ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ບໍລິສັດ ໄຟຟ້າ​ຫົງ​ສາ​ຫີນ​ເຫຼັກ​ໄນ ອວຍພອນ​ການ​ນຳ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ
ເວລາອອກຂ່າວ: 2026-05-07 09:14:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ທ້າຍ​ເດືອນ​ເມສາ 2026 ຜ່ານ​ມາ, ບໍລິສັດ​ໄຟຟ້າ​ຫົງ​ສາ​ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເຂົ້າ​ອວຍ ພອນ​ການ​ນຳ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ. ເຊິ່ງ​ນຳ​ໂດຍ ສະຫາຍ ຍຸດທະນາ ຈຸນ​ພັນ​ທອງ ຜູ້ອຳນວຍການ​ສາຍ​ງານ​ກິດຈະການ​ອົງການ ບໍລິສັດ ໄຟຟ້າ​ຫົງ​ສາ ແຂວງ​ໄຊ​ຍະ​ບູລີ ພ້ອມ​ດ້ວຍ​ຄະນະ​ໄດ້​ນຳ​ເອົາ​ຂອງ ຂວັນ ແລະ ຄຳ​ອວຍພອນ​ໄຊ​ອັນ​ ປະເສີດ​ມາ​ໃຫ້ ຄະນະ​ພັກ-ຄະ ນະ​ ບັນຊາກອງບັນຊາການທະຫານ​ ແຂວງ​ໄຊ​ຍະ​ບູ​ລີ ເນື່ອງ​ໃນ​ໂອ ກາດ ​ສົ່ງ​ທ້າຍ​ປີ​ເກົ່າ ​ພສ 2568 ແລະ ຕ້ອນຮັບ​ປີ​ໃໝ່ ​ພສ 2569 ຢ່າງ​ອົບ​ອຸ່ນ. ໃນ​ການ​ເຂົ້າ​ອວຍພອນ​ຄັ້ງ​ນີ້, ເພື່ອ​ເປັນ​ການ​ອວຍພອນການ ​ນຳ​ພັກ-ລັດ​ໃຫ້​ມີ​ສຸຂະພາບ​ເຂັ້ມ ແຂງ, ມີ​ອາຍຸ​ໝັ້ນ​ຂວັນ​ຍືນ ແລະ ເປັນ​ການ​ສືບ​ທອດ​ຮີດ​ເກົ່າ​ຄອງ​ເດີມ, ເປັນ​ວັດທະນະທຳ​ອັນ​ດີ ງາມ​ຂອງ​ຊາດ​ລາວ ແລະ ສະ ແດງຄວາມ​ຮູ້​ບຸນຄຸນ​ຕໍ່​ຜູ້​ທີ່ນຳ ພາ-ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ແຂວງ​ໄຊ​ຍະ​ບູ​ລີ ທັງ​ເປັນ​ການ​ປົກ​ປັກ​ຮັກສາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ຂອງ​ຊາດ ຮັກສາ​ພັດທະນາ​ໃຫ້​ຢູ່​ຄູ່​ກັບ​ຄົນ​ລາວ, ຊາດ​ລາວ​ຕະຫຼອດ​ໄປ ເວົ້າ​ລວມ, ເວົ້າ​ສະເພາະ ກໍ​ຄື​ແຂວງ​ໄຊ​ຍະ​ບູ​ລີ​ໃຫ້​ມີ​ການ​ພັດທະນາ​ຈະເລີນ​ຮຸ່ງ​ເຮື່ອງ​ຂຶ້ນ​ໄປ​ເລື້ອງໆ. ໂດຍ: ນາງ ບົວ​ລິ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ