ສະຖາບັນກັນພະຍາດ 108 ກອງທັບ ເຄື່ອນໄຫວກວດກາໂຮງງານນ້ຳດື່ມ ວນກ
ເວລາອອກຂ່າວ: 2026-05-14 10:35:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 120 | ຄວາມນິຍົມ: ![]()
ວັນທີ 11 ພຶດສະພາ 2026, ສະຖາບັນກັນພະຍາດ 108 ກອງທັບ ໄດ້ລົງເຄື່ອນໄຫວກວດໂຮງງານນ້ຳດື່ມວິທະຍາຄານ ນາຍທະຫານບົກ ກົມມະດຳ(ວນກ), ນຳພາໂດຍ ສະຫາຍ ພັນໂທ ນາງ ສົມເພັດ ວິລາວົງ ຮອງຫົວ
ໜ້າພະແນກວິໄຈອາຫານ ແລະ ຢາ ສະຖາບັນກັນພະຍາດ 108 ກອງທັບ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບຂອງ ສະຫາຍ ໄພວັນ ບຸນເຮືອງວິໄລ ຫົວໜ້າໂຮງງານ້ຳດື່ມ ວນກ, ມີຜູ້ຕາງໜ້າພະແນກເສນາຮັກ ແລະ ພະແນກກວດກາ ວນກ ເຂົ້າຮ່ວມ.
ສຳລັບການລົງມາກວດໂຮງງານ້ຳດື່ມໃນຄັ້ງນີ້, ແມ່ນໄດ້ກວດລະບົບການຜະລິດ, ການອະນາໄມ, ການຮັກສາ ແລະ ນຳເອົານ້ຳໄປວິໄຈຢູ່ສະຖາບັນກັນພະຍາດ 108 ກອງທັບ. ທັງນີ້, ກໍເພື່ອເປັນການກວດກາຄວາມເປັນປົກກະ
ຕິ, ເພື່ອຮັບປະກັນການຜະລິດໃຫ້ມີຄວາມສະອາດ ແລະ ໄດ້ຄຸນນະພາບໃຫ້ແກ່ຜູ້ຊົມໃຊ້ ແລະ ອິກທັງດ້ານໜຶ່ງ ກໍເປັນການກວດກາກະກຽມນ້ຳດື່ມດັ່ງກ່າວໄວ້ຮັບໃຊ້ໃຫ້ແກ່ການເຝິກອົບຮົມ “ຕີພິເສດໃຕ້ຝຸ່ນ 2026” ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ 2026 ທີ່ໃກ້ໆຈະມາຮອດໃນມໍ້ໆນີ້, ຮັບປະກັນຄວາມສະອາດ ແລະ ພຽງພໍກັບການຊົມໃຊ້.
ໂດຍ: ເຟື້ອຍ ສາຍຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















