ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທາບທາມບຸກຄະລາກອນ ເພື່ອປະກອບເຂົ້າອົງຄະນະພັກທະຫານແຂວງຈຳປະສັກ ຊຸດທີ V ຮອບທີ II
ເວລາອອກຂ່າວ: 2019-10-08 09:00:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:



ກອງປະຊຸມທາບທາມເອົາບຸກ ຄະລາກອນເຂົ້າອົງຄະນະພັກທະ ຫານແຂວງຈຳປາສັກ ຊຸດທີ V ຮອບທີ II ໄດ້ຈັດຂຶ້ນຫວ່າງບໍ່ດົນ ມານີ້ ໂດຍການເປັນປະທານຂອງ ສະຫາຍ ນີພອນ ວຽງປະເສີດ ຮອງເລຂາພັກແຂວງ, ຫົວໜ້າຄະ ນະກຳມະການທາບທາມບຸກຄະ ລາກອນຂັ້ນແຂວງ, ຫົວໜ້າຄະ ນະຈັດຕັ້ງແຂວງ, ມີສະຫາຍ ພົນ ຈັດຕະວາ ສຸໄກ ພິມມະສານ ເລ ຂາຄະນະພັກ, ຫົວໜ້າການທະ ຫານ, ສະຫາຍ ພັນເອກ ບຸນມາກ ວິລະວົງ ຄະນະປະຈຳພັກແຂວງ, ຫົວໜ້າຫ້ອງການເມືອງກອງບັນ ຊາການທະຫານແຂວງຈຳປາ ສັກ, ມີເລຂາ, ຮອງເລຂາຄະນະ ພັກຮາກຖານ 5 ຫ້ອງ ແລະ ບັນ ດາກົມກອງ ພ້ອມພະນັກງານສະ ມາຊິກພັກຫຼັກແຫຼ່ງທີ່ເປັນຜູ້ ແທນບັນດາໜ່ວຍພັກກົມກອງທີ່ ຂຶ້ນກັບເຂົ້າຮ່ວມ. ສະຫາຍ ສີເລືອງ ສັກຂັນ ຄະນະກຳມະການທາບທາມບຸກ ຄະລາກອນຂັ້ນແຂວງ, ຮອງຫົວ ໜ້າຄະນະຈັດຕັ້ງແຂວງຈຳປາ ສັກ ໄດ້ຜ່ານມາດຖານຂອງບຸກ ຄະລາກອນທີ່ຈະປະກອບເຂົ້າອົງ ຄະນະພັກກອງບັນຊາການທະ ຫານແຂວງຈຳປາສັກ ຊຸດທີ V ຮອບທີ II ມີ 5 ມາດຖານຄື: 1. ດ້ານຄຸນທາດການເມືອງໜັກ ແໜ້ນ, 2. ມີຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງ ຊີວິດ, 3. ມາດຖານດ້ານຄວາມ ຮູ້ຄວາມສາມາດ, 4. ແບບແຜນ ການນຳພາ ແລະ ມີວິທີເຮັດວຽກ, 5. ມາດຖານດ້ານສຸຂະພາບ ພ້ອມທັງມາດຖານທີ່ກຳນົດໃນ ກົດໝາຍຂອງນາຍທະຫານກອງ ທັບປະຊາຊົນລາວ. ໂອກາດນີ້, ສະຫາຍ ນີພອນ ວຽງປະເສີດ ກໍໄດ້ໃຫ້ທິດຊີ້ນຳຕໍ່ ຜູ້ເຂົ້າຮ່ວມຈົ່ງກຳແໜ້ນມາດຖານ ລວມຂອງພະນັກງານຄຸ້ມຄອງ ແລະ ກົດໝາຍນາຍທະຫານທີ່ກຳ ນົດໄວ້ໃຫ້ແໜ້ນ ເພື່ອເປັນບັນທັດ ຖານໃນການຄັດເລືອກ ແລະ ເນັ້ນ ໜັກໃຫ້ແຕ່ລະສະຫາຍຈົ່ງຄິດເຖິງ ຜົນປະໂຫຍດສ່ວນລວມເປັນສຳ ຄັນ ແລະ ນຳໃຊ້ສິດປະຊາທິປະໄຕ ເລືອກເອົາບຸກຄະລາກອນທີ່ມີ ຄວາມຮູ້ຄວາມສາມາດ, ມີແບບ ແຜນວິທີເຮັດວຽກທີ່ມີພິກໄຫວ ແລະ ວິໄສທັດກວ້າງໄກໃນການ ຊີ້ນຳ-ນຳພາປະກອບເຂົ້າອົງຄະ ນະພັກກອງບັນຊາການທະຫານ ແຂວງຈຳປາສັກ ຊຸດທີ V ຮອບ ທີ II ເພື່ອການພັດທະນາກົມກອງ ໃຫ້ນັບມື້ນັບມີຄວາມໜັກແໜ້ນ ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ຂ່າວ: ທິບມະນີວັນ ຄຳວິເສດ ພາບ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ