ການພົບປະແລກປ່ຽນຄະນະນາຍທະຫານລະດັບກາງສອງກອງທັບ ລາວ-ໄທ ຄັ້ງທີ 03
ເວລາອອກຂ່າວ: 2026-05-20 14:52:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 571 | ຄວາມນິຍົມ: ![]()
ໃນວັນທີ 19 ພຶດສະພາ 2026ນີ້, ການພົບປະແລກປ່ຽນຄະນະນາຍທະຫານລະດັບກາງສອງກອງທັບ ລາວ-ໄທ ຄັ້ງທີ 03 ໄດ້ຈັດຂື້ນຢູ່ກະຊວງປ້ອງກັນປະເທດລາວ, ຝ່າຍລາວນໍາໂດຍ ທ່ານ ພັນເອກ ສັກສິດ ພິຈິດ ຮອງຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ທັງເປັນຫົວໜ້າ ຄະນະນາຍທະຫານລະດັບກາງສອງກອງທັບ ລາວ-ໄທ ຝ່າຍລາວ ພ້ອມດ້ວຍຄະນະ, ຝ່າຍໄທ ນໍາໂດຍ ທ່ານ ພົນຕີ ທິຣະພັນ ໄຕພິພັດ ຜູ້ອໍານວຍການສໍານັກກິດຈະການຊາຍແດນປະເທດເພື່ອນບ້ານ ກົມກິດຈະການຊາຍແດນທະຫານ ກອງທັບໄທ ທັງເປັນຫົວໜ້າ ຄະນະນາຍທະຫານລະດັບກາງສອງກອງທັບ ລາວ-ໄທ ຝ່າຍໄທ ພ້ອມດ້ວຍຄະນະ.
ທ່ານ ພັນເອກ ສັກສິດ ພິຈິດ ໄດ້ກ່າວສະແດງຄວາມຕ້ອນຮັບ ທ່ານ ພົນຕີ ທິຣະພັນ ໄຕພິພັດ ພ້ອມດ້ວຍຄະນະ ຢ່າງອົບອຸ່ນທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ແລກປ່ຽນທັດສະນະສຶກສາຮ່ວມກັບນາຍທະຫານລະດັບກາງ ກອງທັບປະຊາຊົນລາວໃນຄັ້ງນີ້.
ໂອກາດນີ້, ທ່ານ ພົນຕີ ທິຣະພັນ ໄຕພິບັດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນເຖິງເຈດຈຳນົງໃນການສືບຕໍ່ເພີ່ມທະວີການຮ່ວມມື ເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຮ່ວມກັນຕາມແນວຊາຍແດນສອງປະເທດໃຫ້ມີຄວາມສະຫງົບປອດໄພ.
ສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບວຽກງານຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມແນວຊາຍແດນ, ແລກປ່ຽນບົດຮຽນວຽກງານນາຍທະຫານລະດັບກາງ ພ້ອມທັງໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມື ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນຫຼາຍດ້ານເປັນຕົ້ນແມ່ນ: ວຽກງານຮັກສາຄວາມສະຫງົບ, ການຮັກສາຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ລາວ-ໄທ, ໄທ-ລາວ, ການແລກປ່ຽນຂໍ້ມູນຂ່າວສານ, ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຕາມບໍລິເວນຊາຍແດນ. ພ້ອມນີ້, ສອງຝ່າຍຍັງໄດ້ຢືນຢັນທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນແບບບ້ານໃກ້ເຮືອນຄຽງທີ່ດີ ບົນພື້ນຖານການເຄົາລົບເອກະລາດ, ອຳນາດອະທິປະໄຕ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອສ້າງຄວາມສົມບູນພູນສຸກໃຫ້ແກ່ປະຊາຊົນສອງຊາດ ກໍຄືການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.
ເນື່ອງໃນໂອກາດ ທີ່ເດີນທາງມາຢ້ຽມຢາມແລະ ແລກປ່ຽນທັດສະນະສຶກສາຮ່ວມກັບນາຍທະຫານລະດັບກາງກອງທັບ ລາວ-ໄທ ທ່ານ ພົນຕີ ທິຣະພັນ ໄຕພິບັດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນກອງທັບ ປະຊາຊົນລາວຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















