ການຜ່າວົງປິດລ້ອມ ຂອງກອງພັນທີ 2 ເປັນບາດລ້ຽວສຳຄັນ ໃຫ້ແກ່ຂະບວນການຫັນທິດຕໍ່ສູ້
ເວລາອອກຂ່າວ: 2026-05-20 09:21:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 723 | ຄວາມນິຍົມ: ![]()
ວັນທີ 18 ພຶດສະພາ 1959 ແມ່ນວັນກອງພັນທີ 2 ຂອງຝ່າຍປະເທດລາວ ຜ່າວົງປິດລ້ອມຂອງ ສັດຕູ ທີ່ທົ່ງໄຫຫີນຊຽງຂວາງ ອອກສູ່ຖານທີ່ໝັ້ນຂອງການປະ ຕິວັດ ດ້ວຍຄວາມປອດໄພ. ເຊິ່ງເປັນວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ ແລະ ຂອງກອງທັບປະຊາຊົນລາວ, ບົນເສັ້ນທາງຜ່າວົງປິດລ້ອມຂອງສັດຕູພະນັກງານ-ນັກຮົບ ກອງ ພັນທີ 2 ໄດ້ຜ່ານຜ່າຄວາມຫຍຸ້ງ ຍາກ, ເສຍສະຫຼະ, ການທົດສອບ ນານາປະການ, ສ້າງໄດ້ຜົນງານ ອັນໃຫຍ່ຫຼວງ, ວີລະກຳອັນລ້ຳ ເລີດ, ສ້າງບາດລ້ຽວປະຫວັດ ສາດສຳຄັນແກ່ຂະບວນການຕໍ່ ຕ້ານການຮຸກຮານຂອງຈັກກະ ພັດອາເມຣິກາ ແລະ ລູກມື, ປະ ກອບສ່ວນຍາດເອົາໄຊຊະນະຍິ່ງໃຫຍ່ມາໃຫ້ການປະຕິວັດປົດປ່ອຍຊາດ.
ເຫດການຜ່າວົງປິດລ້ອມຂອງກອງພັນທີ 2 ໄດ້ກາຍເປັນບາດລ້ຽວທີ່ສຳຄັນ ໃຫ້ແກ່ຂະບວນການຫັນທິດຕໍ່ສູ້ ເຊິ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເປັນຕົ້ນແມ່ນ:
ໜຶ່ງ: ສ່ອງແສງໃຫ້ເຫັນການນຳພາຂອງພັກອັນຖືກຕ້ອງສະ ຫຼາດສ່ອງໃສ, ຂະບວນການຕໍ່ ສູ້ຂອງປະຊາຊົນເຮົາ ຕ້ານກັບຈັກກະພັດອາເມຣິກາ ຜູ້ຮຸກຮານ ແລະ ລູກແຫຼ້ງຕີນມື ແມ່ນເປັນທຳ, ສະນັ້ນ ການຜ່າວົງປິດລ້ອມຂອງກອງພັນທີ 2 ໄດ້ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງວ່າ: ສິນທຳຍາມໃດກໍຊະນະ ອະທຳ.
ສອງ: ການຜ່າວົງປິດລ້ອມ ຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກຳລັງປະ ກອບອາວຸດເຮົາ ທີ່ຢູ່ໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດມະຫັດສະຈັນສຳ ຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນມີຄຸນຄ່າທີ່ສຸດ ໃຫ້ແກ່ຂະບວນ ການຕໍ່ສູ້ຂອງກອງທັບ ແລະ ປະ ຊາຊົນເຮົາ ຍາດເອົາໄຊຊະນະ ໃນໄລຍະຜ່ານມາ.
ສາມ: ຄະນະພັກ-ຄະນະບັນຊາ, ພະນັກງານ-ສະມາຊິກພັກ ຕະ ຫຼອດຮອດນັກຮົບທຸກສະຫາຍ ໃນກອງພັນທີ 2 ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນ ຂອງບັນພະບູລຸດ ແລະ ປະຊາຊົນລາວ ຜູ້ຮັກຊາດ ສາມາດທັບມ້າງກົນ ອຸບາຍຂອງພວກຈັກກະພັດ ແລະ ລູກແຫຼ້ງຕີນມືຂອງພວກເຂົາ ທີ່ຫວັງດັບມອດກຳລັງປະຕິວັດ ໂດຍສະເພາະ ແມ່ນ 2 ກອງພັນ ທີ່ເຂົ້າຮ່ວມກັບກອງທັບແຫ່ງຊາດ ນັ້ນໃຫ້ພັງທະລາຍລົງ.
ສີ່: ຄວາມບໍລິສຸດ ຜຸດຜ່ອງ, ຄວາມຈົງຮັກ ພັກດີ, ຄວາມສາ ມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນ, ໝັ້ນໜຽວ, ບໍ່ຄອນແຄນຕໍ່ການນາບຂູ່ການຫຼອກລວງຂອງສັດຕູ, ນ້ຳໃຈສູ້ຮົບ ພິລາດອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ ເປັນການປຸກລະດົມອັນແຮງກ້າ ໃຫ້ແກ່ຂະບວນການປະຕິວັດຂອງມະຫາຊົນ ເພື່ອຕີເອົາຊະນະກັບຈັກກະພັດອາເມຣິກາ ແລະ ລູກແຫຼ້ງຕີນມື ພ້ອມດຽວກັນນັ້ນ, ກໍເຮັດໃຫ້ກຳລັງປະຕິວັດ, ໂດຍສະເພາະ ແມ່ນກຳລັງປະກອບອາ ວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະ ຫຍາຍຕົວ ເຂັ້ມແຂງ.
ຫ້າ: ເຮັດໃຫ້ຊື່ສຽງອິທິພົນ ຂອງກຳລັງຝ່າຍປະເທດລາວ (ແນວລາວຮັກຊາດ) ພົ້ນເດັ່ນຂຶ້ນ ໃນເວທີສາກົນ ບັນດາປະເທດສັງຄົມນິຍົມມີຄວາມເຊື່ອໝັ້ນ ຊ່ວຍເຫຼືອ, ສະໜັບສະໜູນຂະບວນການຕໍ່ສູ້ອັນເປັນທຳຂອງການປະຕິວັດເຮົາ, ບັນດາປະເທດທີ່ກ້າວໜ້າ ແລະ ຮັກຫອມສັນຕິພາບ ກໍເປັນ ໃຈສະໜັບສະໜູນນັບມື້ນັບກວ້າງ ຂວາງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















