ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ກອງຮ້ອຍ 23 ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ສະຫຼຸບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ ແລະ ໜັກ​ແໜ້ນ
ເວລາອອກຂ່າວ: 2026-05-21 08:53:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 121 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ ແລະ ໜັກ​ແໜ້ນ ປະຈຳ​ປີ 2025 ຂອງ​ກອງຮ້ອຍ 23 ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຈັດ​ຂຶ້ນ​ໃນຕົ້ນເດືອນ ພຶດສະພາ 2026 ຜ່ານມານີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສົມ​ໜາຍ ສາຍ​ພັນ​ທອງເລຂາ​ໜ່ວຍ​ພັກ ກອງຮ້ອຍ 23ກອງ ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ເປັນ​ກຽດ​ເຂົ້າ​ຮ່ວມ​ມີສະຫາຍ ພັນ​ເອກ ບຸນ​ພົບວິໄລ​ສັກ ຮອງ​ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ໜ່ວຍ​ປະຕິບັດ​ງານ​ຂອງ​ແຂວງ, ໜ່ວຍ​ປະຕິບັດ​ງານ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ, ມີ​ສະມາຊິກ​ພັກ ແລະ ພະນັກງານ​ຫຼັກ​ແຫຼ່ງ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ໜາຍ ສາຍ​ພັນ​ທອງ ເລຂາ​ໜ່ວຍ​ພັກ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ ການ​ກໍ່ສ້າງ ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ ແລະ ໜັກ​ແໜ້ນ ປະຈຳ​ປີ 2025 ແລະ ທິດ​ທາງ​ແຜນການ​ປະຈຳ​ປີ 2026 ເຊິ່ງ ສະຫາຍ ໄດ້​ໃຫ້​ຮູ້​ວ່າ: ໜ່ວຍ​ພັກ​ກອງຮ້ອຍ 23 ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ເປັນ​ໜ່ວຍ​ພັກ​ຮາກ​ຖານ​ໜຶ່ງ​ທີ່ຢູ່​ພາຍ​ໃຕ້​ການ​ນຳພາ-ຊີ້​ນຳ​ຂອງ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ, ມີ​ສະມາຊິກ​ພັກ​ທັງ​ຫມົດ 45 ສະຫາຍ, ຍິງ 4 ສະຫາຍ, ໃນ 1 ປີຜ່ານມາ​ໜ່ວຍ​ພັກ​ແມ່ນ​ໄດ້​ນຳພາ​ສະມາຊິກ​ພັກ ແລະ ພະນັກງານ-ນັກຮົບ ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ ຂອງ​ຕົນ​ເຮັດ​ໃຫ້​ວຽກ​ງານ​ໄດ້​ຮັບ​ຜົນສຳເລັດ ເຊິ່ງ​ສະແດງ​ອອກ ໄດ້​ນຳພາ​ກົມ​ກອງ​​ປະຕິບັດ​ໄດ້​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ​ວາງ​ອອກ​ໄດ້​ເປັນ​ຢ່າງ​ດີ ສາມາດ​ຕີ​ລາຄາ​ແບ່ງ​ປະເພດ​ຂອງ​ສະມາຊິກ​ພັກ ໄດ້​ປະ ເພດ​ແຂງ 45 ສະຫາຍ, ຍິງ 4 ສະຫາຍ, ອົງ​ການຈັດຕັ້ງ​ມະຫາຊົນ​ໄດ້​ປະເພດ​ແຂງ, 3 ໜວດ ແລະ 1 ໜູ່​ສຳນັກ ແມ່ນ​ໄດ້​ປະເພດ​ແຂງ, ການ​ນຳພາ​ຂອງ​ໜ່ວຍ​ພັກ​ຕາມ 5 ເນື້ອ​ໃນ​ຄື: ດ້ານ​ການເມືອງ ປະຕິບັດ​ໄດ້ 9 ຄະແນນ, ດ້ານ​ແນວ​ຄິດ​ປະຕິບັດ​ໄດ້ 9 ຄະແນນ, ດ້ານ​ການຈັດຕັ້ງ​ປະຕິບັດ​ໄດ້ 9 ຄະແນນ, ດ້ານ​ແບບແຜນ​ການ​ນຳພາ​ປະຕິບັດ​ໄດ້ 9 ຄະແນນ, ດ້ານ​ການ​ນຳພາ​ປະຕິບັດ​ໜ້າທີ່​ການເມືອງ​ປະຕິບັດ​ໄດ້ 9 ຄະແນນ, ປະເພດ​ໜ່ວຍ​ພັກ​ໄດ້ ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ. ຈາກ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້​ຜ່ານ ຂໍ້​ຕົກລົງ​ຂອງ​ຂັ້ນ​ເທິງ​ມອບ​ໃບຢັ້ງຢືນ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ ເປັນ​ສະໄໝ​ທີ 2 ຕິດຕໍ່​ກັນ ພ້ອມ​ທັງ​ຮັບ​ຟັງ​ການ​ຜ່ານ​ບົດ​ບັນທຶກ​ຜົນ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ ປະຈຳ​ປີ 2025 ແລະ ແຜນການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ ປະຈຳ​ປີ 2026 ໂອກາດ​ນີ້​ຕາງໜ້າ​ຄະ ນະ​ໜ່ວຍ​ພັກ, ອົງ​ການຈັດຕັ້ງ​ມະຫາຊົນ ຂຶ້ນ​ຈັບ​ມື​ກັນ​ຮັບ​ເອົາ​ຂໍ້​ແຂ່ງຂັນ. ໂດຍ: ນາງ​ບົວ​ລິ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ