້ອງຖິ່ນຕ່າງໆ, ເຂົາເຈົ້າກໍມີຄວາມເຄົາລົບນັບຖືຜູ້ນຳທີ່ຮັກຊາດ, ຜູ້ນຳທີ່ເປັນໜ້າເຊື່ອຖື ແລະ ມີສິນທຳ. ປະທານ ໄກສອນ ພົມວິຫານ ໄດ້
ຊີ້ນຳໃຫ້ທ່ານ ສາລີ ວົງຄຳຊາວ ທີ່ຢູ່ແນວຫຼັງ (ເຂດນາຍາງດ່ານສູງ) ສົ່ງການຊີ້ນຳດັ່ງກ່າວ ໄປເຖິງຜູ້ນຳທີ່ຢູ່ໃນຄຸກ, ໂດຍທ່ານ ຊຽງສົມ ກຸນລະວົງ ເປັນສາຍຕິດ
ຕໍ່ໂດຍກົງ ພ້ອມກັນນັ້ນ, ທ່ານ ສາລີ ວົງຄຳຊາວ ຍັງເປັນຜູ້ຈັດວາງກຳລັງ ສຶກສາອົບຮົມປະຊາຊົນຢູ່ພາຍນອກ ແລະ ຕິດຕໍ່ພົວພັນສູນກາງຢ່າງກົມກຽວທີ່ສຸດ.
ພາຍຫຼັງຖືກຄຸມຂັງໄດ້ 1 ວັນ ການນຳເຮົາ ໄດ້ປະຊຸມກັນ, ຕີລາຄາສະພາບການ ແລະ ວາງແຜນເຄື່ອນໄຫວຢູ່ໃນຄຸກ, ໄດ້ຈັດຕັ້ງເປັນໜ່ວຍພັກ ເຊິ່ງມີ ສະຫາຍ ໜູຮັກ ພູມສະຫວັນ ເປັນເລຂາ, ໜ້າທີ່ຕົ້ນຕໍຂອງຜູ້ນຳຢູ່ໃນຄຸກ ຄື:
ພົບປະ, ສຶກສາອົບຮົມ, ຂົນຂວາຍສາລະວັດທະຫານ, ຫັດກາຍບໍລິຫານ, ເພີ່ມພູນຜະລິດຜົນ, ປູກຜັກ, ດອກໄມ້, ຕົ້ນໄມ້ກິນໝາກ ແລະ ອື່ນໆ.
ວັນທີ 31 ທັນວາ 1959 ນາຍພົນ ພູມີ ໜໍ່ສະຫວັນ ລູກມືອາເມຣິກາ ໄດ້ເຮັດລັດຖະປະຫານໂຄ່ນລົ້ມລັດຖະບານ ຜຸຍ ຊະນະນິກອນ, ເອົາທ່ານ ກູປະສິດ ອະໄພ ຂຶ້ນເປັນນາຍົກລັດຖະມົນຕີ, ຕໍ່ມາກໍໄດ້ປ່ຽນເອົາເຈົ້າ ສົມສະໜິດ ຂຶ້ນເປັນນາຍົກລັດຖະມົນຕີ, ພວກເຂົາຜັດປ່ຽນກັນຂຶ້ນເປັນນາຍົກລັດຖະມົນຕີ ແຕ່ນະໂຍບາຍປາບປາມກຳລັງຂອງແນວລາວຮັກຊາດ ກໍບໍ່ມີຫຍັງແຕກຕ່າງ, ພວກເຂົາເລັ່ງທວງໃຫ້ສານດຳເນີນການຕັດສິນໂດຍດ່ວນ. ແຕ່ທ່ານ ກິນິມ ພົນເສນາ ທະນາຍຄວາມ ກໍໄດ້ຫາວິທີປົກປ້ອງ ແລະ ເຂົ້າໄປໃນຄຸກຫຼາຍເທື່ອ ເພື່ອເອົາຂໍ້ມູນ. ທ່ານ ພາວົງໄຊ, ທ່ານ ອຸ່ນເນື້ອ ພິມມະສອນ ຫົວໜ້າສານຂັ້ນຕົ້ນ
ແລະ ສານອຸທອນ ກໍໄດ້ຫາວິທີແກ່ຍາວດ້ວຍເຫດຜົນຕ່າງໆ ຄືຈັ່ງວ່າແກ່ຍາວການຕັດສິນ ເພື່ອໃຫ້ແຜນການໂຕນຄຸກ ທີ່ມະຫັດສະຈັນມາເຖິງ.
ຜັກ ແລະ ດອກໄມ້ ທີ່ຜູ້ນຳປູກໄວ້ ເລີ່ມເບັ່ງບານຢູ່ອ້ອມຄຸກ, ໝາກຫຸ່ງເລີ່ມສຸກ. ຜູ້ນຳເຮົາຮູ້ໝູນໃຊ້ວັດທະນະທຳຮີດຄອງປະເພນີ, ຈິດຕະສາດ ຄື: ໄດ້ເກັບເອົາດອກໄມ້ທີ່ເບັ່ງບານ ໃຫ້ສາລະວັດຝາກໃຫ້ຄອບຄົວໄປເຮັດບຸນຢູ່ວັດ, ບູຊາໃນວັນສິນ, ວັນບຸນຕ່າງໆ ເຮັດໃຫ້ສາລະວັດ ແລະ ຜູ້ນຳມີຄວາມເຊື່ອໝັ້ນກັນຕື່ມ, ສາລະວັດ ໄດ້ມີຄວາມຈົ່ງຮັກພັກດີຕໍ່ຜູ້ນຳ, ການຂົນຂວາຍກໍເລີ່ມມີໝາກຜົນ, ສາມາດທົດສອບຫຼາຍຄັ້ງຄື: ສົ່ງຈົດໝາຍໃຫ້ຄອບຄົວ ຫຼື ຄອບຄອບຄົວຝາກຈົດໝາຍນຳສາລະວັດມາໃຫ້ຜູ້ນຳໃນຄຸກ ກໍຮັບປະກັນຄວາມລັບໄດ້.
ວັນເວລາຜ່ານໄປເກືອບ 300 ວັນ ທີ່ຜູ້ນຳເຮົາຢູ່ໃນຄຸກ ໄດ້ຂົນຂວາຍພວກສາລະວັດທະຫານ ທີ່ເຂົ້າມາເວນຍາມຄຸກໄດ້ຮັບໝາກຜົນເປັນຢ່າງດີ. ການນຳ
ຢູ່ໃນຄຸກ ແລະ ພາກສ່ວນຢູ່ທາງນອກ ເຊິ່ງນຳໂດຍ ທ່ານ ສາລີ ວົງຄຳຊາວ ໄດ້ມີການວາງແຜນກະກຽມເສັ້ນທາງ, ກະກຽມເຄື່ອງໃຊ້ອັນຈຳເປັນ ເປັນຢ່າງດີ. ເມື່ອຮອດເວລາ 12 ໂມງ ທ່ຽງຄືນຂອງວັນທີ 23 ຕໍ່ໃສ່ວັນທີ 24 ພຶດສະພາ 1960 ຜູ້ນຳທຸກທ່ານ ໄດ້ນຸ່ງໂສ້ງ, ເສື້ອ, ໃສ່ເກີບ, ໝວກ ແລະ ປະກອບອາວຸດປອມຕົວເປັນສາລະວັດທະຫານ, ຈັດຕັ້ງເປັນ 3 ຈຸ, ແຕ່ລະຈຸມີສາລະວັດທະຫານແຕ່ 2-3 ຄົນ ພາທາງ ແລະ ປ້ອງກັນຍ່າງອອກທາງປະຕູຄຸກເບື້ອງທາງເລກທີ 13 ໃຕ້ ເຊິ່ງກັບປະຕູໃຫຍ່ຂອງກະຊວງປ້ອງກັນປະເທດ ໃນປັດຈຸບັນ, ຍ່າງຊື່ອອກມາປະມານ 30 ແມັດ ກໍລ້ຽວຊ້າຍໄປສູ່ທິດຕາເວັນອອກສ່ຽງເໜືອຂອງຄ້າຍຄຸກ ແລ້ວຍ່າງຂ້າມຂົວໄມ້ຮ່ອງແຊງ, ຂ້າມທົ່ງນາລັດໄປໃສ່ກົກສາມສາໃຫຍ່ ກ້ອງສູນສະຖານີໄຟຟ້າໂພນຕ້ອງ ແລະ ເຕົ້າໂຮມກັນຢູ່ທີ່ນັ້ນປະມານ 1 ຊົ່ວ
ໂມງ ເພາະໄດ້ຖ້າ ທ່ານ ຈັນທະວີ ສາລະວັດທະຫານ ທີ່ໄປຕ້ອນເອົາພະສິກໃໝ່ 4 ທ່ານ ຢູ່ວັດທາດຫຼວງ. ຈາກນັ້ນ, ກໍເດີນທາງຕໍ່ລັດໃສ່ບ້ານໜອງທາເໜືອ, ທົ່ງນາໜອງພະຍາ, ດົງຊຽງດີ, ລັດໃສ່ດົງຫຼວງທີ່ຂຶ້ນກັບນາຊາຍນ້ອຍ ກໍພໍດີແຈ້ງ. ທຸກຄົນພັກເຊົາຢູ່ດົງຫຼວງ ຈົນຮອດຕອນຄ່ຳຂອງວັນທີ 24 ພຶດສະພາ 1960 ຈຶ່ງເດີນທາງຕໍ່ຂ້າມທາງເລກທີ 13 ເໜືອ, ເດີນທາງຕໍ່ໄປເຖິງຕາດຊອນ ແລ້ວນອນຢູ່ທີ່ນັ້ນໝົດຄືນຊອດແຈ້ງ, ຮຸ່ງເຊົ້າຂອງວັນທີ 25 ພຶດສະພາ 1960 ຈຶ່ງເດີນທາງໄປເຖິງດ່ານສູງ ໄປເຖິງສຳນັກງານປິດລັບຂອງທ່ານ ສາລີ ວົງຄຳຊາວ, ພັກເຊົາຢູ່ທີ່ນັ້ນປະມານ 10 ວັນ ເພື່ອກຽມວັດຖຸປັດໄຈຕ່າງໆ ໃຫ້ແກ່ການເດີນທາງຕໍ່ໄປ. ພໍເດີນທາງໄປຮອດສຳນັກງານປິດລັບຂອງແຂວງວຽງຈັນ ກໍໄດ້ພັກຢູ່ທີ່ນັ້ນ 5 ວັນ ແລ້ວເດີນທາງໄປທາງເມືອງກາສີ, ໄປຫາບ້ານຖ້ຳແກ້ວ, ໃນເວລານັ້ນ ຜູ້ນຳໄດ້ຮັບຂ່າວກ່ຽວກັບການເຮັດລັດຖະປະຫານຂອງກອງແລຢູ່ວຽງຈັນ ແລະ ໄດ້ຮັບໂທລະເລກຈາກສູນກາງພັກວ່າ ໃຫ້ແບ່ງເປັນສອງພາກສ່ວນຄື: ທ່ານ ໜູຮັກ ພູມສະຫວັນ, ທ່ານພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີຊະນະ ສີສານ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ, ທ່ານ ບົວສີ ຈະເລີນສຸກ ແລະ ອ້າຍນ້ອງຈຳນວນໜຶ່ງ ໃຫ້ກັບຄືນນະຄອນຫຼວງວຽງຈັນ ເພື່ອເຈລະຈາຮ່ວມມືກັບລັດຖະບານ ສຸວັນນະພູມມາ, ສ່ວນເຫຼືອນັ້ນ ໃຫ້ສືບຕໍ່ເດີນທາງຂຶ້ນສູ່ເຂດທີ່ໝັ້ນ, ເພື່ອພ້ອມກັບຄະນະຊີ້ນຳສູນກາງພັກສືບຕໍ່ນຳພາ ພາລະກິດປະຕິວັດຕໍ່ໄປ ຈົນເຖິງໄຊຊະນະສຸດທ້າຍ. ການໂຕນຄຸກແບບລວມໝູ່ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄັ້ງມະຫັດສະຈັນນີ້ ແມ່ນມີຄວາມສ່ຽງທີ່ສຸດ, ບໍ່ມີຜູ້ໃດຄິດວ່າຈະເປັນໄປໄດ້ ແຕ່ກໍເປັນໄປໄດ້.
ຮຽບຮຽງໂດຍ:
ນາງ ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















