ກອງພັນໃຫຍ່ 605 ປະກາດການລຸລ່ວງ ນາຍທະຫານພັກການເພື່ອກຽມຮັບບຳນານ
ເວລາອອກຂ່າວ: 2026-05-11 10:01:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 130 | ຄວາມນິຍົມ: ![]()
ໃນວັນທີ 6 ພຶດສະພາ 2026, ກອງພັນໃຫຍ່ 605 ໄດ້ປະກາດການລຸລ່ວງໃຫ້ ນາຍທະຫານພັກການກຽມເຂົ້າຮັບບຳນານ ຈຳນວນ 11 ສະຫາຍ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ໄມສີ ມາວັນດີ ຫົວໜ້າການເມືອງ ກອງພັນໃຫຍ່ 605, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ຂະ ແໜງການທີ່ກ່ຽວຂ້ອງ ແລະ ນາຍທະຫານທີ່ໄດ້ຮັບການອະນຸມັດໃຫ້ພັກການກຽມຮັບບຳ
ນານ ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງສອນ ທຳມະວົງ ຫົວໜ້າຂະແໜງພະນັກງານ ກອງພັນໃຫຍ່ 605 ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ແລະ ຂໍ້ຕົກລົງຂອງກອງພັນໃຫຍ່ 605 ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ ກອງພັນໃຫຍ່ 605 ພັກການເພື່ອກຽມຮັບບຳນານ, ອີງຕາມກົດໝາຍນານທະຫານກອງ
ທັບປະຊາຊົນລາວ ວ່າດ້ວຍອາຍຸກະສຽນຮັບບຳນານຂອງນາຍທະຫານ, ອີງຕາມເງື່ອນໄຂນາຍທະຫານທີ່ມີອາຍຸກະສຽນສູງ ແລະ ອາຍຸການປະຕິວັດທີ່ກົດໝາຍໄດ້ກຳນົດ; ໃນນີ້, ກົມໃຫຍ່ການເມືອງກອງທັບ ຕົກລົງ ອະນຸມັດໃຫ້ ສະຫາຍ ພັນໂທ ສົມພອນພິມມະວົງ ຫົວໜ້າຂະແໜງບໍລິຫານ ພະແນກບໍລິຫານ-ສັງລວມ, ສະຫາຍ ພັນໂທ ພອນນີ ດວງພາວັນຊ່ວຍວຽກຂະແໜງຜະລິດກະສິກຳພະແນກພະລາ, ສະຫາຍ ພັນໂທ ຄຳກຶ່ງ ອິນທະວີໄຊ ຊ່ວຍວຽກຂະແໜງກໍ່ສ້າງຮາກຖານ, ສະຫາຍ ພັນໂທ ສິນນະສອນ ເກດສະໜາ ຫົວໜ້າການເມືອງກອງຮ້ອຍ 3 ກອງພັນທີ 3, ສະຫາຍ ພັນໂທ ວົງທອງ ວິໄລສອນ ຫົວໜ້າການເມືອງ ກອງຮ້ອຍບັນຊາການ, ສະຫາຍ ພັນໂທ ນາງສີພັນ
ສີລິພອນ ແພດປິ່ນປົວ ໂຮງໝໍ 15 ຕຽງກອງພັນໃຫຍ່ 605 ແລະ ຂໍ້ຕົກລົງຂອງກອງພັນໃຫຍ່ 605 ວ່າດ້ວຍການອະນຸມັດໃຫ້ ສະຫາຍ ພັນຕີ ຄຳສີ ເທບພະພອນຫົວໜ້າໝູ່ 1 ໝວດລົດລາກແກ່ ກອງຮ້ອຍລົດ, ສະຫາຍ ພັນຕີ ຊຽງບຸນມີ ສຸພິນໂຍ ຊ່ວຍວຽກການເມືອງ ກອງພັນທີ 3, ສະຫາຍ ພັນຕີ ບຸນເຕື່ອຍ ແກ້ວບຸນທອງ ຊ່ວຍວຽກໝູ່ກໍ່ສ້າງ ພະແນກພະລາທິການ, ສະຫາຍ ພັນຕີ ບຸນເອີ້ມ
ລໍວັນຈຽງ ຫົວໜ້າໝູ່ອຸຕຸນິຍົມ ກອງຮ້ອຍ 2 ກອງພັນທີ 3 ແລະ ສະຫາຍ ຮ້ອຍເອກ ຄຳພອນ ພັນສັດສະດີ ຊ່ວຍວຽກໝູ່ກໍ່ສ້າງພະແນກພະລາກອງພັນໃຫຍ່ 605.
ສະຫາຍ ພັນເອກ ໄມສີ ມາວັນດີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດານາຍທະຫານທີ່ກະກຽມພັກການເຂົ້າຮັບບຳນານ ທີ່ໄດ້ສຸມທຸກສະຕິປັນຍາ, ເຫື່ອແຮງບໍ່ຮູ້ອິດຮູ້ເມື່ອຍ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ການປັບປຸງກໍ່ສ້າງກອງທັບ ແລະ ກົມກອງໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ, ເຮັດສຳເລັດໜ້າທີ່ການເມືອງອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້; ພ້ອມທັງ ໄດ້ຊີ້ແຈງຮູ້ກ່ຽວກັບນະໂຍບາຍຂອງພັກ-ລັດ ກໍຄື ກະຊວງປ້ອງກັນປະເທດທີ່ມີຕໍ່ພະນັກງານ-ນັກຮົບ; ເມື່ອຮອດອາຍຸກະສຽນ ກໍຕ້ອງມີການປະຕິບັດນະໂຍບາຍໃຫ້ຖືກຕ້ອງຕາມແນວທາງຂອງ ພັກ-ລັດ ແລະ ໄດ້ຮຽກຮ້ອງໃຫ້ ນາຍທະຫານທີ່ພັກການກຽມຮັບບຳນານ ຈົ່ງສືບຕໍ່ເປັນແບບຢ່າງສຶກສາອົບຮົມລູກຫຼານໃຫ້ເປັນຄົນດີຂອງສັງຄົມ ແລະ ຂອງຊາດ.
ໂດຍ : ເພັງ ມະນີລະສິດ
ພາບ: ລຳພູນ ບຸນວົງໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















