ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ປີ 2025 ຜ່ານ​ມາ ກອງຮ້ອຍ​ປ້ອງ​ກັນ​ທີ່​ຕັ້ງ 304 ຮັບປະກັນ​ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ
ເວລາອອກຂ່າວ: 2026-05-19 09:12:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ:



ສະຫາຍ ພັນ​ຕີ ສັນຕິ ທັນ​ຄຳພັກ ຫົວໜ້າ​ການ​ທະຫານ​ ກອງຮ້ອຍ​ປ້ອງ​ກັນທີ່ຕັ້ງ 304 ກອງ​ພົນ​ທີ 5 ໃຫ້​ຮູ້​ວ່າ: ການຈັດ ຕັ້ງ​ປະຕິບັດ​ວຽກ​ງານຮອບດ້ານ​ປະຈຳ​ປີ 2025 ຜ່ານ​ມາ​ກົມ​ກອງ​ສ້າງ​ໄດ້ຜົນ​ງານ​ຫຼາຍ​ດ້ານ​ແມ່ນ​ຕົ້ນ​ແມ່ນ​ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ໄດ້​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການ ເມືອງ​ພັດທະນາ​ຊົນນະບົດ​ຮອບ ດ້ານຕາມ 4 ເນື້ອ​ໃນ 4 ຄາດໝາຍ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ມີ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ 4 ສະຫາຍ ແລະ ເຄື່ອນ​ໄຫວ 4 ຄັ້ງ, ປະສານ​ງານ​ກັບ​ຂັ້ນ​ເທິງ ແລະ ກອງພັນ 564 ໃນ​ການ​ກັກ​ຕົວ​ຜູ້​ສົງ​ໃສ 3 ຄັ້ງ. ພ້ອມ​ນັ້ນ, ກົມ​ກອງ​ຍັງ​ໄດ້​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ເວນຍາມ ແລະ ສາລະ​ເວ​ຢ່າງ​ເຂັ້ມ​ງວດ ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ໄດ້ 100%. ຊີ້​ນຳ​ໜ່ວຍ​ງານ​ໂຄສະນາ​ສ້າງ​ຂະ​ບວນ​ການ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງທັບ, ປະດັບ​ປະດາ​ທຸງ​ທິວ ແລະ ອານາ​ໄມ​ສະຖານທີ່​ຕ່າງໆ​ໃຫ້​ສະອາດ​ຈົບງາມ. ໃນ​ນັ້ນ​ໄດ້​ອອກ​ຂ່າວ ທັງ​ໝົດ 9 ຄັ້ງ, ຮັບ​ປື້ມ​ວາລະສານ​ປ້ອງ​ກັນ​ຊາດ 6 ຫົວ ແລະ ໜັງສື​ພີມ​ກອງທັບ 25 ຊຸດ; ວຽກ​ງານ​ວິຊາ​ສະເພາະ ໄດ້​ປ້ອງ​ກັນ​ແຂກ​ການ​ນຳ​ຂັ້ນ​ສູງ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ທີ່​ເດີນທາງ​ມາ​ຢ້ຽມຢາມ ແລະ ເຄື່ອນ​ໄຫວ​ເຮັດ​ວຽກ​ນຳ​ກອງ​ພົນ​ທີ 5 ຈຳນວນ 12 ຄັ້ງ, ປ້ອງ​ກັນ​ກອງ​ປະຊຸມ​ໃຫຍ່ 17 ຄັ້ງ, ວຽກ​ງານ​ສ້າງ​ພະລາທິການ ກົມ​ກອງ​ໄດ້​ຊອກ​ແຫຼ່ງ​ລາຍ​ຮັບ​ຈາກ​ການ​ເຮັດ​ນາ ແລະ ຂາຍ​ເຂົ້ານາ​ປີ​ເປັນ​ເງິນ 20.700.000 ກີບ, ອອກແຮງ​ງານ​ທີ່​ນຳ​ໃຊ້​ກຳລັງ​ເປັນ​ເງິນ 16.770.000 ກີບ, ຮັບ​ເງິນ​ບໍລິຫານ​ຈາກ​ຂັ້ນ​ເທິງ 4 ງວດ ເປັນ​ຈຳນວນ​ເງິນ 8.000.000 ກີບ, ນອກ​ນັ້ນ​ກົມ​ກອງ​ຍັງ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ​ຄອບຄົວ​ສະຫາຍ ພົນ​ຕີ ວັນ​ທອງ ບຸດ​ຕະ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໃນ​ການ​ກໍ່ສ້າງ​ຫຼັງຄາ​ຫ້ອງ​ນ້ຳ​ເປັນ​ເງິນ 4.100.000 ກີບ, ຂາຍ​ມັນຕົ້ນ​ເປັນ​ເງິນ 1.090.000 ກີບ ລວມ​ທັງ​ໝົດ​ຈາກ​ການ​ປູກ ແລະ ບໍລິການ​ຕ່າງໆ​ໄດ້ 50.660.000 ກີບ. ຈາກ​ຜົນ ງານ​ດັ່ງກ່າວ​ນັ້ນ​ກົມ​ກອງ​ໄດ້​ຮັບ ​ໃບຢັ້ງຢືນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ ແຂງ ໜັກ​ແໜ້ນ 1 ໃບ, ໄດ້​ຮັບ​ຫຼຽນ​ໄຊ​ພິລະ​ອາດ​ຫານ ຈຳນວນ 1 ໜ່ວຍ ແລະ ໃບ​ຍ້ອງຍໍ 5 ໃບ. ຄຽງ​ຂ້າງ​ກັບ​ຜົນງານ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ​ໃນ​ຊຸມ​ປີ​ຕໍ່ໜ້າ​ເພື່ອ​ເປັນ​ເຂັ້ມ​ຊີ້​ທີດ​ໃນ​ການ​ສ້າງສາ​ພັດທະນາ​ກົມ​ກອງ​ຂອງ​ຕົນ​ໃຫ້​ມີ​ແບບແຜນ ແລະ ດີ​ຂຶ້ນ​ເທື່ອ​ລະ​ກ້າວ ກົມ​ກອງ​ຈະ​ຕ້ອງ​ໄດ້​ເພີ່ມ​ທະວີ ວຽກ​ງານ​ສຶກ​ສາ​ອົບ​ຮົບ​ການເມືອງ-ແນວ​ຄີດ​ໃຫ້​ພະນັກງານ-ນັກຮົບ​ໃຫ້​ມີ​ແນວ​ຄີດ​ຫຼັກ​ໝັ້ນ, ເຊື່ອມ​ຊຶມ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ, ຍົກ​ສູງ​ພາລະ​ບົດບາດ​ໃນ​ການ​ຊີ້​ນຳ​ກົມ​ກອງ, ຕັ້ງໜ້າ​ປັບປຸງ​ລະບຽບ​ແບບແຜນ​ວິທີ​ເຮັດ​ວຽກ​ໃຫ້​ດີ​ຂຶ້ນ ຮັບປະກັນ​ໄດ້​ດ້ານ​ວຽກ​ງານ​ວິ ຊາ​ສະເພາະ ແລະ ສູ້​ຊົນ​ສ້າງ​ພະ ລາທິການ​ກັບ​ທີ່​ຮັບປະກັນໃນ​ ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ຈົບງາມ​ໃນ​ນັ້ນ​ຈະ​ໄດ້​ສຸມ​ໃສ່​ສ້າງ ​ຫໍ​ຂ່າວ​ແບບ​ຖາວອນ, ແທ້ງ​ເກັບ​ນ້ຳ​ໃຊ້-ກິນ​ດື່ມ, ສ້າງ​ເຮືອນ​ຮົ່ມ ​ສວນ​ຄົວ​ເພື່ອ​ຮັບປະກັນ​ໃຫ້​ແກ່​ ການ​ປູກຝັງ ແລະ ສົ່ງ​ເຂົ້າ​ເຮືອນ ຄົວ​ລວມ. ໂດຍ: ໄຊ​ຍະ​ຄານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ