ຄະນະນັກສຶກສາ ບໍາລຸງວຽກງານປ້ອງກັນພາຍໃນ ລຽກປ່ຽນບົດຮຽນ ກັບ ກອງພົນທີ1
ເວລາອອກຂ່າວ: 2026-05-11 11:18:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 519 | ຄວາມນິຍົມ: ![]()
ກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານປ້ອງກັນພາຍໃນ ຄັ້ງທີ I ລະຫວ່າງ ກອງພົນທີ 1 ກັບ ນັກສຶກສາບໍາລຸງວຽກງານປ້ອງກັນພາຍໃນ ລະບົບຊັ້ນສູງ ຊຸດທີ XI, ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພາ 2026 ນີ້, ຢູ່ທີ່ພົນທີ 1 ໂດຍເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ຫົວໜ້າການເມືອງກອງພົນທີ 1 ແລະ ສະຫາຍ ພັນໂທ ບົວສະຫວັນ ມະນີລາວົງ ຮອງຫົວໜ້າກົມປ້ອງກັນພາຍໃນ ກອງທັບ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາມົນ ວັນໄຊ ຫົວໜ້າພະແນກປ້ອງກັນພາຍໃນ ກອງພົນທີ 1 ໄດ້ລາຍງານປະຫວັດການກໍາເນີດ ແລະ ສະພາບການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງພະແນກປ້ອງກັນພາຍໃນ ຕະຫຼອດໄລຍະຜ່ານມາ ໃຫ້ຄະນະນັກສຶກສາໄດ້ຮັບຊາບ: ໂດຍສະເພາະແມ່ນລາຍງານຂົງເຂດວຽກງານ 3 ປອດ ຄື: ວຽກງານປອດໃສ, ປອດໄພ ແລະ ປອດຄະດີ. ໃນພິທີ ຄະນະນັກສຶກສາ ກໍ່ໄດ້ຕັ້ງຄໍາຖາມເຈາະຈິ້ມໃນຫຼາຍບັນຫາສໍາຄັນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານປ້ອງກັນພາຍໃນ ຢູ່ກອງພົນທີ1 ເພື່ອແລກປ່ຽນຖອດຖອນບົດຮຽນ ແລະ ເກັບກໍາຂໍ້ມູນ ດ້ວຍບັນຍາກາດທີ່ເປັນປະຊາທິປະໄຕ ແລະ ມີຄວາມໝາຍຄວາມສໍາຄັນເລິກເຊິ່ງ; ຈາກບັນຫາທີ່ຕັ້ງຂຶ້ນ ລ້ວນແລ້ວແຕ່ໄດ້ຮັບການອະທິບາຍ ແລະ ຊີ້ແຈງ ຈາກສະຫາຍຫົວໜ້າພະແນກປ້ອງກັນພາຍໃນ ກອງພົນທີ 1, ເຮັດໃຫ້ບັນດາຄໍາສັກຖາມຂອງນັກສຶກສາໄດ້ຮັບຄໍາຕອບຢ່າງຊັດເຈນຕາມຄວາມເປັນຈິງ. ການລົງມາທັດສະນະສຶກສາແລກປ່ຽນບົດຮຽນ ຂອງຄະນະນັກສຶກສາວຽກງານປ້ອງກັນພາຍໃນ ກໍ່ເພື່ອປຽບທຽບ ລະຫວ່າງ ບົດຮຽນທີ່ໄດ້ຮຽນມາ ກັບ ພຶດຕິກໍາຕົວຈິງຢູ່ໃນກົມກອງກໍາລັງຫຼວງ ແລະ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດ ແລະ ໝູນໃຊ້ຢູ່ໃນກົມກອງຂອງຕົນພາຍຫຼັງຮຽນຈົບໃຫ້ແທດເໝາະກັບສະພາບການ ແລະ ມີຄຸນນະພາບສູງ.
ໂອກາດນີ ກໍ່ຍັງໄດ້ເຄື່ອນໄຫວຢ້ຽມຢາມ ກອງພັນ 221 ເຊິ່ງເປັນກົມກອງຕົວແບບ ໃນການຈັດຕັ້ງປະຕິບັດວຽກງານ 3 ປອດ ຕິດພັນກັບວຽກງານປອດໃສ ເຂັ້ມແຂງ ໜັກແໜ້ນ, ວຽກງານງານວັດທະນະທໍາ, ຊາວໜຸ່ມ 4 ບຸກ ແລະ ແມ່ຍິງ 3 ດີ ຕື່ມອີກ.
- ໂດຍ: ຮ້ອຍເອກ ໂກຮັງ ພັນທະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















