ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກວດກາຄວາມພ້ອມການເຝິກອົບຮົມ-ຫັດແອບຕິພິເສດ ” ໃຕ້ຝຸ່ນ ” ແລະ ການຊ້ອມຮົບຮ່ວມ ລາວ-ຣັດເຊຍ ”ລາໂລຣສ” 2026
ເວລາອອກຂ່າວ: 2026-05-15 14:45:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 895 | ຄວາມນິຍົມ:



ວັນທີ 15 ພຶດສະພາ 2026 ນີ້, ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເປັນປະທານກອງປະຊຸມລາຍງານການກຽມຄວາມພ້ອມການອົບຮົມຫັດແອບຊ້ອມຮົບຕິພິເສດ ” ໃຕ້ຝຸ່ນ ” ແລະ ການຊ້ອມຮົບຮ່ວມ ລາວ-ຣັດເຊຍ ”ລາໂລຣສ” 2026 ທີ່ ວິທະຍາຄານນາຍທະຫານບົກ ກົມມະດໍາ ໂດຍມີຄະນະຊີ້ນໍາ, ອະນຸກໍາມະການຈາກພາກສ່ວນກ່ຽວຂ້ອງພາກສະໜາມເຂົ້າຮ່ວມ. ສະຫາຍ ພັນເອກ ພັນສອນ ຄໍາຜີວ ຮອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນລາຍງານໂດຍຫຍໍ້ການກຽມຄວາມພ້ອມໃຫ້ການເຝິກອົບຮົບ-ຫັດແອບຊ້ອມຮົບຕິພິເສດ ” ໃຕ້ຝຸ່ນ ” ແລະ ການຊ້ອມຮົບຮ່ວມ ລາວ-ຣັດເຊຍ ”ລາໂລຣສ” 2026 ນີ້ ພາຍຫຼັງບັນດາກົມກອງ, ເຫຼົ່າຮົບທີ່ໄດ້ຮັບຄໍາສັ່ງເຂົ້າຮ່ວມເຝິກອົບຮົມ-ຫັດແອບຊ້ອມຮົບຮ່ວມ ລາວ-ຣັດເຊຍ ແລະ ຈັດຕັ້ງກໍາລັງເຂົ້າຍຶດສະໜາມ ສ້າງເຂດຄ້າຍຄູ ສໍາເລັດແລ້ວຈໍານວນໜຶ່ງ ປັດຈຸບັນວຽກທີ່ເຮັດສໍາເລັດແລ້ວມີ: ກຳນົດຫົວບົດຫັດແອບຊ້ອມຮົບຮ່ວມ, ປັບປຸງສ້ອມແປງເຮືອນຮັບແຂກ, ກອງພັນທີ 5, ສາງອາວຸດ, ເຮືອນຄົວຮັບໃຊ້ຝ່າຍຣັດເຊຍ, ກວດ-ກູ້ລູກປືນຢູ່ຫົວສະໜາມ, ເຄຍລິ້ງພື້ນທີ່ ຈຸດສະໜາມຕີພິເສດ ເພື່ອສ້າງບັນດາສະໜາມຫັດແອບຍິງລູກປືນແທ້, ສ້າງເປົ້າຮັບໃຊ້ການຝຶກອົບຮົມ, ຕິດຕັ້ງເຄື່ອງສຽງ-ໂທລະໂຄງ ຢູ່ສະໜາມຫັດແອບ ແລະ ປະດັບປະດາສະຖານທີ່ດ້ວຍທຸງທິວ ແລະ ວຽກງານອື່ນທີ່ຍັງລໍຖ້າການກວດກາຄືນ ແລະ ເອກະພາບຈາກຝ່າຍຣັດເຊຍ ເພີ່ມຕື່ມ. ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ເຊິ່ງໄດ້ເນັ້ນໜັກໃຫ້ບັນດາເຫຼົ່າຮົບ, ກົມກອງທີ່ເຂົ້າຮ່ວມຊ້ອມຮົບຕິພິເສດ ” ໃຕ້ຝຸ່ນ ” ແລະ ການຊ້ອມຮົບຮ່ວມ ລາວ-ຣັດເຊຍ ”ລາໂລຣສ” 2026 ໃນຄັ້ງນີ້ ຍົກສູງຄວາມຮັບຜິດຊອບຂອງຕົນ, ເອົາໃຈໃສ່ຕິດຕາມກວດກາພະຫະນະ, ອາວຸດກະສຸນ ກຽມພ້ອມປະຕິບັດໜ້າທີ່ການເມືອງຂອງຕົນ ຍົກສູງຄວາມສາມັກຄີກັບເພື່ອນຣັດເຊຍ ຍົກສູງການຈັດຕັ້ງປະຕິບັດລະບຽບວິໃນຂອງກອງທັບ ໃຫ້ເຂັ້ມງວດ ກຽມພ້ອມເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ