ກອງປະຊຸຸມພົບປະ ລະຫວ່າງ ກົມກວດກາ ແລະ ອົງການກວດກາ ຂອງສອງກະຊວງປ້ອງກັນປະເທດ ລາວ- ຫວຽດນາມ
ເວລາອອກຂ່າວ: 2026-05-20 10:21:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 392 | ຄວາມນິຍົມ: ![]()
ກອງປະຊຸຸມພົບປະ ລະຫວ່າງ ກົມກວດກາ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ອົງການກວດກາ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 19 ພືດສະພາ 2026 ນີ້, ທີ່ຫ້ອງປະຊຸມກົມພົວພັນຕ່າງປະເທດ, ເຊິ່ງຝ່າຍລາວນຳໂດຍ ສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຫງຽນວັນຊ່ຽນ ຮອງຫົວໜ້າອົງການກວດກາ ກະຊວງປ້ອງກັນປະເທດ ຫວຽດນາມ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທິ ສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວກົມກວດກາກອງທັບ ປະຊາຊົນລາວ ສະແດງຄວາມຕ້ອນຮັບ ຄະນະຜູ້ແທນຈາກອົງການກວດກາ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ກົມກວດກາກອງທັບ ປະຊາຊົນລາວ ໃນຄັ້ງນີ້ຢ່າງອົບອຸ່ນ ແລະ ຈິງໃຈ, ພ້ອມທັງ ຝາກຄວາມຢ້ຽມຢາມຖາມຂ່າວຜ່ານບັນດາ ສະຫາຍໄປຍັງຄະນະພັກ-ຄະນະບັນຊາກົມ ແລະ ພະນັກງານກວດກາກະຊວງປ້ອງກັນປະເທດ ສສ ຫວຽດນາມທຸກສະຫາຍ. ເຊິ່ງການພົບປະແລກປ່ຽນບົດຮຽນ ແລະ ການມາເຮັດວຽກຄະນະຜູ້ແທນຈາກອົງການກວດກາ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມໃນຄັ້ງນີ້ ແມ່ນມີຄວາມໝາຍ, ຄວາມສໍາຄັນ ແລະ ຢູ່ໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດຂອງທັງສອງປະເທດຫາກໍ່ສໍາເລັດກອງປະຊຸມຜູ້ແທນ ທົ່ວປະເທດຂອງຕົນ ແລະ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມດັ່ງກ່າວໃຫ້ປະກົດຜົນເປັນ ຈິງ. ພ້ອມນັ້ນ ສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບລວມພາຍໃນປະເທດ; ທີ່ຕັ້ງ, ພາລະບົດບາດ, ໜ້າທີ່່, ຂອບເຂດສິດ ແລະ ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ຂອງກົມກວດກາກອງທັບປະຊາຊົນລາວ ໃນໄລຍະທີ່ຜ່ານມາ ໃຫ້ທາງຄະນະຜູ້ແທນອົງການກວດກາ ກອງທັບປະຊາຊົນຫວຽດນາມ ໄດ້ຮັບຊາບ ແລະ ມີຄຳເຫັນແລກປ່ຽນບົດຮຽນກັບຄະນະຜູ້ແທນອົງການກວດກາ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນວຽກງານກວດກາລັດ, ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ວຽກງານຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຫງຽນວັນຊ່ຽນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຍົກໃຫ້ເຫັນສາຍພົວພັນອັນຍີ່ງໃຫຍ່ ທີ່ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ການຊ່ວຍເຫຼື່ອເຊິ່ງກັນ ແລະ ກັນຕະຫຼອດໄລຍະທີ່ຜ່ານມາ ເປັນຕົນແມ່ນທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ເຊິ່ງການພົບປະໃນຄັງນີ້ ກໍເປັນໂອກາດອັນດີ ແລະ ມີຄວາມໝາຍ, ຄວາມສໍາຄັນຍີ່ງ ເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງການພົວພັນຮ່ວມມືລະຫວ່າງກົມກວດກາກອງທັບປະຊາຊົນລາວ ແລະ ອົງການກວດກາ ກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຍີ່ງໆຂຶ້ນ ແລະ ເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ, ສອງ ກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ງຈະເລີນງອກງາມຍິ່ງໆຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















