ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ຈັດ​ກອງ​ປະຊຸມ​ສະພາ​ສອບເສັງ​ ພາກຮຽນ​ທີ II ສົກຮຽນ 2025-2026
ເວລາອອກຂ່າວ: 2026-05-20 09:10:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 125 | ຄວາມນິຍົມ:



ກອງ​ປະຊຸມ​ສະພາ​ສອບເສັງ​ພາກຮຽນ​ທີ II ປະຈຳ​ສົກຮຽນ 2025-2026 ຂອງ​ໂຮງຮຽນ​ວັດ​ທະນະ​ທຳ​ຊົນເຜົ່າ​ກອງທັບ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ພຶດສະພາ 2026 ຜ່ານ​ມາ. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ເພັດ​ສະໝອນ ວິລະ​ວອນ ຫົວໜ້າ​ການ​ທະຫານ ໂຮງຮຽນ​ວັດທະ ນະທຳ​ຊົນເຜົ່າ​ກອງທັບ, ມີ​ສະ ຫາຍ ພັນ​ເອກ ຄຳ​ສິງ ບຸດ​ຈັນ​ແພງ ຮັກສາ​ການ ຫົວໜ້າ​ການເມືອງ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ແຂກ​ຖືກ​ເຊີນ​ຈາກ ກົມ​ໂຮງຮຽນ, ກົມ​ພະນັກງານ, ຄະນະ​ຫ້ອງ 4 ຫ້ອງ, 2 ກອງພັນ, ຄະນະ​ພະ​ແນກ, ພະນັກງານ ແລະ ຄູ-ອາຈານ​ທົ່ວ​ໂຮງຮຽນ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ດາ​ວັນ ສິມ​ໃບ​ມະນີ ຮອງ​ຫົວໜ້າ​ຫ້ອງ​ສຶກ​ສາ​ໂຮງຮຽນ ໄດ້​ຜ່ານ​ແຜນການ​ສອບເສັງ ແລະ ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຊີ້​ນຳ, ອະນຸ​ກຳມະການ ສອບເສັງ​ພາກຮຽນ​ທີ II ປະຈຳ​ສົກຮຽນ 2025-2026. ພ້ອມ​ນີ້, ສະຫາຍ ພັນ​ເອກ ສັງ​ທອງ ສຸກ​ສີ​ສະຫວາດ ຫົວໜ້າ​ຫ້ອງ​ສຶກ​ສາ​ໂຮງຮຽນ ໄດ້​ຜ່ານ​ກົດ​ລະບຽບ​ການ​ສອບເສັງ, ສິດ ແລະ ໜ້າທີ່ ຂອງ​ກຳມະການ​ຍາມ​ຫ້ອງ​ສອບເສັງ ແລະ ຜ່ານ​ຕາຕະລາງ​ສອບເສັງ. ຈາກ​ນັ້ນ, ກອງ​ປະຊຸມ​ຍັງ​ໄດ້​ພ້ອມ​ກັນ​ແລກປ່ຽນ​ຄຳ​ຄິດ​ເຫັນ​ຕໍ່​ບັນດາ​ເນື້ອ​ໃນ​ເອກະສານ​ຕ່າງໆ ເພື່ອ​ເຮັດ​ໃຫ້​ບັ້ນ​ສອບເສັງ​ພາກຮຽນ​ທີ II ສົກຮຽນ 2025-2026 ມີ​ຄວາມ​ເປັນ​ເອກະ​ພາບ ແລະ ຮັບປະກັນ​ໃຫ້​ມີ​ຜົນສຳເລັດ 100%. ທັງ​ນີ້, ກໍ​ເພື່ອ​ເປັນ​ການ​ກວດກາ​ຄືນ​ໃນ​ການຈັດຕັ້ງ​ການ​ຮຽນ-ການ​ສອນ ໃນ​ໄລຍະ​ໜຶ່ງ​ສົກຮຽນ​ທີ່​ຜ່ານ​ມາ​ຂອງ ຄູ-ອາຈານ ແລະ ນັກຮຽນ, ເປັນ​ການ​ປະຕິບັດ​ຂັ້ນ​ຕອນ​ບາດກ້າວ ການ​ຮຽນ-ການ​ສອນ ຂອງ​ລະບົບ​ສາມັນ​ສຶກ​ສາ ທີ່​ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ​ວາງ​ອອກ, ເປັນ​ການ​ວັດແທກ, ປະ​ເມີນ​ຜົນ​ການ​ຮຽນ-ການ​ສອນ, ທັງ​ເປັນ​ການ​ຮັບປະກັນ​ໃຫ້​ບັ້ນ​ດຳເນີນ​ການ​ສອບເສັງ ໃຫ້​ນັກຮຽນ​ຊັ້ນ ມໍ1, ມໍ2, ມໍ3, ມໍ5, ມໍ6 ແລະ ມໍ7 ເຂົ້າ​ຮ່ວມ​ສອບເສັງ​ຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ, ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ເຮັດ​ໃຫ້​ບັ້ນ​ສອບເສັງ​ບັນລຸ​ຕາມ​ແຜນການ​ທີ່​ວາງ​ໄວ້​ໃຫ້​ໄດ້​ຮັບ​ຜົນ​ສູງ. ໂອກາດ​ນີ້, ສະຫາຍ ພັນ​ເອກ ເພັດ​ສະໝອນ ວິລະ​ວອນ ກໍ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ​ທີ່​ຖືກ​ການ​ແຕ່ງຕັ້ງ​ຮັບຜິດຊອບ​ນັ້ນ ຈົ່ງ​ພ້ອມ​ກັນ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່ ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ປະສົບ​ຜົນສຳເລັດ, ຮັກ ສາ​ຈັນ​ຍາ​ບັນ-ຈັນຍາທຳ, ຮັກສາ​ຄວາມ​ສະຫງົບ​ໃຫ້​ໄດ້ 100%, ປະຕິບັດ​ຕາມ​ກົດ​ລະບຽບ ເພື່ອ​ເຮັດ​ໃຫ້ການ​ສອບເສັງ​ພາກຮຽນ​ທີ II ສົກຮຽນ 2025-2026 ນີ້​ ໄດ້​ຮັບ​ໝາກຜົນ​ຕາມ​ຄາດໝາຍ ​ທີ່​ວາງ​ໄວ້. ໂດຍ: ໂອ​ລິນ ມິ່ງ​ມີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ