ບໍລິສັດເບຍລາວ ເຜີຍຜົນສໍາເລັດໃນການເກັບກ່ຽວເຂົ້າລະດູນາແຊງ ພ້ອມກ້າວໄປສູ່ການເຮັດກະສິກໍາແບບຟື້ນຟູ ໃນ ສປປ ລາວ
ເວລາອອກຂ່າວ: 2026-05-14 15:10:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 501 | ຄວາມນິຍົມ: ![]()
ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ບໍລິສັດ ເບຍລາວ ຈຳກັດ ໄດ້ເຜີຍຜົນດໍາເນີນງານການປູກເຂົ້າ ລະດູນາແຊງ ປີ 2025–2026, ສາມາດເກັບກ່ຽວຜົນຜະລິດເຂົ້າໄດ້ຫຼາຍກວ່າ 1.500 ໂຕນ; ໂດຍເນັ້ນໃສ່ຜົນສຳເລັດໃນການສືບຕໍ່ນຳໃຊ້ເຕັກນິກການປູກເຂົ້າແບບປຽກສະຫຼັບແຫ້ງ (AWD) ເຊິ່ງເປັນອົົງປະກອບສໍາຄັນໃນການຂັບເຄື່ອນກະສິກໍາແບບຟື້ນຟູ ຂອງບໍລິສັດເບຍລາວ.
ໂດຍການເຮັດວຽກຮ່ວມກັບສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ທີ່ຂຶ້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ເນັ້ນການຄວບຄຸມຄຸນນະພາບການປູກໃຫ້ໄດ້ມາດຕະຖານກະສິກຳທີ່ດີ (GAP), ກະສິກໍາອິນຊີ (Organic) ແລະ ສືບຕໍ່ຂະຫຍາຍການນໍາໃຊ້ເຕັກນິກການປູກເຂົ້າແບບປຽກສະຫຼັບແຫ້ງ (AWD), ໂດຍເຕັກນິກດັ່ງກ່າວ ຖືເປັນນະວັດຕະກຳຫຼັກໃນແນວທາງ ກະສິກໍາແບບຟື້ນຟູ ພາຍໃຕ້ແນວຄິດ ການປະສົມປະສານລະຫວ່າງ ການເຮັດນາປູກເຂົ້າມາດຕະຖານກະສິກຳທີ່ດີ ບວກກັບການນໍາໃຊ້ເຕັກນິກການປູກເຂົ້າແບບປຽກສະຫຼັບແຫ້ງ, ເຊິ່ງແຕກຕ່າງຈາກວິທີການປູກເຂົ້າແບບດັ້ງເດີມ ທີ່ຕ້ອງຂັງນ້ຳໃນນາຢ່າງຕໍ່ເນື່ອງ, ໂດຍເຕັກນິກນີ້ຈະປ່ອຍໃຫ້ນາແຫ້ງເປັນໄລຍະ ເພື່ອເພີ່ມປະສິດທິພາບໃນການຈັດການຊັບພະຍາກອນນ້ຳ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ເຕັກນິກດັ່ງກ່າວ ສາມາດຊ່ວຍໃຫ້ປະຢັດນ້ຳໄດ້ເຖິງ 30 ສ່ວນຮ້ອຍ ພ້ອມທັງຊ່ວຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວທີ່ເປັນສາເຫດຫຼັກເຮັດໃຫ້ໂລກຮ້ອນໄດ້ເຖິງ 50 ສ່ວນຮ້ອຍ, ນອກຈາກນັ້ນ ຍັງຊ່ວຍຟື້ນຟູຄຸນນະພາບຂອງດິນໃນໄລຍະຍາວ, ຊ່ວຍເພີ່ມຄຸນນະພາບ ແລະ ຜົນຜະລິດ.
ທ່ານ ຄຳແສນ ສົມພານດີ, ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ ປາກງື່ມໃຫ້ສໍາພາດວ່າ: ການນຳໃຊ້ເຕັກນິກ AWD ຖືເປັນແນວທາງທີ່ສຳຄັນໃນການພັດທະນາກະສິກຳແບບຍືນຍົງຂອງ ສປປ ລາວ ເນື່ອງຈາກສາມາດປະຢັດນ້ຳ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊ່ວຍໃຫ້ຊາວນາມີຜົນຜະລິດທີ່ດີຂຶ້ນ. ພ້ອມກັນນີ້ ການຮ່ວມມືລະຫວ່າງ ບໍລິສັດ ເບຍລາວ ແລະ ຊຸມຊົນຊາວນາ ຍັງເປັນກົນໄກສຳຄັນ ໃນການຖ່າຍທອດຄວາມຮູ້, ພັດທະນາມາດຕະຖານການຜະລິດ ແລະ ສ້າງຕະຫຼາດຮອງຮັບຜົນຜະລິດໃຫ້ແກ່ຊາວນາຢ່າງຍືນຍົງ.
ທ່ານ ສິດທິໄຊ ເກດຕະວົງ ຄະນະອໍານວຍການ ແລະ ຊີ້ນໍາວຽກກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດ ເບຍລາວ ຈໍາກັດ ໃຫ້ສໍາພາດວ່າ: ຜົນສໍາເລັດສໍາຄັນຂອງໂຄງການໃນລະດູນາແຊງ 2025–2026 ຄື ການສາມາດເກັບກ່ຽວເຂົ້າໄດ້ຫຼາຍກວ່າ 1.500 ໂຕນ ພ້ອມກັບການຂະຫຍາຍເນື້ອທີ່ການຜະລິດ ແລະ ຈຳນວນຄອບຄົວຊາວນາເຂົ້າຮ່ວມໂຄງການຢ່າງຕໍ່ເນື່ອງ. ສຳລັບເຕັກນິກ AWD ແມ່ນຖືກຍົກໃຫ້ເປັນ “ຫົວໃຈຫຼັກ” ຂອງໂຄງການ ເນື່ອງຈາກສາມາດຊ່ວຍປະຢັດນ້ຳໄດ້ເຖິງ 30 ສ່ວນຮ້ອຍ ແລະ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໄດ້ເຖິງ 50 ສ່ວນຮ້ອຍ. ໃນອະນາຄົດ ທາງໂຄງການ ຈະສືບຕໍ່ຂະຫຍາຍແນວທາງການເຮັດກະສິກຳແບບຟື້ນຟູ ແລະ ສົ່ງເສີມການນຳໃຊ້ AWD ໃນພື້ນທີ່ການປູກເຂົ້າຫຼາຍຂຶ້ນ ເພື່ອສ້າງຄວາມຍືນຍົງໃຫ້ແກ່ພາກກະສິກຳຂອງລາວ.
ທາງດ້ານກຸ່ມຊາວນາທີ່ເຂົ້າຮ່ວມໂຄງການ ໄດ້ໃຫ້ຮູ້ວ່າ ຫຼັງຈາກນຳໃຊ້ເຕັກນິກ AWD ສາມາດຫຼຸດການນຳໃຊ້ນ້ຳໄດ້ຫຼາຍ ພ້ອມທັງຊ່ວຍໃຫ້ຕົ້ນທຶນການຜະລິດຫຼຸດລົງ ແລະ ຜົນຜະລິດມີຄຸນນະພາບດີຂຶ້ນ. ນອກຈາກນີ້ ການເຂົ້າຮ່ວມໂຄງການ ຍັງຊ່ວຍໃຫ້ຄອບຄົວຊາວນາມີລາຍຮັບເພີ່ມຂຶ້ນ ມີຕະຫຼາດຮັບຊື້ຜົນຜະລິດທີ່ແນ່ນອນ ແລະ ມີຄຸນນະພາບຊີວິດທີ່ດີຂຶ້ນ.ຈາກຜົນສຳເລັດໃນລະດູນາປີຜ່ານມາ ບໍລິສັດເບຍລາວ ຍັງຄົງສືບຕໍ່ພັດທະນາແນວທາງກະສິກຳແບບຟື້ນຟູ ບວກກັບການລ້ຽງສັດໃນພື້ນທີ່ນາ ເພື່ອຊ່ວຍຫຼຸດຜ່ອນການໃຊ້ແຮງງານໃນການກຳຈັດວັດສະພືດ - ສັດຕູພືດ, ປັບຄວາມສົມດູນຂອງດິນ ແລະ ຊ່ວຍສ້າງຄວາມຫຼາກຫຼາຍທາງຊີວະນາໆພັນ, ສະທ້ອນໃຫ້ເຫັນແນວທາງການເຮັດກະສິກຳທີ່ເຮັດວຽກຮ່ວມກັບທຳມະຊາດໄດ້ຢ່າງຍືນຍົງ.
ຕະຫຼອດໄລຍະເວລາ 6 ປີຜ່ານມາ ໂຄງການໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ຈາກຈຸດເລີ່ມຕົ້ນທີ່ມີເນື້ອທີ່ຜະລິດເຂົ້າພຽງ 16 ເຮັກຕາ ແລະ ມີສະມາຊິກຊາວນາໃນໂຄງການພຽງ 14 ຄອບຄົວ ປະຈຸບັນສາມາດຂະຫຍາຍເນື້ອທີ່ຜະລິດເຂົ້າໄດ້ຫຼາຍກວ່າ 600 ເຮັກຕາ ເພີ່ມຂຶ້ນເປັນ 3.650 ສ່ວນຮ້ອຍ ກວມເອົາເມືອງ ຫາດຊາຍຟອງ, ເມືອງ ໄຊທານີ ແລະ ເມືອງ ປາກງື່ມ, ໃນນັ້ນມີເນື້ອທີ່ຜະລິດເຂົ້າກະສິກໍາອິນຊີ (Organic) ຈໍານວນ 15 ເຮັກຕາ ແລະ ສາມາດເຕົ້າໂຮມຊາວນາເຂົ້າຮ່ວມໂຄງການໄດ້ 400 ຄອບຄົວ ເພີ່ມຂຶ້ນເປັນ 2.800 ສ່ວນຮ້ອຍ, ເຮັດໃຫ້ສາມາດເພີ່ມຜົນຜະລິດເຂົ້າພາຍໃນປະເທດ ໃຫ້ກາຍມາເປັນວັດຖຸດິບທີ່ໃຊ້ຜະລິດເບຍພາຍໃນໂຮງງານບໍລິສັດເບຍລາວ.
ສຳລັບຊາວນາທີ່ເຂົ້າຮ່ວມໂຄງການ ກໍ່ໄດ້ຮັບຜົນປະໂຫຍດໂດຍກົງຈາກບໍລິສັດ ມີການຝຶກອົບຮົມ ແລະ ແລກປ່ຽນບົດຮຽນໃນກຸ່ມເປັນປະຈຳ, ເຮັດໃຫ້ຄຸນນະພາບຂອງວັດຖຸດິບມີຄວາມສະຖຽນ, ລາຄາຕົ້ນທຶນການຜະລິດຫຼຸດລົງ, ຊາວນາມີລາຍຮັບເພີ່ມຂຶ້ນ ແລະ ເຮັດໃຫ້ມີຄວາມໝັ້ນຄົງທາງດ້ານອາຊີບ, ກ້າວໄປເຖິງການສະໜອງວັດຖຸດິບທ້ອງຖິ່ນທີ່ມີມາດຕະຖານສູງຂຶ້ນ, ຄວາມສຳເລັດດັ່ງກ່າວ ເກີດຈາກການຮ່ວມມືຢ່າງໃກ້ຊິດລະຫວ່າງບໍລິສັດ, ພາກລັດຖະບານ ແລະ ຊຸມຊົນຊາວນາ ເຊິ່ງເປັນຫົວໃຈສໍາຄັນຂອງການພັດທະນາໂຄງການຢ່າງຕໍ່ເນື່ອງ.
ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ໃນການລົງມືປະຕິບັດດ້ານຄວາມຍືນຍົງຢ່າງຈິງຈັງ ເຊິ່ງສອດຄ່ອງກັບແນວທາງຂອງບໍລິສັດ ທີ່ມຸ່ງໝັ້ນໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ການປົກປ້ອງຊັບພະຍາກອນທຳມະຊາດ ແລະ ການຍົກລະດັບຄຸນນະພາບຊີວິດຂອງຊຸມຊົນທ້ອງຖິ່ນ.
ຜົນສຳເລັດໃນລະດູການນີ້ ຈຶ່ງເປັນອີກບາດກ້າວສຳຄັນ ໃນການພັດທະນາລະບົບການປູກເຂົ້າທີ່ມີປະສິດທິພາບ, ເປັນມິດຕໍ່ສິ່ງແວດລ້ອມ, ຮອງຮັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສ້າງການເຕີບໂຕທາງເສດຖະກິດຢ່າງທົ່ວເຖິງ ເພື່ອສົ່ງເສີມຄວາມໝັ້ນຄົງ ແລະ ຄວາມຍືນຍົງໃຫ້ແກ່ພາກກະສິກຳຂອງ ສປປ ລາວ ໃນໄລຍະຍາວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















