ເປີດຂະບວນການແຂ່ງຂັນ "ຮັກຊາດ ແລະ ພັດທະນາ" ທົ່ວກົມ 213 ປະຈຳປີ 2026
ເວລາອອກຂ່າວ: 2026-05-15 15:22:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 776 | ຄວາມນິຍົມ: ![]()
ວັນທີ 15 ພຶດສະພາ 2026 ນີ້, ກົມ 213 ໄດ້ຈັດພິທີເປີດຂະບວນການແຂ່ງຂັນ ພາຍໃຕ້ຄຳຂວັນ "ຮັກຊາດ ແລະ ພັດທະນາ" ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ເຜີຍເພັດ ພົມສີຈັນ ຫົວໜ້າການເມືອງ ກົມ 213, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ທົ່ວກົມ 213 ເຂົ້າຮ່ວມ.
ສະຫາຍ ພັນໂທ ອິນຖາ ເພັດແສງທອງ ຫົວໜ້າຫ້ອງການເມືອງ ກົມ 213, ໄດ້ຜ່ານບົດສະຫຼຸບຂະບວນການ ພາຍໃຕ້ຄຳຂວັນ "ຮັກຊາດ ແລະ ພັດທະນາ " ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026 ຜ່ານການຈັດຕັ້ງເປີດຂະບວນການແຂ່ງຂັນ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ" ໃນປີ 2025 ສາມາດສ້າງກອງ ປອດໃສ, ປອດໄພ, ປອດຄະດີ, ຈັດຕັ້ງກຳລັງປະຈຳການກຽມພ້ອມສູ້ຮົບ, ເຝິກແອບຮ່ຳຮຽນ ປ້ອງກັນເວນຍາມສະຖານທີ່ຄ້າຍຄູ, ເຫັນວ່າການຈັດຕັ້ງດຳເນີນວຽກງານດັ່ງກ່າວ ໄດ້ເປັນຂະບວນການຟົດຟື້ນ ທັງສາມາດຮັບປະກັນແກ້ໄຂທຸກສະພາບການໄດ້ເປັນຢ່າງດີ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ປະຕິບັດລະບອບດຳເນີນຊີວິດການເມືອງ,ຕິດພັນກັບຂະບວນການສ້າງໜ່ວຍປອດໃສ ເຂັ້ມແຂງ ໜັກແໜ້ນ, ຂະບວນການກໍ່ສ້າງກອງປອດໃສ ປອດໄພ ປອດຄະດີ, ຂະບວນການກໍ່ສ້າງນັກຮົບ - ກົມກອງວັດທະນະທຳ, ຂະບວນການ 4 ປູກ 4 ລ້ຽງ, ຂະບວນການ 4 ບຸກຂອງຊາວໜຸ່ມ, ຂະບວນການ 3 ດີ ຂອງສະຫະພັນແມ່ຍິງ ແລະ ຊຸກຍູ້ອົງການຈັດຕັ້ງມະຫາຊົນຊາວໜຸ່ມ ແລະ ສະຫະພັນແມ່ຍິງ ເປັນເຈົ້າການເຄື່ອນໄຫວສ້າງຂະບວນການຈັດກິດຈະກຳກິລາ ແລະ ພົບປະສາມັກຄີແລກປ່ຽນບົດຮຽນຢູ່ພາຍໃນກົມກອງ ແລະ ກັບກົມກອງເພື່ອນ ເຄື່ອນໄຫວຈັດຕັ້ງປະຕິບັດຂະບວນຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດ ວາງອອກ ແລະ ມີບັນຍາກາດຟົດຟື້ນຢ່າງກວ້າງຂວາງ. ຈາກນັ້ນ, ກໍໄດ້ຂຶ້ນຮັບເອົາເນື້ອໃນຂໍ້ແຂ່ງຂັນ ເພື່ອພ້ອມກັນປະຕິບັດຂໍ້ແຂ່ງຂັນດັ່ງກ່າວໃຫ້ເກີດດອກອອກຜົນໃນຕໍ່ໜ້າ.
ໂດຍ: ວັນນະລັກ ວົງພົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















