ພິທີເປີດຝຶກອົບຮົມກວດສອບ ເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີ III
ເວລາອອກຂ່າວ: 2026-05-21 09:58:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 438 | ຄວາມນິຍົມ: ![]()
ໃນວັນທີ 20 ພຶດສະພາ 2026 ວິທະຍາຄານພະລາທິການກອງທັບ, ໄດ້ເປີດຝຶກອົບຮົມກວດສອບ ເລຂາ, ຮອງເລຂາ ໜ່ວຍພັກ ຊຸດທີ III, ຢູ່ທີສະໂມສອນຂອງຕົນ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສອນທັນ ສຸວົງໄຊ ເລຂາຄະນະພັກວິທະຍາຄານ ຫົວໜ້າກາານເມືອງ ວິທະຍາຄານພະລາທິການກອງທັບ, ມີສະຫາຍ ພັນເອກ ໄຊຍະສຸກ ແສງປະທິບ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະອໍານວຍການ, ຄະນະພັກ-ຄະນະບັນຊາ 6 ຫ້ອງ 2 ກອງພັນ ແລະ ພະນັກງານຫຼັກແຫຼັງເຂົ້າຮ່ວມ.
ໃນພິທີສະຫາຍ ພັນເອກ ໄຊຍະສຸກ ແສງປະທິບ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ໄດ້ຂື້ນຜ່ານ ຂໍ້ຕົກລົງ, ວ່າດ້ວຍການເປີດຝຶກອົບຮົມກວດສອບເລຂາ, ຮອງເລຂາຫນ່ວຍພັກ ຄັ້ງທີ III, ສະບັບເລກທີ 2740/ກມທ, ລົງວັນທີ 18/5/2025 ຢູ່ຄະນະພັກວິທະຍາຄານພະລາທິການກອງທັບ, ຈາກນັ້ນສະຫາຍ ພັນເອກ ປະລິນຍາເອກ ແສງທອງ ອຸ່ນນາງ ຄະນະປະຈໍາພັກ ຫົວໜ້າຫ້ອງການເມືອງ ວິທະຍາຄານພະລາທິການກອງທັບ, ກໍ່ໄດ້ຂື້ນຜ່ານ ມະຕິຕົກລົງຂອງຄະນະພັກວິທະຍາຄານພະລາທິການກອງທັບ ສະບັບເລກທີ 183/ຄພວພກ, ລົງວັນທີ 15 / 02 / 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຝຶກອົບຮົມກວດສອບເລຂາ, ຮອງເລຂາຮາກຖານພັກ ຄັ້ງທີ III, ຢູ່ອົງຄະນະພັກວິທະຍາຄານພະລາທິການກອງທັບ, ພ້ອມດຽວກັນນີ້ ສະຫາຍຍັງໄດ້ຜ່ານແຜນການຝຶກອົບຮົມກວດສອບເລຂາ, ຮອງເລຂາຮາກຖານພັກ, ສະບັບເລກທີ 182/ຄພວພກ ລົງວັນທີ 25 ມີນາ 2026, ໃນນີ້ມີບັນດາສະຫາຍເລຂາ-ຮອງເລຂາ, ກໍາມະການຄະນະພັກຮາກຖານ ແລະ ຫນ່ວຍພັກ ຈໍານວນ 06 ຄະນະພັກຮາກຖານ 35 ຫນ່ວຍພັກ, ມີຈໍານວນນັກກວດສອບຕົວຈິງ 82 ສະຫາຍ,ຍີງ 09 ສະຫາຍ, ເຊີ່ງເນື້ອໃນເອກະສານລວມມີ 2 ພາກຄື: ພາກທິດສະດີມີ 20 ຄໍາຖາມ 20 ຄໍາຕອບ, ພາກປະຕິບັດຕົວຈິງມີ 20 ຄໍາຖາມ 20 ຄໍາຕອບ. ການຝຶກອົບຮົມເຊີ່ງຈະດໍາເນີນເປັນເວລາ 10 ວັນ, ເລີມແຕ່ວັນທີ 20 - 29 ພຶດສະພາ 2026 ຈຶ່ງຈະສໍາເລັດ. ເພື່ອເປັນການຍົກສູງລະດັບຄວາມສາມາດການນໍາພາຂອງການຈັດຕັ້ງຮາກຖານພັກ, ໂດຍສະເພາະແມ່ນຖັນແຖວ ເລຂາ-ຮອງເລຂາຫນ່ວຍພັກ ໃນທົ່ວຄະນະພັກວິທະຍາຄານພະລາທິການກອງທັບ. ແນ່ໃສ່ປັບປຸງການຈັດຕັ້ງຮາກຖານພັກຫນັກແຫນ້ນ, ເຂັ້ມແຂງສາມາດເສີມຂະຫຍາຍກໍາລັງແຮງ, ຄວາມສາມາດສູ້ຮົບ ແລະ ເຮັດສໍາເລັດຫນ້າທີ່ການເມືອງໃນໄລຍະໃຫມ່ ແລະ ເພື່ອເປັນການຊຸກຍູ້, ປຸກລະດົມຂະບວນການສ້າງຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນໃນທົ່ວຄະນະພັກວິທະຍາຄານພະລາທິການກອງທັບ ໃຫ້ເປັນຂະບວນການຟົດຟື້ນ, ໂດຍຖືເອົາຄຸນນະພາບເປັນສໍາຄັນ. ໂອກາດດຽວກັນນີ້ ສະຫາຍປະທານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັ້ນຝຶກອົບຮົມກວດສອບເລຂາ-ຮອງເລຂາ ໃນຄັ້ງນີ້, ພ້ອມທັງກ່າວເປິດພິທີຝຶກອົບຮົມກວດສອບຢ່າງເປັນທາງການ.
ພາບ ແລະ ຂ່າວໂດຍ: ພອນປະສົງ ຢ່າງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















