ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ຮັບປະກັນ​ຜະລິດ​ເຂົ້າ​ແຫ້ງ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຂັ້ນ​ເທິງ
ເວລາອອກຂ່າວ: 2026-05-14 10:46:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:



ໂຮງງານ​ຜະລິດ​ເຂົ້າ​ແຫ້ງ​ກອງທັບ ໄດ້​ສ້າງຕັ້ງ​ຂຶ້ນ​ໃນ​ວັນ​ທີ 5 ກຸມພາ 1972 ຢູ່​ທີ່​ບ້ານ​ນາ​ແທ່ນ, ເມືອງ​ວຽງ​ໄຊ, ແຂວງ​ຫົວພັນ, ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ຂອງ​ຫ້ອງ​ພະລາທິການ​ກອງທັບ​ໃນ​ເມື່ອ​ກ່ອນ. ເຊິ່ງ​ຕອນ​ນັ້ນ​ເພີ່ນ​ເອີ້ນ​ວ່າ: (ໂຮງງານ​ເຂົ້າໜົມ​ກອງທັບ). ມາ​ຮອດປີ 1974 ໂຮງງານ​ເຂົ້າໜົມ​ກອງ ທັບ​ໄດ້​ຍົກຍ້າຍ​ມາ​ຢູ່ບ້ານວຽງ ເມືອງ​ແປກ ແຂວງ​ຊຽງຂວາງ ແລະ ມາ​ເຖິງ​ປີ 1976 ໂຮງ ງານ​ເຂົ້າໜົມ​ກອງທັບ ກໍໄດ້ຍົກ ຍ້າຍ​ມາຕັ້ງ​ຢູ່​ທີ່​ບ້ານ​ທ່າ​ພະລານ ​ໄຊ ເມືອງ​ສີ​ສັດຕະ​ນາກ ນະຄອນ ຫຼວງ​ວຽງ​ຈັນ ຈົນ​ເຖິງ​ປັດຈຸບັນ. ຕະຫຼອດ​ໄລຍະທີ່​ຜ່ານ​ມາ​ໂຮງ ງານ​ເຂົ້າໜົມ​ກອງທັບ ແມ່ນ​ມີໜ້າທີ່​ການເມືອງ​ຕົ້ນຕໍ​ຜະລິດ​ເຂົ້າໜົມ, ເສັ້ນ​ໝີ່​ເຫຼືອງ​ຮັບ​ໃຊ້​ແນວ​ໜ້າ ແລະ ແນວ​ຫຼັງ. ມາ​ເຖິງ​ປີ 1992 ຂັ້ນ​ເທິງ​ໄດ້​ຫັນ​ທິດ​ຕາມ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ​ຈິ່ງ​ໄດ້​ປ່ຽນ​ຊື່​ຈາກ: ໂຮງງານ​ເຂົ້າໜົມ ກອງທັບ​ມາ​ເປັນ ກອງ​ຜະລິດ​ເຂົ້າ​ແຫ້ງ​ກອງທັບ ຈົນ​ເຖິງ​ປັດຈຸບັນ ແລະ ມີໜ້າ​ທີ່​ຕົ້ນຕໍ​ແມ່ນ​ຜະລິດ​ເຂົ້າ​ແຫ້ງ​ຮັບ​ໃຊ້​ກອງທັບ. ສະຫາຍ ພັນ​ໂທ ຫຼ້າ​ຊ້ອຍ ພັນທະ​ລາ ຫົວໜ້າ​ກອງ​ຜະລິດ​ເຂົ້າ​ແຫ້ງ​ກອງທັບ ໄດ້​ໃຫ້​ຮູ້​ວ່າ: ກອງ​ຜະລິດ​ເຂົ້າ​ແຫ້ງ​ກອງທັບ ກໍ​ແມ່ນ​ກອງ​ໜຶ່ງ​ທີ່​ຂຶ້ນ​ກັບ ແລະ ຢູ່​ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ໂດຍ​ກົງ​ຮອບດ້ານ ຈາກ​ກົມ​ໃຫຍ່ພະ​ ລາ​ທິ​ກາ​ກອງທັບ, ກໍ​ຄື​ກົມ​ອຸປະ ໂພກ-ບໍລິໂພກ, ມີໜ້າ​ທີ່​ຕົ້ນຕໍ ແມ່ນ​ຜະລິດ​ເຂົ້າ​ແຫ້ງ ຮັບໃຊ້ໃຫ້​ ແກ່​ກອງທັບ, ດ້ານ​ການ​ນຳພາ-ບັນຊາ​ແມ່ນ​ມີ​ລັກສະນະ​ນຳພາ​ໃນ​ ຂົງເຂດ​ວົງ​ແຄບ ແລະ ຈຳກັດ, ໂດຍ​ປະຕິບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ ເວົ້າ​ລວມ​ເວົ້າ​ສະເພາະ ກໍ​ຄື ກົມ​ອຸປະໂພກ-ບໍລິໂພກ ໄລຍະ​ຜ່ານ​ມາ ຄະນະ​ພັກ-ຄະນະ​ບັນຊາ ກໍ​ໄດ້​ເອົາໃຈໃສ່​ຜະລິດ​ເຂົ້າ​ແຫ້ງ ຮັບ​ໃຊ້​ໃຫ້​ແກ່​ກອງທັບ ເຊິ່ງ​ປີ​ໜຶ່ງ ສະເລ່ຍ 15.000-20.000 ກິ​ໂລກ​ຣາມ, ນອກ​ນີ້ ຍັງ​ໄດ້​ເອົາ ໃຈໃສ່​ຜະລິດ​ສຳຮອງ​ແຮ​ໄວ້​ສາງ 5.000-6.000 ກິ​ໂລກ​ຣາມ, ຂຶ້ນ​ໄປບໍ່​ໃຫ້​ຂາດ ເພື່ອ​ຕອບ​ສະໜອງ​ໃຫ້​ຂັ້ນ​ເທິງ ແລະ ບັນດາ​ກົມ​ກອງ​ທີ​່ມີ​ຄວາມ​ຮຽກຮ້ອງ​ຕ້ອງການ ໃຫ້​ໄດ້​ປົກກະຕິ, ນອກຈາກ​ຜະ ລິດ​ເຂົ້າ​ແຫ້ງ​ແລ້ວຍັງ​ໄດ້​ຊີ້​ນຳ​ໃຫ້​ບັນດາ​ຂະແໜງການ ແລະ ພະນັກງານ-ນັກຮົບ ຢູ່​ໃນ​ກົມ​ກອງ​ເສີມ​ຂະຫຍາຍ​ທ່າແຮງບົ່ມ ​ຊ້ອນ​ຂອງ​ກົມ​ກອງເຂົ້າ​ໃນ​ການ​ຜະລິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ແລະ ຜະລິດ​ເປັນ​ສິນຄ້າ, ໂດຍ​ສະເພາະ​ແມ່ນ​ການ​ຜະລິດ​ເສັ້ນ​ເຝີ​ຊຽງ​ຂວາງ, ເສັ້ນ​ເຂົ້າ​ຊອຍ, ເສັ້ນ​ເຂົ້າປຽກ ແລະ ເສັ້ນ​ໝີ່​ເຫຼືອງ ອອກ​ຈຳໜ່າຍ​ຮັບ​ໃຊ້ສັງຄົມທົ່ວ​ ໄປ, ໃນ​ຊຸມ​ປີຜ່ານມາໄດ້​ເອົາໃຈ ໃສ່​ຊີ້​ນຳຂະແໜງການ​ຜະລິດ​ໃຫ້​ພຽງພໍ​ໃນ​ການຈຳໜ່າຍຢູ່​ຮ້ານ​ຄ້າ​ແລ້ວ ແລະ ອອກ​ຈຳໜ່າຍ​ໃຫ້​ສັງຄົມ​ທົ່ວ​ໄປ, ເຊິ່ງ​ປີຜ່ານມາ ສາມາດ​ຜະລິດ​ໄດ້​ຕາມ​ແຜນການ​ທີ່​ວາງ​ໄວ້ ໃນ​ນີ້​ຜະລິດ​ເສັ້ນ​ເຝີ, ເຂົ້າ​ຊອຍ, ເຂົ້າປຽກ ໄດ້​ທັງ​ໝົດ 32.834 ກິ​ໂລກ​ຣາມ ຄິດ​ເປັນ​ເງິນ 590 ລ້ານ​ກວ່າ​ກີບ, ຄິດ​ເປັນ​ກຳໄລ​ເກືອບ 70 ລ້ານ​ກີບ, ນອກ​ນີ້ຍັງ​ຫາ​ລາຍ​ໄດ້​ຈາກ​ຮ້ານ​ຄ້າ ແລະ ບໍລິການ​ທົ່ວ​ໄປ ເປັນ​ກຳ​ໄລ່​ຕົວ​ຈິງ 48.763.000 ກີບ, ລວມ​ລາຍ​ຮັບ​ທັງ​ໝົດ 114.976.000 ກີບ, ຄຽງ​ຄູ່​ກັນ​ນີ້ 3 ອົງ​ການຈັດຕັ້ງ​ມະຫາ ຊົນສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ອົງການ​ຂອງ​ຕົນ​ເອງ​ໄດ້​ຈຳນວນ 19.364.000 ກີບ, ສະ​ເລຍໃສ່​ ຫົວ​ຄົນ​ຜູ້​ໜຶ່ງ 3.372.657 ກີບ ​ຕໍ່​ຄົນ​ຕໍ່​ປີທຽບໃສ່​ແຜນການ​ສາ ມາດປະຕິບັດ​ໄດ້​ລື່ນ​ຄາດໝາຍ​ທີ່​ວາງ​ໄວ້. ສະຫາຍ ພັນ​ໂທ ຄຳ​ຫຼ້າ ແສງ​ປະເສີດ ຮອງ​ຫົວໜ້າ​ການ​ທະຫານກອງ​ຜະລິດ​ເຂົ້າ​ແຫ້ງ​ກອງທັບໄດ້​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ສຳ ລັບ​ວຽກ​ງານ​ການ​ຜະລິດສິ່ງ​ທີ່​ຕ້ອງ​ໄດ້​ເອົາໃຈໃສ່​ສຳຄັນ​ແມ່ນ​ດ້ານ​ຄວາມ​ສະອາດຂອງ​ວັດຖຸ ແລະ ຜະລິດ​ຕະ​ພັນທີ່​ຮັບ​ໃຊ້​ທັງ​ພາຍ​ໃນ ແລະ ອອກ​ສູ່​ສັງຄົມ, ເອົາໃຈໃສ່​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບຂອງ​ວັດຖຸຜະລິດ​ຕະ​ພັນ ທີ່​ໄດ້​ຜະລິດ​ອອກ​ມາ​ແລ້ວ​ນັ້ນ, ເອົາໃຈໃສ່​ປົກ​ປັກ​ຮັກສາວັດ ຖຸ ແລະ ຜະລິດ​ຕະ​ພັນ​ທີ່​ຜະລິດ​ອອກ​ມາ​ສຳເລັດ​ແລ້ວ​ນັ້ນ ບໍ່​ໃຫ້​ຕົກເຮ່ຍ​ເສຍ​ຫາຍ, ກ່ອນ​ຈະ​ນຳ ​ໃຊ້​ເຄື່ອງ​ຈັກ​ທຸກໆຄັ້ງ​ຕ້ອງ​ໄດ້​ເອົາໃຈໃສ່​ກວດກາ​ດ້ານ​ສະພາບ​ເຕັກນິກຂອງ​ເຄື່ອງ​ຈັກ​ສາກ່ອນ ຈຶ່ງ​ຄ່ອຍ​ນຳ​ໃຊ້​ເຄື່ອງ​ຈັກ ເພື່ອ​ ຫຼີກ​ລ້ຽງ​ຄວາມ​ເສຍ​ຫາຍ​ຂອງ​ເຄື່ອງ​ຈັກ, ສ່ວນ​ຂໍ້​ສະດວກ​ໃນ​ການ​ຜະລິດແມ່ນ​ໃຊ້​ເຄື່ອງ​ຈັກເຂົ້າ​ຊ່ວຍແລ້ວ ແຮງ​ງານ​ການ​ຜະລິດ​ແມ່ນ​ອ້າຍ​ນ້ອງ​ພະນັກງານ​ໃນ​ກົມ​ກອງ, ການ​ຜະລິດ​ແມ່ນ​ບັນລຸ​ຕາມ​ແຜນການ​ທີ່​ກຳນົດ​ໄວ້, ສ່ວນ​ຜະລິດ​ຕະ​ພັນແມ່ນ​ຜະລິດ​ຕາມ​ອໍ​ເດີ​ຂອງ​ລູກ​ຄ້າ ແລະ ຈຳໜ່າຍ​ອອກ​ສູ່​ສັງຄົມ​ທົ່ວ​ໄປ, ສ່ວນ​ຂໍ້​ຫຍຸ້ງຍາກ ແມ່ນ​ສະຖານທີ່​ການ​ຜະລິດ​ຍັງ​ຄັບແຄບ, ເນື້ອທີ່​ການ​ຜະລິດ​ຍັງ​ບໍ່​ທັນ​ພຽງພໍ, ໃນ​ເມື່ອ​ການ​ຜະລິດ​ເພີ່ມ​ຂຶ້ນ ຫຼື ມີ​ອໍ​ເດີ​ຫຼາຍ​ຂຶ້ນ ແມ່ນ​ຍັງ​ພົບ​ຄວາມ​ຫຍຸ້ງ ຍາກ​ເປັນຕົ້ນ​ແມ່ນ​ລະດູຝົນ ຍ້ອນ​ເຄື່ອງ​ຈັກ​ການ​ຜະລິດ​ຍັງ​ເປັນ​ເຄື່ອງ​ຈັກ​ເຄິ່ງ​ທັນ​ສະໄໝ ຍັງ​ໃຊ້​ແຮງ​ງານ​ຂອງ​ຄົນ​ເຮົາ​ເປັນ​ສ່ວນ​ຫຼາຍ. ເຖິງ​ຢາງ​ໃດ​ກໍຕາມໃນ​ໄລຍະ​ຜ່ານ​ມາຄະນະ​ພັກ-ຄະນະ​ບັນ ຊາ ພະນັກງານ-ນັກຮົບ​ແຕ່ລະ ​ສະຫາຍ​ລ້ວນ​ແລ້ວແຕ່ໄດ້​ນຳພາ ​ອ້າຍ​ເອື້ອຍ​ນ້ອງ​ຢູ່​ໃນ​ກົມ​ກອງ​ຢ່າງ​ຕັ້ງໜ້າ ສະແດງ​ໃຫ້​ເຫັນ​ເຊັ່ນ: ໄດ້​ຮັບ​ການ​ຍ້ອງຍໍ​ຂັ້ນ​ກະ ຊວງ​ປ້ອງ​ກັນ​ປະເທດ 7 ສະ ຫາຍ, ຂັ້ນ​ກົມ​ໃຫຍ່​ການເມືອງ​ກອງທັບ 8 ສະຫາຍ, ຮາກຖານ​ ກຳມະບານ​ໄດ້​ຮັບ​ທຸງໄຊ, ຫຼຽນ ​ກາ​ສູງ​ສຸດ​ຂອງ​ສູນ​ກາງ​ກຳມະ ບານ​ລາວ, ບຸກຄົນ​ໄດ້​ຮັບ​ຫຼຽນ​ກາ​ກຳມະບານ 5 ສະຫາຍ, ໃບ​ຍ້ອງຍໍ 5 ໃບ, ເປັນ​ເຈົ້າ​ຂອງ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ 28 ສະຫາຍ, ຊາວ​ໜຸ່ມໄດ້​ຮັບ​ນາມມະຍົດ 4 ບຸກ 26 ສະຫາຍ, ໄດ້​ຮັບ​ການ​ຢັ້ງຢືນ​ເປັນ​ຄອບຄົວ​ຕົວ​ແບບ​ຈາກ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ 3 ຄອບຄົວ, ແມ່ຍິງ 3 ດີ 16 ສະຫາຍ ເຊິ່ງ​ແຕ່​ລະ​ອົງການ, ແຕ່​ລະ​ສະຫາຍ​ແມ່ນ​ໄດ້​ຖືກ​ຮັບຮອງ​ມາ​ຫຼາຍ​ສະໄໝ​ຕິດຕໍ່​ກັນ, ນອກ​ນັ້ນ​ຍັງ​ຖືກ​ຮັບຮອງ​ເປັນ​ກອງ​ປອດ​ໃສ ປອດ​ໄພ ປອດ​ຄະດີ ຫຼາຍ​ຄັ້ງ​ຕິດຕໍ່​ກັນ. ສ່ວນ​ທິດ​ທາງ​ແຜນການ​ໃນຕໍ່ ໜ້າຈະ​ສືບຕໍ່​ຜະລິດ​ເຂົ້າ​ແຫ້ງ​ໃຫ້​ໄດ້​ຕາມ​ແຜນການ​ປະຈຳ​ປີ ຕາມຕົວ​ເລກ​ລະດັບ​ຄາດໝາຍ​ທີ່​ຂັ້ນ​ເທິງ ກໍ​ຄື​ ກົມ​ວິຊາ​ສະເພາະ​ໄດ້​ກຳນົດ​ໃຫ້ ໃນ​ແຕ່​ລະ​ປີ​ໃຫ້ທັນ​ ຕາມ​ກຳນົດ​ເວລາ, ສາມາດຮັບ ປະກັນ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ ​ໜ້າທີ່​ວຽກ​ງານ ແລະ ມີ​ເຂົ້າແຫ້ງ​ ສຳຮອງ​ແຮ​ໄວ້​ສາງ​ຕະຫຼອດ​ເວ ລາ​ຢ່າງ​ໜ້ອຍ​ໃຫ້​ມີ 5.000-6.000 ກິ​ໂລກ​ຣາມ, ພ້ອມ​ນີ້, ເອົາໃຈໃສ່​ຂໍ​ທິດ​ຊີ້​ນຳ​ຈາກ​ຂັ້ນ​ເທິງ ໃນ​ການ​ປັບປຸງ​ເຂົ້າ​ແຫ້ງ​ໃຫ້​ມີ​ທາດ​ອາຫານ​ຄົບ 5 ໝູ່, ມີ​ຄຸນ​ນະ​ພາບ​ສູງ, ສາມາດ​ເກັບ​ຮັກສາ​ໄດ້​ດົນ ແລະ ປັບປຸງ​ໂຮງ ງານ, ປະກອບ​ເຄື່ອງ​ຈັກ​ທຳ​ການ​ຜະລິດ​ທີ່​ທັນ​ສະໄໝ​ກວ່າ​ເກົ່າ ແລະ ສາມາດ​ຜະລິດ​ໄດ້​ຫຼາຍ​ຢ່າງ​ເພີ່ມ​ຂຶ້ນ ເພື່ອ​ຕອບ​ສະໜອງ​ໃຫ້​ແກ່​ກອງທັບ ກໍ​ຄື​ ສັງຄົມ​ໄດ້​ບໍລິໂພກ. ເນື່ອງ​ໃນ​ໂອກາດ​ວັນສ້າງຕັ້ງ​ ເຫຼົ່າ​ຮົບ​ພະລາທິການ​ກອງທັບ ​ຄົບຮອບ 70 ປີ (ວັນ​ທີ 5 ສິງ ຫາ 1956-5 ສິງຫາ 2026) ນີ້, ສະຫາຍ ພັນ​ໂທ ຫຼ້າຊ້ອຍ ພັນທະລາ ໄດ້​ສະແດງ​ຄວາມ​ຮູ້ ສຶກ​ວ່າ: ເຮົາ​ມີ​ຄວາມ​ພາກ​ພູມໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ປະກອບສ່ວນ​ຮັບປະກັນເຂົ້າ​ໃນ​ວຽກງານພະລາທິການ, ວຽກ​ງານ​ບໍລິໂພກ ໃຫ້​ແກ່​ຂັ້ນ​ເທິງ ແລະ ກົມກອງໄດ້​ມີ​ຄວາມ​ສະດວກ​ໃນ​ການເຄື່ອນ ໄຫວ​ໜ້າ​ທີ​່ວຽກ​ງານ, ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ແລະ ພະນັກງານ-ນັກຮົບ ກອງ​ຜະລິດ​ເຂົ້າ​ແຫ້ງ​ກອງທັບ ຂໍ​ອວຍພອນ​ໄຊ​ອັນ​ປະເສີດ​ໃຫ້​ແກ່​ການ​ນຳ​ກະ ຊວງ​ປ້ອງ​ກັນ​ປະເທດ ເວົ້າ​ລວມ​ເວົ້າ​ສະເພາະ​ການ​ນຳ​ອົງການ​ກົມ​ໃຫຍ່​ພະລາທິການ​ກອງທັບ ແລະ ພະນັກງານ-ນັກຮົບ​ທົ່ວ​ກົມ​ໃຫຍ່​ພະ​ລາ ຈົ່ງ​ມີ​ສຸຂະພາບ ເຂັ້ມແຂງ, ມີ​ຄວາມສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ, ປະສົບ​ຜົນສຳເລັດ​ໃນ​ໜ້າ​ທີ່ການເມືອງ​ຂອງ​ຕົນ, ສືບຕໍ່ເຮັດ​ວຽກ​ງານ​ຮັບປະກັນ​ດ້ານ​ພະລາທິການ​ໃຫ້​ແກ່​ກອງທັບ ໃຫ້​ມີ​ຜົນສຳເລັດ ​ສູງ. ໂດຍ: ຄຳ​ໄຕ ຈັນ​ນະຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ