ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ກົມປ້ອງ​ກັນ​ອາກາດ ມອບ​ເຄື່ອງ​ຈັກ​ລະຫັດ​ໃຫ້ ກອງພັນ​ໃຫຍ່ 642
ເວລາອອກຂ່າວ: 2026-05-15 10:04:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ:



ວັນ​ທີ 11 ພຶດສະພາ 2026 ນີ້, ຢູ່​ທີ່​ສະໂມສອນກອງພັນໃຫຍ່ 642 ໄດ້​ມີ​ພິທີ ມອບ-ຮັບ ເຄື່ອງ​ຈັກ​ລະຫັດ ລະຫວ່າງ ກົມປ້ອງ​ກັນ​ອາກາດ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ກັບ ກອງພັນ​ໃຫຍ່ 642, ໂດຍ​ການ​ກ່າວ​ມອບ​ຂອງ ສະຫາຍ ພັນ​ເອກ ພູ​ຄຳ ຄຳ​ທອງ​ໃບຮອງ​ຫົວໜ້າ​ກົມປ້ອງ​ກັນ​ອາກາດ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ແລະ ກ່າວ​ຮັບ​ໂດຍ ສະຫາຍ ພັນ​ເອກ ວຽງ​ພອນ ພົນ​ທະລາ​ຊາ ຫົວໜ້າ​ການ​ທະຫານ​ກອງພັນ​ໃຫຍ່ 642, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່, ພະ​ແນກ ແລະ ຂະແໜງການ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ອິນ​ປົງ ວິລະ​ຈັກ ຊ່ວຍ​ວຽກ​ພະ​ແນກ​ກົດ​ລັບ ກົມປ້ອງ​ກັນ​ອາກາດ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກົມ​ກົດ​ລັບ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ປະກອບ​ເຄື່ອງ​ຈັກ​ລະຫັດ MFAX-2022 ຈຳນວນ 1 ຊຸດ ແລະ ເຄື່ອງ​ຈັກ​ລະຫັດ APHONE-16 ຈຳນວນ 1 ຊຸດ ພ້ອມ​ດ້ວຍ​ປຶ້ມ​ຄູ່​ມື​ນຳ​ໃຊ້​ເຄື່ອງ​ຈັກ​ລະຫັດ MFAX-2022 ແລະ APHONE-16 ຈຳນວນ 1 ຫົວ ໃຫ້​ກອງພັນ​ໃຫຍ່ 642 ເພື່ອ​ປ່ຽນ​ຖ່າຍ​ອຸປະກອນ​ເຄື່ອງ​ຈັກ ທີ່​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ວິຊາ​ສະເພາະ​ກົດ​ລັບ​ໃຫ້​ມີ​ຄວາມ​ທັນ​ສະໄໝ, ປອດ​ໄພ ແລະ ວ່ອງໄວ​ທັນ​ທຸກ​ສະພາບ​ການ. ໂອກາດ​ນີ້, ສະຫາຍ ພັນ​ເອກ ວຽງ​ພອນ ພົນ​ທະລາ​ຊາ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ ຄະນະ​ກົມປ້ອງ​ກັນ​ອາກາດ ທີ່​ເຫັນ​ໄດ້​ຄວາມ​ສຳຄັນ ແລະ ຄວາມ​ຈຳ ເປັນ​ຂອງ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ ພ້ອມ​ທັງ​ຈະ​ນຳ​ເອົາ​ເຄື່ອງ​ຈັກ​ດັ່ງກ່າວ​ນຳ​ໃຊ້​ເຂົາ​ໃນ​ວຽກ​ງານ​ວິຊາ​ສະເພາະ​ໃຫ້​ໄດ້​ຮັບ​ໝາກຜົນ​ສູງ ແລະ ປົກ​ປັກ​ຮັກສາ​ໃຫ້​ນຳ​ໃຊ້​ໄດ້​ຍາວ​ນານ. ຈາກ​ນັ້ນ​ທັງ​ສອງ​ຝ່າຍ​ກໍ່​ໄດ້​ເຊັນ​ບົດ​ບັນທຶກ ມອບ-ຮອບ ເຄື່ອງ​ຈັກ​ລະຫັດ​ຢ່າງ​ເປັນ​ທາງ​ການ. ໂດຍ: ນ ສະຫວີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ