ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ລົງພົບປະໂອ້ລົມ ພະນັກງານ-ນັກຮົບ ທີ່ຈັດຕັ້ງຫັດແອບເຝິກອົບຮົມຕີພິເສດ''ໃຕ້ຝຸ່ນ'' ແລະ ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ 2026''
ເວລາອອກຂ່າວ: 2026-05-15 15:26:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 954 | ຄວາມນິຍົມ:



ວັນທີ 15 ພຶດສະພາ 2026 ນີ້, ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຮອງຫົວໜ້າຄະນະຊີ້ນໍາລວມການຈັດຕັ້ງຫັດແອບເຝິກອົບຮົມຕີພິເສດ ແລະ ການຊ້ອມຮົບຮ່ວມ ລາວ-ຣັດເຊຍ 2026 ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມ ແລະ ຢ້ຽມຢາມພະນັກງານ-ນັກຮົບ ທຸກພາກສ່ວນທີ່ເຂົ້າຮ່ວມການເຝິກຊ້ອມໃນຄັ້ງນີ້ຢ່າງໃກ້ຊິດ. ໃນໂອກາດລົງພົບປະຄັ້ງນີ້, ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາ, ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສຳຄັນທາງດ້ານຍຸດທະສາດ ແລະ ຍຸດທະວິທີ ຂອງວຽກງານການເຝິກແອບຊ້ອມຮົບຮ່ວມໃນຄັ້ງນີ້ ພາຍຫຼັງທີ່ເຂົ້າຢຶດສະໜາມ ກໍໄດ້ພາກັນຮີບຮ້ອນຈັດຕັ້ງວຽກງານຮັບພະກັນ ເຊິ່ງເປັນການຍົກລະດັບຄວາມຮູ້ ຄວາມສາມາດໃນການສູ້ຮົບ ພ້ອມທັງເປັນການຮັດແໜ້ນສາຍພົວພັນມິດຕະພາບ ລາວ-ຣັດເຊຍ ພ້ອມດຽວກັນນັ້ນ, ສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນ ທີ່ໄດ້ມີຄວາມຮັບຜິດຊອບສູງ ແລະ ຕັ້ງໜ້າເຂົ້າຮ່ວມການເຝິກຊ້ອມຢ່າງຕັ້ງໜ້າ, ເພື່ອຮັບປະກັນໃຫ້ແກ່ການຊ້ອມຮົບຮ່ວມໄດ້ບັນລຸໝາກຜົນສູງສຸດ, ພ້ອມນີ້ ສະຫາຍ ໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບທຸກສະຫາຍ ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ ນຳພາແນວຄິດ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມອົດທົນຜ່ານຜ່າທຸກຂໍ້ຫຍຸ້ງຍາກ ຕາມສະພາບການ ແລະ ພື້ນທີ່ຕົວຈິງ, ຕັ້ງໃຈປະຕິບັດລະບຽບວິໄນ, ປະຕິບັດຕາມແຜນການເຝິກຊ້ອມຢ່າງເຂັ້ມງວດ, ເນັ້ນໜັກໃຫ້ມີການຖອດຖອນບົດຮຽນ ແລກປ່ຽນຄວາມຮູ້ ແລະ ປະສົບການເຊິ່ງກັນ ແລະ ກັນ ເພື່ອນຳເອົາບົດຮຽນທີ່ໄດ້ຮັບ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ ໃຫ້ມີປະສິດທິຜົນ. ນອກນັ້ນ, ຕ້ອງໄດ້ເອົາໃຈໃສ່ເບິ່ງແຍງສຸຂະພາບຕົນເອງໃຫ້ແຂງແຮງຢູ່ສະເໝີ ເພື່ອຮັບປະກັນການປະຕິບັດໜ້າທີ່ໃຫ້ຕໍ່ເນື່ອງ. ຈາກນັ້ນ, ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ຍັງໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍ ແລະ ມີຄວາມມະນະອົດທົນ, ກະຕືລືລົ້ນ ປະກອບສ່ວນສໍາຄັນເຂົ້າໃນການຊ້ອມຮົບ ເພື່ອໃຫ້ການຊ້ອມຮົບຮ່ວມ ລາວ-ຣັດເຊຍ 2026 ໃນຄັ້ງນີ້ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ທີ່ສຳຄັນທີ່ສຸດແມ່ນຕ້ອງຮັບປະກັນຄວາມປອດໄພທັງດ້ານບຸກຄະລາກອນ ແລະ ພາຫະນະເຕັກນິກໃຫ້ໄດ້ 100%. ໂດຍ: ຄຳໄຕ ຈັນນະຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ