ຈັດກອງປະຊຸມຜູ້ນຳປະຊາຄົມການເມືອງເອີຣົບ ຄັ້ງທີ 8
ເວລາອອກຂ່າວ: 2026-05-07 09:38:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ: ![]()
ສຳນັກຂ່າວ ບີບີຊີ ລາຍງານໃນວັນທີ 5 ພຶດສະພານີ້ວ່າ: ກອງປະຊຸມຜູ້ນຳປະຊາຄົມການ ເມືອງເອີຣົບ ຄັ້ງທີ 8 ໄດ້ຈັດຂຶ້ນຢູ່ນະຄອນຫຼວງເຢເຣວານປະເທດອາກເມນີ. ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ປຶກສາຫາລືກ່ຽວ ກັບເສດຖະກິດ, ຄວາມໝັ້ນຄົງດ້ານພະລັງງານ, ການພົວພັນລະຫວ່າງເອີຣົບ-ອາເມຣິກາ ແລະອື່ນໆ. ຜູ້ນຳຈາກຫຼາຍປະເທດໃນ ເອີຣົບ ເນັ້ນໜັກວ່າ: ເອີຣົບຕ້ອງ ເດີນຕາມເສັ້ນທາງແຫ່ງ “ຄວາມເປັນເຈົ້າການດ້ານການປ້ອງກັນປະເທດ” ແລະ ຫຼຸດຜ່ອນການອາໄສອາເມຣິກາໃນດ້ານຄວາມ ໝັ້ນຄົງ.
ຫວ່າງມໍ່ໆມານີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີອາເມຣິກາ ໄດ້ອອກຖະແຫຼງການກ່ຽວກັບເອີຣົບ ເຊິ່ງໄດ້ເພີ່ມຄວາມເຄັ່ງຕຶງໃຫ້ແກ່ວາລະຂອງກອງປະຊຸມຄັ້ງນີ້. ໂອກາດນີ້, ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ກ່າວວ່າ: ອາເມຣິກາໃນຖານະເປັນພັນທະມິດຂອງເອີຣົບພວມກາຍເປັນປະເທດທີ່ຄາດເດົາໄດ້ຍາກນັບມື້ເພີ່ມຂຶ້ນ, ສິ່ງນີ້ເຮັດໃຫ້ເອີຣົບຕ້ອງເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື. ເອີຣົບພວມເພີ່ມງົບປະມານດ້ານການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ເພື່ອສ້າງເປັນແຜນການແກ້ໄຂບັນຫາຮ່ວມທີ່ເປັນຂອງເອີຣົບເອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















