ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີມອບ - ຮັບ ໜ້າທີ່ຫົວໜ້າຫ້ອງວ່າການ ແຂວງໄຊສົມບູນຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2019-10-07 10:55:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 63 | ຄວາມນິຍົມ:



ພິທີມອບ-ຮັບໜ້າທີ່ ຫົວໜ້າ ຫ້ອງວ່າການແຂວງໄຊສົມບູນ ຜູ້ ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ແດງ ປະທຸມທອງ, ຫົວໜ້າຫ້ອງ ວ່າການແຂວງຜູ້ເກົ່າ ແລະ ທ່ານ ສົມບູນ ສອນລິດທິເດດ, ຫົວໜ້າຫ້ອງວ່າການແຂວງຜູ້ໃໝ່ ໄດ້ຈັດຂຶຶ້ນ ໃນຕອນບ່າຍຂອງ ວັນທີ 3 ຕຸລາ 2019 ນີ້, ທີ່ສະໂມສອນເມືອງອະນຸວົງ. ໂດຍ ການເຂົ້າຮ່ວມຂອງ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ, ເຈົ້າແຂວງໆໄຊສົມບູນ, ມີຄະນະປະຈຳພັກແຂວງ, ກຳມະການພັກ ແຂວງ, ພ້ອມດ້ວຍພະແນກການ, ອົງການ-ກົມກອງອ້ອມຂ້າງ ແຂວງ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ໂອກາດນີ້ ທ່ານ ແດງປະທຸມ ທອງ, ຫົວໜ້າຫ້ອງວ່າການ ແຂວງຜູ້ເກົ່າ ໄດ້ຜ່ານບົດລາຍງານວຽກງານຮອບດ້ານທີ່ຕົນໄດ້ຈັດຕັ້ງປະຕິບັດໃນໄລຍະທີ່ ຜ່ານມາ ເຊິ່ງມີຜົນສຳເລັດ ແລະ ຂໍ້ຄົງຄ້າງບາງດ້ານທີ່ຈະມອບຕໍ່ ໃຫ້ຫົວໜ້າຫ້ອງວ່າການຜູ້ໃໝ່ ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ. ຈາກນັ້ນ ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບໜ້າທີ່ລະຫວ່າງ ທ່ານ ແດງ ປະທຸມທອງ ຫົວໜ້າ ຫ້ອງວ່າການຜູ່ເກົ່າ ແລະ ທ່ານ ສົມບູນ ສອນລິດທິເດດ ຫົວໜ້າ ຫ້ອງວ່າການຜູ້ໃໝ່ຢ່າງເປັນ ທາງການ. ໂອກາດດັ່ງກ່າວທ່ານ ພົນຕີ ຄຳລຽງ ອຸທະໄກສອນ ກໍໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງ ທ່ານໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ທ່ານຫົວໜ້າຫ້ອງວ່າ ການແຂວງຜູ້ເກົ່າ ທີ່ໄດ້ຜ່ານຜ່າ ທຸກຄວາມຫຍຸ້ງຍາກນາໆປະ ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານຂອງຕົນດ້ວຍຄວາມເອົາໃຈ ໃສ່ຈົນມີບາດກ້າວພົ້ນເດັ່ນຫຼາຍ ດ້ານໃນໄລຍະຜ່ານມາ ພ້ອມນີ້ ທ່ານໄດ້ຍົກໃຫ້ເຫັນເຫດຜົນຂອງ ການແຕ່ງຕັ້ງຍົກຍ້າຍຊັບຊ້ອນ ຂອງພະນັກງານຂັ້ນນຳພາຄຸ້ມ ຄອງ ເຊິ່ງເປັນວຽກປົກກະຕິ ໂດຍອີງໃສ່ຄວາມຮຽກຮ້ອງ ຕ້ອງການຕົວຈິງ ຂອງໜ້າທີ່ການ ເມືອງໃນໄລຍະໃໝ່ພາຍໃຕ້ການ ຊີ້ນຳຂອງສູນກາງພັກ ພ້ອມດຽວ ກັນນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ ຫົວໜ້າຫ້ອງວ່າການແຂວງຜູ້ໃໝ່ ຈົ່ງສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ ການເມືອງທີ່ຂັ້ນເທິງມອບໝາຍ ດ້ວຍຄວາມຮັບຜິດຊອບສູງ ໂດຍ ການເພີ່ມທະວີບົດບາດການນຳ ພາຂອງຕົນຢ່າງຕັ້ງໜ້າ ແລະ ແຂງແຮງ ເພື່ອສືບຕໍ່ພັດທະນາ ແຂວງໄຊສົມບູນ ໃຫ້ມີຄວາມຈະ ເລີນກ້າວໜ້າ ແລະ ຂະຫຍາຍ ຕົວຂຶ້ນເລື້ອຍໆ. ຂ່າວ: ສຸກສັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ