ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ເຜີຍແຜ່​ຄຳ​ສັ່ງ​ແນະນຳ​ເພີ່ມ​ເຕີມ ວຽກ​ງານ​ ປະກັນ​ສຸຂະພາບ ຕາມ​ລະບົບ​ປະກັນ​ສັງຄົມ​ກອງທັບ
ເວລາອອກຂ່າວ: 2026-05-07 09:21:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 79 | ຄວາມນິຍົມ:



ໃນ​ທ້າຍ​ເດືອນ​ເມສາ​ຜ່ານ​ມາ, ຂະແໜງ​ປະກັນ​ສັງຄົມ ກອງພັນ​ໃຫຍ່ 101 ກອງ​ພົນ​ທີ 1 ໄດ້​ຈັດ​ຕັ້ງ​ເຜີຍແຜ່​ຄຳ​ສັ່ງ​ແນະນຳ​ເພີ່ມ​ເຕີມ ບາງ​ມາດຕາ​ຂອງ​ວຽກ​ງານ​ປະກັນ​ສຸຂະພາບ ຕາມ​ລະບົບ​ປະກັນ​ສັງຄົມ​ກອງທັບ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ໄມ​ພອນ ພິ​ພັກ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 101, ມີ​ຄະນະ​ພັກ-ຄະນະ​ບັນຊາ​ພະແນກການ, ກອງພັນ, ກອງຮ້ອຍ, ໂຮງໝໍ 15 ຕຽງ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ນາງ ສອນ​ດາ​ວັນ ຈອມ​ທະວີ ຫົວໜ້າ​ຂະແໜງ​ປະກັນ​ສັງຄົມ ກອງພັນ​ໃຫຍ່ 101 ໄດ້​ເຜີຍແຜ່​ຄຳ​ສັ່ງ​ແນະນຳ ຂອງ​ກະຊວງ​ປ້ອງ​ ກັນ​ປະເທດ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ ແລະ ຂໍ້​ຕົກລົງຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ປະກັນ​ສຸຂະພາບ ຕາມ​ລະ ບົບ​ປະກັນ​ສັງຄົມ ສະບັບ​ປັບປຸງ​ໃໝ່ ດັ່ງນັ້ນ, ກອງ​ພົນ​ທີ 1 ຈຶ່ງ​ໄດ້​ອອກ​ຄຳ​ສັ່ງ​ແນະນຳ​ເພີ່ມ​ເຕີມ ໃນ​ຂໍ້​ກຳນົດ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ປະກັນ​ສຸຂະພາບ ຕາມ​ລະບົບ​ປະກັນ​ສັງຄົມ​ກອງທັບ (ສະບັບ​ປັບປຸງ​ໃໝ່) ໃນ​ນີ້, ໄດ້​ຍົກ​ໃຫ້​ເຫັນ​ປະເພດ​ການ​ອຸດ​ໜູນ, ເປົ້າ​ໝາຍ​ການ​ອຸດ​ໜູນ ແລະ ເງື່ອນໄຂ​ການ​ຄິດໄລ່​ເງິນ​ອຸດ​ໜູນ, ລະບອບ​ການ​ອຸດ​ໜູນ​ປະກັນ​ສັງຄົມ, ເງິນ​ກອງ​ທຶນ​ປະກັນ​ສັງຄົມ​ກອງທັບ, ການ​ຂຶ້ນ​ທະບຽນ​ປະກັນ​ສັງຄົມ ແລະ ການ​ປະກອບ​ເອກະສານ​ຂໍ​ເງິນ​ອຸດ​ໜູນ​ປະກັນ​ສັງຄົມ, ບັນດາ​ເອກະສານ​ການ​ປະກອບ​ຂຶ້ນ​ທະ ບຽນ ແລະ ຄຸ້ມ​ຄອງ​ຈຳນວນ​ສະມາຊິກ​ປະກັນ​ສັງຄົມ, ທຳນຽມ​ການ​ອອກ​ບັດ​ປະກັນ​ສັງຄົມ ແລະ ວ່າ​ດ້ວຍ​ຂໍ້​ຫ້າມ, ເວົ້າ​ສະເພາະ​ການ​ອຸດ​ໜູນ​ປິ່ນປົວ​ສຸຂະພາບ, ສູ້​ຮົບ-ຮັບ​ໃຊ້​ສູ້​ຮົບ, ອຸປະຕິເຫດ​ແຮງ​ງານ, ພະຍາດ​ອາຊີບ, ການ​ອອກລູກ ຫຼື ລຸ​ລູກ, ການ​ອຸດ​ໜູນ​ເສຍ​ກຳລັງ​ແຮງ​ງານ (ເສຍ​ອົງຄະ), ບຳນານ ແລະ ບຳ​ເນັດ​ອອກ​ທະຫານ, ເສຍ​ຊີວິດ, ອຸດ​ໜູນ​ສະມາຊິກ​ຄອບຄົວ​ຜູ້​ປະກັນ​ຕົນ (ໝ້າຍ-ລູກ​ກຳພ້າ) ແລະ ການ​ອຸດ​ໜູນ​ປ່ວຍ​ການ, ວ່າງ​ງານ (ສຳລັບ​ພາກສ່ວນ​ບໍລິສັດ, ລັດ​ວິ​ສາ​ຫະ​ກິດ​ໃນ​ກອງທັບ). ຈຸດປະສົງ ເພື່ອ​ແນ່​ໃສ່​ເຮັດ​ໃຫ້​ພະນັກ ງານ-ນັກຮົບ ໄດ້​ຮັບ​ຮູ້​ເຊື່ອມ​ຊຶມ ແລະ ເຂົ້າໃຈ​ແຈ້ງ​ຕື່ມ​ກ່ຽວ​ກັບ​ວຽກ​ງານ​ປະກັນ​ສັງຄົມ​ໃນ​ກອງທັບ ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ຖືກຕ້ອງ ແລະ ສອດຄ່ອງ​ກັບ​ກົດໝາຍ​ປະກັນ​ສັງຄົມ​ໃນ​ກອງທັບ. ໂດຍ: ຕີ້ ຍົດ​ພູທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ