ADB ຈະສະໜອງທຶນ 70 ຕື້ໂດລາ ສະຫະລັດ ແກ່ 2 ຂໍ້ ລິເລີ່ມໃໝ່ຂອງພາກພື້ນ ອາຊີ-ປາຊີຟິກ
ເວລາອອກຂ່າວ: 2026-05-07 09:37:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 155 | ຄວາມນິຍົມ: ![]()
ສຳນັກຂ່າວ ຊິນຮວາ ລາຍງານໃນວັນທີ 5 ພຶດສະພານີ້ວ່າ: ທະນາຄານພັດທະນາອາຊີ ຫຼື ADB ເປີດເຜີຍວ່າ: ເມື່ອຮອດປີ 2035, ADB ຈະໃຫ້ການສະໜັບສະໜູນ 70 ຕື້ໂດລາແກ່ 2 ຂໍ້ລິເລີ່ມໃໝ່ ຄື: “ຂໍ້ລິເລີ່ມຕາຂ່າຍໄຟຟ້າທົ່ວອາຊີ” ແລະ “ທາງດ່ວນດີຈີຕອນພາກພື້ນ ອາຊີ-ປາຊີຟິກ”.
ເຈົ້າໜ້າທີ່ ADB ກ່າວວ່າ: ການເຊື່ອມໂຍງເຊື່ອມຈອດຂ້າມຊາຍແດນຂອງຕາຂ່າຍໄຟຟ້າ ແລະ ເຄືອຂ່າຍອິນເຕີເນັດຈະຊ່ວຍຫຼຸດຕົ້ນທຶນໃຫ້ຕ່ຳລົງ ແລະ ສ້າງໂອກາດຫຼາຍກວ່າເກົ່າ ເພື່ອເຮັດໃຫ້ປະຊາຊົນຫຼາຍຮ້ອຍລ້ານຄົນໄດ້ຊົມໃຊ້ພະລັງໄຟຟ້າ ແລະ ການບໍລິການດີຈີຕອນທີ່ໄວ້ວາງໃຈໄດ້. ໃນນັ້ນ, ຂໍ້ລິເລີ່ມຕາຂ່າຍໄຟຟ້າທົ່ວອາຊີຈະຊຸກຍູ້ການເຊື່ອມໂຍງເຊື່ອມຈອດລະບົບພະລັງໄຟຟ້າລະຫວ່າງປະເທດ ແລະ ອະນຸພາກພື້ນ ເພື່ອຊຸກຍູ້ການໄຫຼວຽນຂ້າມຊາຍແດນຂອງພະລັງງານໝູນວຽນ. ຂະນະທີ່ທາງດ່ວນດີຈີຕອນອາຊີ-ປາຊີຟິກຈະຊ່ວຍໃຫ້ຫຼຸດຄວາມແຕກໂຕນກັນດ້ານພື້ນຖານໂຄງລ່າງດີຈີຕອນໃຫ້ໜ້ອຍລົງ ເພື່ອເຮັດໃຫ້ພາກພື້ນອາຊີ-ປາຊີຟິກໄດ້ຮັບຜົນປະໂຫຍດຈາກການເຕີບໂຕທີ່ຂັບເຄື່ອນໂດຍປັນຍາປະດິດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















