ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ພະລາທິການກອງທັບ ຈັດຕັ້ງຮັບຟັງການປາຖະກະຖາ 3 ວັນປະຫວັດສາດຂອງຊາດ
ເວລາອອກຂ່າວ: 2019-10-07 11:03:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 86 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 3 ຕຸລາ 2019 ນີ້, ກົມໃຫຍ່ພະລາທິການ ກອງທັບ ໄດ້ຈັດຕັ້ງຮັບຟັງການ ປາຖະກະຖາຫວນຄືນມູນເຊື້ອ 3 ວັນປະຫວັດສາດຂອງຊາດຂຶ້ນ ໂດຍການເປັນປະທານຂອງສະ ຫາຍ ພົນຕີ ປອ ວົງຄຳ ພົມມະ ກອນ ກຳມະການຄະນະປະຈຳ ພັກກະຊວງ, ຫົວໜ້າກົມໃຫຍ່ພະ ລາທິການກອງທັບ, ມີຄະນະພັກ ອົງການກົມໃຫຍ່, ບັນດາກົມ, ຫ້ອງການ, ພະແນກການ, ຄະນະ ພັກ-ຄະນະບັນຊາກົມກອງອ້ອມ ຂ້າງ, ຕະຫຼອດຮອດພະນັກງານ ຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ. ການປາຖະກະຖາໃນຄັ້ງນີ້ ສະຫາຍ ພົນຈັດຕະວາ ປອ ວົງ ສັກ ພັນທະວົງ ກຳມະການຄະນະ ພັກກະຊວງ, ຮອງຫົວໜ້າກົມ ໃຫຍ່ພະລາທິການກອງທັບ ໄດ້ ຍົກໃຫ້ເຫັນປະຫວັດຄວາມເປັນ ມາຂອງວັນຍຶດອຳນາດເດືອນ ສິງຫາ ປີ 1945 ເຊິ່ງແມ່ນເຫດການທີ່ມີຄວາມໝາຍຄວາມສຳ ຄັນສຳລັບປະຊາຊົນລາວທັງຊາດ ເພາະວ່າ: ໄຊຊະນະດັ່ງກ່າວມັນ ແມ່ນໝາກຜົນແຫ່ງການຕໍ່ສູ້ປະ ຕິວັດອັນຍືດເຍື້ອຍາວນານຂອງ ປະຊາຊົນລາວບັນດາເຜົ່າ ພາຍ ໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ເພື່ອຍຶດອຳນາດໃນ ທົ່ວປະເທດແບບ: ບົວບໍ່ໃຫ້ຊຳ້, ນຳ້ບໍ່ໃຫ້ຂຸ່ນ, ມັນແມ່ນໄຊຊະນະ ຂອງແນວທາງປະຕິວັດອັນຖືກ ຕ້ອງ ແລະ ການນຳພາອັນສະ ຫຼາດສ່ອງໃສຂອງພັກ ຍົກໃຫ້ ເຫັນຄວາມໝາຍຄວາມສຳຄັນ ຂອງວັນລັດຖະທຳມະນູນແຫ່ງ ສປປ ລາວ ພາຍຫຼັງທີ່ປະເທດ ຊາດໄດ້ຮັບການສະຖາປະນາ ເປັນ ສປປ ລາວ, ພັກໄດ້ວາງ ແນວທາງ ແລະ ນຳພາປະຊາຊົນ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ປີ 1986 ພັກໄດ້ວາງແນວທາງປ່ຽນແປງ ໃໝ່ຮອບດ້ານ, ໂດຍເລີ່ມຈາກ ການປ່ຽນແປງທາງດ້ານເສດຖະ ກິດ, ຫັນຈາກການຄຸ້ມຄອງລວມ ສູນບໍລິຫານເກື້ອກູນ ໄປສູ່ການ ຄຸ້ມຄອງຕາມກົນໄກຕະຫຼາດທີ່ ມີກຳໄລ, ໄລ່ລຽງເສດຖະກິດ ແລະ ມີການດັດສົມຂອງລັດ, ເພື່ອແນໃສ່ຍົກລະບົບອຳນາດ ແຫ່ງລັດໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ການເຊື່ອມ ໂຍ່ງເສດຖະກິດພາກພື້ນ ແລະ ສາ ກົນໃນໄລຍະໃໝ່, ປະກາດໃຊ້ລັດ ຖະທຳມະນູນເປັນເຫດການ-ການ ເມືອງທີ່ສຳຄັນຂອງຊາດ, ທັງ ເປັນຂີດໝາຍໃໝ່ແຫ່ງການຫັນ ໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງ ສັງຄົມດ້ວຍກົດໝາຍ ແລະ ສ້າງ ລັດແຫ່ງກົດໝາຍເທື່ອລະກ້າວ. ຈາກນັ້ນສະຫາຍ ພົນຕີ ປອ ວົງ ຄຳ ພົມມະກອນ ກໍໄດ້ບັນຍາຍ ກ່ຽວກັບວັນກຳລັງອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ໄດ້ ມາເຄື່ອນໄຫວປະຕິບັດໜ້າທີ່ສາ ກົນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຢູ່ລາວ ເພື່ອໂຄສະນາສຶກສາອົບ ຮົມໃຫ້ແກ່ພະນັກງານ-ນັກຮົບ ຮຸ່ນສືບທອດໄດ້ຮັບຮູ້ ແລະ ເຂົ້າ ໃຈເຖິງມູນເຊື້ອແຫ່ງການຮ່ວມ ສຳພັນສູ້ຮົບລະຫວ່າງສອງກອງ ທັບລາວ-ຫວຽດນາມ, ຫວຽດ ນາມ-ລາວ. ໃນການຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກ ກະພັດອາເມຣິກາຜູ້ຮຸກຮານ ແລະ ມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນ ເພື່ອ ເອກະລາດ, ອິດສະຫຼະພາບຂອງ ປະຊາຊົນລາວບັນດາເຜົ່າ, ທັງນີ້ ກໍເພື່ອເຮັດໃຫ້ພະນັກງານ-ນັກ ຮົບໄດ້ຮັບຮູ້ ແລະເຊື່ອມຊຶມເພື່ອ ນຳເອົາເນື້ອໃນຈິດໃຈດັ່ງກ່າວນີ້ ໄປຈັດຕັ້ງປະຕິບັດ ແລະ ເຜີຍແຜ່ຢູ່ ໃນຂັ້ນກົມກອງ ຂອງຕົນ. ໂດຍ: ຄຳປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ