ກອງບັນຊາການທະຫານແຂວງຊຽງຂວາງ ມອບເງິນອຸດໜູນເທື່ອດຽວ
ເວລາອອກຂ່າວ: 2026-05-07 09:28:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 76 | ຄວາມນິຍົມ: ![]()
ໃນວັນທີ 29 ເມສາ 2026 ນີ້, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດພິທີ ມອບເງິນອຸດໜູນເທື່ອດຽວ ໃຫ້ແກ່ຄອບຄົວພະນັກງານບຳນານ ເສຍຊີວິດ ແລະ ອອກທະຫານຮັບອຸດໜູນເທື່ອດຽວ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີຄະນະພັກ-ຄະນະບັນຊາອົງ ການ 5 ຫ້ອງ, ພະແນກການທີ່ ກ່ຽວຂ້ອງ, ນາຍທະຫານທີ່ອອກຮັບອຸດໜູນເທື່ອດຽວ ແລະ ຄອບ ຄົວຜູ້ເສຍຊີວິດ ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ສອນດາວັນ ສອນລິດທິເດດ ຫົວໜ້າພະແນກປະກັນສັງຄົມ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ໃຫ້ຮູ້ວ່າ: ຄອບຄົວຜູ້ທີ່ໄດ້ຮັບເງິນອຸດໜູນເສຍຊີວິດເທື່ອດຽວ ມີທັງໝົດ 8 ຄອບຄົວ ໃນນັ້ນ, ມີພະນັກງານບຳນານ 6 ຄົນ, ເມຍຜູ້ປະກັນຕົນ 2 ຄົນ ແລະ ອອກທະຫານຮັບອຸດໜູນເທື່ອດຽວ 5 ສະຫາຍ, ລວມເປັນເງິນທັງໝົດ 1.081.669.826 ກີບ. ທັ້ງນີ້, ກໍເພື່ອເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປະກັນສັງຄົມໃນກອງທັບປະຊາຊົນລາວ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ທັງເປັນການປະຕິບັດນະໂຍບາຍ ຕໍ່ຜູ້ເສຍຊີວິດ ແລະ ຜູ້ອອກທະຫານທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ກໍໄດ້ມອບເງິນອຸດໜູນເທື່ອດຽວ ໃຫ້ແກ່ຄອບຄົວຜູ້ເສຍຊີວິດ ແລະ ຜູ້ອອກທະຫານຮັບອຸດໜູນເທື່ອດຽວ ພ້ອມທັງໄດ້ໂອ້ລົມ ເນັ້ນໜັກໃຫ້ແຕ່ລະຄອບຄົວ ຈົ່ງພ້ອມກັນນຳເອົາເງິນຈຳນວນດັ່ງກ່າວນີ້ ໄປໝູນໃຊ້ເຂົ້າໃນການພັດທະນາຄອບຄົວ ໃຫ້ຖືກຕ້ອງ ແລະ ເກີດປະໂຫຍດທີ່ສຸດ ເພື່ອແນໃສ່ເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ທີ່ດີຂຶ້ນ. ຕໍ່ກັບຜູ້ທີ່ອອກທະຫານຮັບອຸດໜູນເທື່ອດຽວ ຈົ່ງພ້ອມກັນເປັນພົນລະເມືອງທີ່ດີຂອງບ້ານ, ເປັນກຳລັງສຳຮອງຢູ່ຮາກຖານ ແລະ ພ້ອມກັນປະກອບສວນເຂົ້າໃນວຽກງານປ້ອງກັນຊາດ ຢູ່ຂັ້ນຮາກຖານ ຊ່ວຍອຳນາດການປົກຄອງບ້ານ ເຮັດໃຫ້ຂອບເຂດພາຍໃນບ້ານ ມີຄວາມສະຫງົບປອດໄພ ແລະ ສ້າງຄອບຄົວຂອງຕົນ ໃຫ້ເປັນຄອບຄົວປ້ອງກັນຊາດທີ່ເຂັ້ມແຂງ ໃນຕໍ່ໜ້າ.
ໂດຍ: ວັດທະນາ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















