ກອງບັນຊາການທະຫານເມືອງສະໜາມໄຊ ເປີດຊຸດອົບຮົມຫັດແອບ ການທະຫານ, ການເມືອງ,ພະລາທິການ-ເຕັກນິກ ປະຈຳປີ 2026
ເວລາອອກຂ່າວ: 2026-05-21 08:50:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 129 | ຄວາມນິຍົມ: ![]()
ໃນຕົ້ນເດືອນ ພຶດສະພາ 2026 ຜ່ານມານີ້, ກອງບັນຊາການທະຫານ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຕັ້ງພິທີເປີດຊຸດອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳສອນ ສຸດທິຈັກ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງສະໜາມໄຊ, ມີຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບທົ່ວກົມກອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນຕີ ສຸລິຄຳ ມະຫາໄຊ ຮອງພະແນກເສນາທິການ ໄດ້ຂຶ້ນຜ່ານແຜນການອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາ
ທິການ-ເຕັກນິກ ປະຈຳປີ 2026, ໂດຍອີງຕາມຄຳສັ່ງຂອງຫ້ອງເສນາທິການ ກອງບັນຊາການທະຫານແຂວງ ອັດຕະປື ວ່າດ້ວຍ ການອົບຮົມ-ຫັດແອບ ການ
ເມືອງ, ການທະຫານ, ພະລາທິການ-ເຕັກນິກ, ອີງຕາມແຜນການອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ຂອງກອງກອງ
ບັນຊາການທະຫານເມືອງສະໜາມໄຊ ປະຈຳປີ 2026 ເພື່ອຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານສິນລະປະຍຸດ-ຍຸດທະວິທີໃຫ້ນາຍ ແລະ ພົນທະຫານໃນທົ່ວກົມກອງໃຫ້ມີຄວາມຊຳນິຊຳນານ, ມີຄວາມຮູ້ຄວາມສາມາດທີ່ແນ່ນອນ, ມີພິກໄຫວຄ່ອງແຄ້ວຍູ້ແຮງໃຫ້ພະນັກງານ-ນັກຮົບໄດ້ປະຕິບັດຂໍ້ກຳນົດ-ກົດລະບຽບສ້າງກົມກອງໃຫ້ມີລະບຽບວິໃນເຂັ້ມງວດ, ສ້າງ ແລະ ປັບປຸງກົມກອງໃຫ້ເປັນກົມກອງຕົວແບບດ້ານລະບຽບວິໃນ, ສ້າງໃຫ້ນາຍ ແລະ ພົນທະຫານມີສຸຂະພາບແຂງ
ແຮງ, ທົນທານ, ແຂງແກ່ນຮັບປະກັນການກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ແລະ ຮັບໃຊ້ໜ້າທີ່ທີ່ພັກ-ລັດມອບໝາຍໃຫ້ມີຜົນສຳເລັດ ເຊິ່ງໄດ້ແບ່ງອອກເປັນ 6 ພາກຄື: ພາກຄວາມຮູ້ທົ່ວໄປ 30 ວັນ, ພາກອົບຮົມການເມືອງ 10 ວັນ, ພາກພະລາທິການ 9 ວັນ, ພາກເຕັກນິກ 8 ວັນ, ພາກສິນລະປະຍຸດທະຫານຮາບ 35 ວັນ, ພາກອົບຮົມຍຸດທະວິທີທະຫານຮາບ 40 ວັນ, ການອົບຮົມໃນຄັ້ງນີ້ຈະໄດ້ດຳເນີນເປັນເວລາ 180 ວັນ ຈິ່ງຈະສຳເລັດ, ຈາກນັ້ນ ສະຫາຍ ຮ້ອຍເອກ ສີວິໄລ ບຸນນະວົງ ຮອງພະແນກການເມືອງ ກໍໄດ້ຂຶ້ນຜ່ານຂໍ້ແຂ່ງຂັນຂອງກົມກອງ ວ່າດ້ວຍແຂ່ງຂັນໃນເວລາອົບຮົມ-ຫັດແອບ ຈາກນັ້ນ ສະຫາຍ ປະທານກໍໄດ້ສຳຜັດມືຮັບເອົາຂໍ້ແຂ່ງຂັນ, ການອົບຮົມໃນຄັ້ງນີ້ເປັນການແນໃສ່ສ້າງຂະບວນການຮອບດ້ານທົ່ວກອງບັນຊາການທະຫານເມືອງສະໜາມໄຊ ເພື່ອອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະໃຫ້ເປັນຂະບວນຟົດຟື້ນ, ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອພິລະອາດຫານຂອງກອງທັບ ປະຊາຊົນລາວໃຫ້ໜັກ
ແໜ້ນເຂັ້ມແຂງ, ເລັ່ງໃສ່ໃຫ້ພະນັກງານ-ນັກຮົບຄົ້ນຄວ້າຮ່ຳຮຽນທິດສະດີຫຼັກການ, ຮຽນໄດ້, ຮຽນເກັ່ງ, ມີທັດສະນະຍົກສູງຄວາມຕື່ນຕົວ, ຄວາມຮັບຜິດຊອບໃນການອົບຮົມ-ຫັດແອບຮ່ຳຮຽນໃຫ້ມີລະບຽບວິໃນ.
ໂດຍ: ພອນສຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















