ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ກອງພັນ​ໃຫຍ່ 605 ປະກາດ​ແຕ່ງຕັ້ງ​ຊັບຊ້ອນ​ໜ້າທີ່ ແລະ ປະດັບ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2026-05-15 10:10:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ:



ໃນ​ວັນ​ທີ 7 ພຶດສະພາ 2026 ຜ່ານ​ມາ​ນີ້, ກອງພັນ​ໃຫຍ່ 605 ໄດ້​ຈັດ​ພິທີປະກາດ​ການ​ແຕ່ງຕັ້ງ​ຊັບຊ້ອນ​ໜ້າທີ່ ແລະ ປະດັບ​ທຽບ​ຊັ້ນ​ນາຍ​ທະຫານ ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ໄມ​ສີ ມາ​ວັນ​ດີ ເລຂາ​ຄະນະ​ພັກ​ຫົວໜ້າ​ ການເມືອງ​ກອງພັນ​ໃຫຍ່ 605, ມີ​ຄະນະ​ພັກ-ຄະນະບັນຊາ, ພະແນກການ, ກົມ​ກອງ, ພະນັກງານ​ຫຼັກ​ແຫຼ່ງ ແລະ ນາຍ​ທະຫານ​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່ ແລະ ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທອງ​ສອນ ທຳ​ມະ​ວົງ ຫົວໜ້າ​ຂະແໜງ​ພະນັກງານ ກອງພັນ​ໃຫຍ່ 605 ໄດ້​ຜ່ານ​ຂໍ້​ຕົກລົງ ​ຂອງ​ກອງພັນ​ໃຫຍ່ 605 ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຊັບ​ຊ້ອນ​ໜ້າທີ່​ບັນຊາ ຢູ່​ກອງພັນ​ໃຫຍ່ 605 ວ່າ​ດ້ວຍ​ການ​ແຕ່ງຕັ້ງ, ຍົກຍ້າຍ​ນາຍ​ທະຫານ, ອີງ​ຕາມ​ການ​ຄົ້ນຄວ້າ​ເຫັນ​ດີ​ເປັນ​ເອກະ​ພາບ ຂອງ​ຄະນະ​ພັກ-ຄະນະ​ບັນ ຊາ​ກອງພັນ​ໃຫຍ່ 605 ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນ​ຕີ ບົວ​ເງິນ ຄຸນ​ນະ​ວົງສາ ຂຶ້ນ​ເປັນ​ຫົວໜ້າ​ການເມືອງ ກອງຮ້ອຍ​ບັນຊາ​ການ ແທນ​ສະຫາຍ ພັນ​ໂທ ວົງ​ທອງ ວິໄລ​ສອນ ທີ່​ພັກຜ່ອນ​ລໍຖ້າ​ຮັບ​ບຳນານ, ສະຫາຍ ພັນ​ຕີ ຄຳ​ສະໄໝ ມາ​ວັນ​ດີ ເປັນ​ຮອງ​ຫົວໜ້າ​ການເມືອງ​ ກອງຮ້ອຍ​ບັນຊາ​ການ.ນອກ​ນີ້, ຍັງ​ຕົກລົງ​ແຕ່ງຕັ້ງ​ໜ້າທີ່ ບັນຊາ ຢູ່​ກອງພັນ​ນ້ອຍ​ທີ 1, ຄື: ຕົກລົງ​ແຕ່ງຕັ້ງ ສະຫາຍ ຮ້ອຍ​ເອກ ໄກ​ຍະ​ສັກ ສີ​ຄູນ​ເມືອງ ຮອງ​ການເມືອງ​ຄໍ 2 ຂຶ້ນ​ມາ​ເປັນ ຊ່ວຍ​ວຽກ​ຂະແໜງ​ຊາວ​ໜຸ່ມ, ສະຫາຍ ຮ້ອຍ​ໂທ ພູ​ເພັດ ຍາ​ວົງ ຂຶ້ນ​ເປັນ​ຮອງ​ການເມືອງ ຄໍ 2, ສະຫາຍ ຮ້ອຍ​ເອກ ສິນ​ໄຊ ແສງ​ຫີນ ຍ້າຍ​ໄປ​ເປັນ​ຫົວໜ້າ​ໝວດ​ປືນ​ທີ 2 ຄໍ2, ສະຫາຍ ຮ້ອຍ​ໂທ ວັນນະ​ຄອນ ສຸດາ​ວັນ ຂຶ້ນ​ເປັນ​ຫົວໜ້າ​ໝວດ​ບັນຊາ ​ຄໍ 2, ສະຫາຍ ຮ້ອຍ​ຕີ ເພັດ​ທະນູ ໄຊ​ຍະ​ວົງ ເປັນ​ຮອງ​ໝວດ​ບັນຊາ ຄໍ2, ແຕ່ງຕັ້ງ​ໜ້າທີ່​ບັນຊາ ຢູ່​ກອງພັນ​ນ້ອຍ​ທີ 2, ຄື: ສະຫາຍ ຮ້ອຍ​ເອກ ສຸດ​ໃຈ ວົງ​ຄຳ​ຊາວ ຂຶ້ນ​ເປັນ​ຫົວໜ້າ​ການ​ທະຫານ ຄໍ3, ສະຫາຍ ຮ້ອຍ​ໂທ ວັນ​ໄຊ​ສົມ​ສຸກ ໄຊ​ຍະ​ພອນ ຂຶ້ນ​ເປັນ​ຮອງ​ຫົວໜ້າ​ການ​ທະຫານ ຄໍ3, ແຕ່ງຕັ້ງ​ໜ້າທີ່​ບັນຊາ ຢູ່​ກອງພັນ​ນ້ອຍ​ທີ 3, ຄື: ສະຫາຍ ພັນ​ຕີ ບຸນ​ມະນີ ສີ​ວັນ​ໄຊ ເປັນ​ຊ່ວຍ​ວຽກ​ກໍ່ສ້າງ-ຄຸ້ມ​ຄອງ​ຊັບ​ສິນ, ສະຫາຍ ຮ້ອຍ​ເອກ ຈັນ​ຂຶມ ສີ​ວຽງ​ໄຊ ເປັນ​ຫົວໜ້າ​ໝູ່​ອຸຕຸນິຍົມ ຄໍ3, ສະຫາຍ ຮ້ອຍ​ໂທ ພູວະນາດ ຈັນທະ​ວິໄລ ເປັນ​ຊ່ວຍ​ວຽກ​ກໍ່ສ້າງ-ຄຸ້ມ​ຄອງ​ຊັບ​ສິນ, ສະຫາຍ ພັນ​ຕີ ພອນ​ສະ​ຫວ​​ັັນ ມະນີ​ລານ ເປັນ​ຊ່ວຍ​ວຽກ​ອົບຮົມ​ກອງພັນ​ນ້ອຍ, ສະຫາຍ ຮ້ອຍ​ໂທ ແປງ​ທອງ ສີ​ວົງ​ເພັດ ເປັນ​ຮອງ​ໝວດ​ບັນຊາ ຄໍ2, ສະຫາຍ ຮ້ອຍ​ເອກ ສົມ​ເພັດ ຄຳ​ປະດິດ ເປັນ​ຮອງ​ໝວດ​ປືນ​ທີ 2 ຄໍ3, ສະຫາຍ ຮ້ອຍ​ໂທ ແສງ​ເດືອນ ມູນ​ບຸນ​ມີ ຂຶ້ນ​ເປັນ​ຫົວໜ້າ​ໝວດ​ປືນ​ທີ 2 ຄໍ1, ສະຫາຍ ຮ້ອຍ​ເອກ ສາຍ​ພິນ ແສງ​ຈັນ​ເພັງ ເປັນ​ຫົວໜ້າ​ໝວດ​ປືນ​ທີ 2 ຄໍ2, ສະຫາຍ ຮ້ອຍ​ເອກ ວັນ​ທອງ ແສງ​ທີ​ສານ ເປັນ​ຮອງ​ໝວດ​ປືນ​ທີ2 ຄ1, ສະຫາຍ ຮ້ອຍ​ໂທ ພອນ​ໄຊ ໄຊ​ຍະ​ລາດ ເປັນ​ຫົວໜ້າ​ໝູ່1 ຂໍ2 ຄໍ1, ສະຫາຍ ຮ້ອຍ​ຕີ ໄມ ພອນ​ຄຳ ເປັນ​ຮອງ​ໝູ່​ອຸຕຸນິຍົມ ຄໍ3, ແຕ່ງຕັ້ງ​ໜ້າທີ່​ຢູ່​ກອງຮ້ອຍ​ວັດແທກ ຄື: ສະຫາຍ ຮ້ອຍ​ເອກ ບຸນ​ປອນ ອິນ​ທະ​ແພງ ຂຶ້ນ​ເປັນ​ຫົວໜ້າ​ກໍ1 ຂໍ2, ສະຫາຍ ຮ້ອຍ​ເອກ ຄຳ​ອັ້ນ ແປ້ນ​ລຳ​ພັນ ເປັນ​ນັກ​ຂັບ​ຂີ່​ຢູ່​ໝູ່​ອຸຕຸນິຍົມ, ສະຫາຍ ຮ້ອຍ​ໂທ ລຽນ​ໄຊ ລໍ​ສິງ​ຮັກ ຂຶ້ນ​ເປັນ​ຮອງ​ຫົວໜ້າ​ໝູ່3 ຂໍ1, ຄຳ​ສັ່ງ​ຍົກຍ້າຍ ຄື: ຍົກຍ້າຍ ສະຫາຍ ພັນ​ຕີ ນາງ ທິບ​ສົມບູນ ຊາ​ມູນ​ຕີ ແພດ​ອົງການ ພະ​ແນກ​ບໍລິຫານ-ສັງ​ລວມ ໄປ​ເຮັດ​ໜ້າທີ່​ຢູ່​ໂຮງໝໍ 15 ຕຽງ ປ່ຽນ​ແທນ​ ສະຫາຍ ພັນ​ໂທ ນາງ ສີ​ພັນ ສິລິ​ພອນ ທີ່​ພັກຜ່ອນ​ລໍ​ຮັບ​ບຳນານ, ສະຫາຍ ຮ້ອຍ​ເອກ ເດດ​ວິ​ສັນ ສາ​ນິພົນ ຊ່ວຍ​ວຽກ​ຂະແໜງ​ຊາວ​ໜຸ່ມ ໄປ​ເປັນ​ຊ່ວຍ​ວຽກ​ຂະແໜງ​ໂຄສະນາ​ອົບຮົມ, ສະຫາຍ ຕົ້ນ​ຕານ ພົມມະຈັນ ເປັນ​ຊ່ວຍ​ວຽກ​ຂະແໜງ​ນະໂຍ​ບາຍ ພະແນກການ​ເມືອງ ແລະ ສະຫາຍ ຮ້ອຍ​ໂທ ບີ​ຄອນ​ຄຳ ໄຊ​ຍະ​ວົງສາ ໄປ​ໃຫ້​ກອງຮ້ອຍ​ບັນຊາ​ການ ກອງພັນ​ໃຫຍ່ 605, ພ້ອມ​ນັ້ນ ກໍ​ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ປະ ດັບ​ທຽບ​ຊັ້ນ​ນາຍ​ທະຫານ ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ ຢູ່​ກອງພັນ​ໃຫຍ່ 605 ຕົກລົງ ປະດັບ​ທຽບ​ຊັ້ນ ຮ້ອຍ​ໂທ ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ ວິຊາ​ສະເພາະ​ຊັ້ນ​ສູງ ແລະ ປະລິນຍາ​ຕີ ຈຳນວນ 15 ສະຫາຍ. ພ້ອມ​ດຽວ​ກັນ​ນີ້, ສະຫາຍ ພັນ​ໂທ ອາ​ໂລ ໄຊ​ຍະ​ຈັກ ຫົວໜ້າ​ຂະແໜງ​ຈັດ​ຕັ້ງ​ພັກ ກອງພັນ​ໃຫຍ່ 605 ກໍ​ໄດ້​ຜ່ານ​ມະຕິ​ຕົກລົງ ຂອງ​ຄະນະ​ພັກ​ກອງພັນ​ໃຫຍ່ 605 ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ​ປ່ຽນ​ແທນ​ກຳມະການ​ຄະນະ​ພັກ​ຮາກ​ຖານ, ເລຂາ, ຮອງ​ເລຂາ ຄະນະ​ພັກ​ຮາກ​ຖານ ໃນ​ນັ້ນ, ບົ່ງ​ຕົວ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ສີ​ທົນ ມີ​ໄຊ​ຜົນ ເປັນ​ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ​ພະແນກການ​ເມືອງ, ສະຫາຍ ພັນ​ໂທ ສີໃສ ວິໄລ​ພັນ ເປັນ​ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ​ພະ​ແນກ​ບໍລິຫານ-ສັງ​ລວມ, ສະຫາຍ ພັນ​ໂທ ບຸນ​ມາ ບຸນ​ຍາ​ສິງ ເປັນ​ກຳມະການ​ຄະ ນະ​ພັກ​ຮາກ​ຖານ​ພະ​ແນກ​ບໍລິຫານ-ສັງ​ລວມ, ສະຫາຍ ພັນ​ໂທ ວຽງ​ປະເສີດ ສີ​ປະເສີດ ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ​ພະ​ແນກ​ເສນາ​ທິ​ການ, ສະຫາຍ ພັນ​ໂທ ສົມ​ໄຊ ວັນນະ​ຊວງ ເປັນ​ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ​ພະ​ແນກ​ເສນາ, ສະຫາຍ ພັນ​ໂທ ລານ​ຄຳ ສີ​ສະຫວັນ ເປັນ​ກຳມະການ​ຄະນະ​ພັກ​ຮາກ​ຖານ​ພະ​ແນກ​ເສນາ, ສະຫາຍ ພັນ​ໂທ ພົມມາ ສຸກ​ສະ​ຫວັດ ເປັນ​ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ​ກອງພັນ​ນ້ອຍ​ທີ 1, ສະຫາຍ ຮ້ອຍ​ເອກ ຄຳ​ຫຼ້າ ສາ​ມາ​ວົງ ເປັນ​ກຳມະການ​ຄະນະ​ພັກ​ຮາກ​ຖານ​ກອງພັນ​ນ້ອຍ​ທີ 1, ສະຫາຍ ພັນ​ໂທ ເກສອນ ສົມ​ສີ​ອອນ ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ​ກອງພັນ​ນ້ອຍ​ທີ 2, ສະຫາຍ ພັນ​ໂທ ຄຳ​ທະວີ ວັງ​ລາດ ເປັນ​ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ​ກອງພັນ​ນ້ອຍ​ທີ 2, ສະຫາຍ ພັນ​ໂທ ບຸນ​ມີ​ໄຊ ຈັນທະ​ວົງ ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ​ກອງພັນ​ນ້ອຍ​ທີ 3, ສະຫາຍ ພັນ​ໂທ ສັນຍາ ມະໂນ​ລາດ ເປັນ​ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ​ກອງພັນ​ນ້ອຍ​ທີ 3, ສະຫາຍ ພັນ​ຕີ ຄຳ​ຂຽນ ພົນ​ລັດ​ສີ ເປັນ​ກຳມະການ​ຄະນະ​ພັກ​ຮາກ​ຖານ​ກອງພັນ​ນ້ອຍ​ທີ 3 ແລະ ມະຕິ​ຕົກລົງ ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ​ປ່ຽນ​ແທນ​ຄະນະ​ໜ່ວຍ​ພັກ ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ ກອງພັນ​ນ້ອຍ​ທີ 2, ຄື: ສະຫາຍ ຮ້ອຍ​ເອກ ສຸດ​ໃຈ ວົງ​ຄຳ​ຊາວ ເປັນ​ຮອງ​ເລຂາ​ໜ່ວຍ​ພັກ​ທີ 3 ແລະ ສະຫາຍ ຮ້ອຍ​ໂທ ແສງ​ວາລີ ສີ​ປະເສີດ ເປັນ​ກຳມະການ-ການຄັງ​ໜ່ວຍ​ພັກ​ທີ 3. ຂ່າວ: ໜູ​ແດງ ລາດ​ສະ​ແກ້ວ ພາບ: ເພັງ ມະນີ​ລະ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ