ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ແຂວງ​ສາລະ​ວັນ ປິດ​ບັ້ນ​ອົບຮົມ-ຫັດ​ແອບ​ໃຫ້​ທະຫານ​ໃໝ່
ເວລາອອກຂ່າວ: 2026-05-07 09:27:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ໃນ​ທ້າຍ​ເດືອນ​ເມສາ​ຜ່ານ​ມາ, ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ແຂວງ​ສາລະ​ວັນ ໄດ້​ຈັດ​ພິທີ​ປິດ​ບັ້ນ ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ ຂັ້ນ​ພື້ນຖານ ໃຫ້​ທະຫານ​ໃໝ່ ຊຸດ​ທີ XII ລະບົບ 3 ເດືອນ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ສຸດ​ໃຈ ແສນ​ຄຳ​ບົວ​ທອນ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ, ຄະນະ​ອຳນວຍ​ການ​ໂຮງຮຽນ, ຄູ-ອາຈານ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ ຈາກ​ກົມ​ກອງ​ອ້ອມ​ຂ້າງ ຕະ ຫຼອດ​ຮອດ​ທະຫານ​ໃໝ່ ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພັນ​ໂທ ຄຳ​ພຽນ ໄຊ​ຍະ​ວົງ ຮອງ​ຫົວໜ້າ​ການ​ທະຫານ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ສາລະ​ວັນ ໄດ້​ຜ່ານ​ບົດ​ສະຫຼຸບ​ບັ້ນ​ອົບຮົມ-ຫັດ​ແອບ ໃຫ້​ທະຫານ​ໃໝ່ ຊຸດ​ທີ XII, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ ຂໍ້​ສະດວກ ແລະ ຂໍ້​ຫຍຸ້ງຍາກ ຕະຫຼອດ​ໄລຍະ​ການ​ອົບຮົມ 3 ເດືອນ​ຜ່ານ​ມາ, ໂດຍ​ໄດ້​ຮັບ​ການ​ຊີ້​ນຳ​ຢ່າງ​ໃກ້ຊິດຕິດແທດ ຈາກ​ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ແລະ ຄະນະ​ຮັບຜິດຊອບ​ທີ່​ກ່ຽວຂ້ອງ ຢ່າງ​ເປັນ​ປົກກະຕິ, ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ ໄດ້​ເອົາໃຈໃສ່​ຊີ້​ນຳ​ບັນດາ​ຄູ-ອາຈານ ປະຕິບັດ​ຫຼັກສູດ ແລະ ວຽກ​ງານ​ຮັບປະກັນ​ຕ່າງໆ ໃຫ້​ແກ່​ການ​ຮຽນ-ການ​ສອນ, ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ ແລະ ການ​ຄຸ້ມ​ຄອງ​ນັກຮຽນ ຢ່າງ ​ເຂັ້ມ​ງວດ, ພະນັກງານ​ຄູ-ອາຈານ ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່​ການ​ກະກຽມ​ເນື້ອ​ໃນ​ເອກະສານ ຫຼັກ ສູດ​ການ​ຮຽນ-ການ​ສອນ ຖືກ ຕ້ອງ​ຕາມ​ຫຼັກການ, ບົດຮຽນ​ແຕ່​ລະວິ​ຊາ ສາມາດ​ຮັບປະກັນ​ໃຫ້​ນັກຮຽນ​ເກັບ​ກຳ​ເນື້ອ​ໃນ​ໄດ້​ເປັນ​ຢ່າງ​ດີ. ຜ່ານ​ການຈັດຕັ້ງ​ອົບຮົມ-ຫັດ​ແອບ ຜົນ​ການ​ສອບເສັງ​ແຕ່​ລະວິ​ຊາ ສາມາດ​ຕີ​ລາຄາ​ຜົນ​ໄດ້​ຮັບ​ລວມ ຄື: ປະເພດ ເກັ່ງ​ມີ 15 ສະຫາຍ, ກາງ 70 ສະຫາຍ ແລະ ລະດັບ​ຄາດໝາຍ 30 ສະຫາຍ. ຈາກ​ນັ້ນ, ສະຫາຍ ພັນ​ຕີ ສີ​ຟອງ ອິນ​ທະ​ວົງ​ສັກ ຮອງ​ຫົວໜ້າ​ພະ​ແນກ​ກຳລັງ​ພົນ ກອງ​ບັນຊາ​ການ​ທະຫານ​ແຂວງ ໄດ້​ຜ່ານ​ຂໍ້​ຕົກລົງ ເລື່ອນ​ຊັ້ນ​ໃຫ້​ທະຫານ​ໃໝ່ ຈາກ​ພົນທະຫານ ຊັ້ນ II ເປັນ​ພົນທະຫານ​ຊັ້ນ I ແລະ ຜ່ານ​ຂໍ້​ຕົກລົງ ສັບ​ຊ້ອນ​ບ່ອນ​ປະຈຳການ ໃຫ້​ແກ່​ທະຫານ​ໃໝ່ ຕື່ມ​ອີກ. ໃນ​ພິທີ​ຍັງ​ໄດ້​ມອບ​ໃບຢັ້ງຢືນ ໃຫ້​ແກ່​ທະຫານ​ໃໝ່ ທີ່​ສຳເລັດ​ການ​ອົບຮົມ-ຫັດ​ແອບ​ໃນ​ຄັ້ງ​ນີ້, ໃຫ້​ກຽດ​ມອບ​ໂດຍ ສະຫາຍ ພັນ​ໂທ ບຸນ​ທັນ ໄຊ​ຍະ​ສານ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ສາລະ​ວັນ. ໂອກາດ​ນີ້, ສະຫາຍ ພັນ​ເອກ ສຸດ​ໃຈ ແສນ​ຄຳ​ບົວ​ທອນ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ຜົນສຳເລັດ ໃນ​ການຈັດຕັ້ງ​ປະຕິບັດ​ການ​ຮຽນ-ການ​ສອນ​ຂອງ​ບັນດາ​ຄູ-ອາຈານ ກໍ​ຄື ຄະນະ​ຮັບຜິດຊອບ​ທຸກ​ຂັ້ນ ທີ່​ໄດ້​ສຸມ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຕົນ ຖ່າຍ​ທອດ​ໃຫ້​ແກ່​ນັກຮຽນ ກໍ​ຄື ນັກ​ອົບຮົມ​ທະຫານ​ໃໝ່ ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ໃຫ້ ບັນດາ​ສະຫາຍ​ທີ່​ສຳເລັດ​ການ​ອົບຮົມ ໃນ​ຊຸດ​ນີ້ ຈົ່ງ​ນຳ​ເອົາ​ຄວາມ​ຮູ້, ບົດຮຽນ​ທີ່​ຄູ-ອາຈານ​ຖ່າຍ​ທອດ​ໃຫ້ ໄປ​ໝູນ​ໃຊ້​ຢູ່​ໃນ​ກົມ​ກອງ​ຂອງ​ຕົນ ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ. ໂດຍ: ສຸ​ກັນ ວົງ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ