ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ຄະນະພັກຮາກຖານໂຮງງານປະສານເຫຼົ່າພາກກາງສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026
ເວລາອອກຂ່າວ: 2026-05-21 10:09:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 468 | ຄວາມນິຍົມ:



ໃນວັນທີ 20 ພຶດສະພາ 2026 ນີ້, ຄະນະພັກຮາກຖານໂຮງງານປະສານເຫຼົ່າພາກກາງ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ພາກສ່ວນກ່ຽວຂ້ອງ ແລະ ສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນເອກ ສອນວິໄລ ປັນຍາສິດ ເລຂາຄະນະພັກຮາກຖານ ຫົວໜ້າໂຮງງານປະສານເຫຼົ່າພາກກາງ ໄດ້ຜ່ານບົດສະຫຼຸບ ຜົນສໍາເລັດການປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ປະຈຳປີ 2026 ວ່າ: ໃນ1 ປີຜ່ານມາ ຄະນະພັກຮາກຖານ, ຄະນະໜ່ວຍພັກ ໄດ້ເປັນເຈົ້າການເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ - ນຳພາແນວຄິດໃຫ້ສະມາຊິກພັກ - ພະນັກງານ-ນັກຮົບ ເປັນປະຈຳຕໍ່ເນື່ອງ ຕິດພັນກັບວຽກງານວິຊາສະເພາະຕ່າງໆ, ຈັດຕັ້ງເຜີຍແຜ່ບັນດາເອກະສານມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ, ບັນດາມະຕິຄຳສັ່ງຂອງຂັ້ນເທິງວາງອອກໃນແຕ່ລະໄລຍະ ເຮັດໃຫ້ແຕ່ລະຄົນ ກຳແໜ້ນແນວທາງນະໂຍບາຍຂອງພັກ - ລັດ, ກຳໄດ້ພາລະບົດບາດ, ສິດ ແລະ ໜ້າທີ່ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ. ໄດ້ສຸມໃສ່ປັບປຸງກໍ່ສ້າງພັກທາງດ້ານການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ບົນພື້ນຖານປະຕິບັດຕາມກົດລະບຽບຂອງພັກ, ການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ. ປະຈຸບັນຄະນະພັກຮາກຖານໂຮງງານປະສານເຫຼົ່າພາກກາງມີ 3 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 78 ສະຫາຍ, ຍິງ 15 ສະຫາຍ, ສຳຮອງ 10 ສະຫາຍ, ຍິງ 1 ສະຫາຍ, ໃນກອງປະຊຸມບັນດາສະມາຊິກພັກໄດ້ປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ ພ້ອມທັງລົງຄະແນນປິດລັບ, ຜ່ານການຈັດຕັ້ງປະຕິບັດໃນບັ້ນດຳເນີນຊີວິດການເມືອງ, ຜ່ານໃບສຳຫຼວດ, ກວດກາຕີລາຄາແບ່ງປະເພດສະມາຊິກພັກແຂງທັງໝົດ 68 ສະຫາຍ, ຍິງ 14 ສະຫາຍເຊິ່ງກວມເອົາ 100% ຂອງຈຳນວນສະມາຊິກພັກທັງໝົດ ແລະ ໄດ້ນຳສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງ ຢັ້ງຢືນການເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຄື: ໜ່ວຍພັກພະແນກການເມືອງຮັບຮອງເປັນໜ່ວຍພັກແຂງ ຄັ້ງທີ 9, ໜ່ວຍພັກພະແນກສ້ອມແປງອາວຸດ-ຊ່າງໄມ້ ຮັບຮອງເປັນໜ່ວຍພັກແຂງ ຄັ້ງທີ 2 ແລະ ໜ່ວຍພັກພະແນກສ້ອມແປງລົດ-ກົນຈັກ ຮັບຮອງເປັນໜ່ວຍພັກແຂງ ຄັ້ງທີ 2. ໂອກາດນີ້, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານດ້ານຕ່າງໆ ທີ່ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສ້າງມາໄດ້ ພ້ອມທັງເນັ້ນໜັກໃຫ້ຍົກສູງສະຕິດ້ານການເມືອງ - ນຳພາແນວຄິດ, ມີຄວາມເປັນເອກະພາບສູງ ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ຮັກສາມູນເຊື້ອຄວາມສາມັກຄີ, ພ້ອມທັງສຸມໃສ່ແກ້ໄຂບັນຫາຂໍ້ຄົງຄ້າງພາຍໃນພັກໃຫ້ໝົດໄປ. ນັກຂ່າວໂຮງງານປະສານເຫຼົ່າພາກກາງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ