ຈີນ ອອກພັນທະບັດໄລຍະຍາວພິເສດ ຊຸດທີ 2 ມູນຄ່າຫຼາຍຕື້ຢວນ
ເວລາອອກຂ່າວ: 2026-05-06 09:16:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 84 | ຄວາມນິຍົມ: ![]()
ຂ່າວຊິນຮວາລາຍງານວັນທີ 5 ພຶດສະພາວ່າ: ແຫຼ່ງຂ່າວຈາກຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ຈີນໄດ້ອອກບັນຊີລາຍຊື່ ແລະ ງົບປະມານສຳລັບພັນທະບັດໄລຍະຍາວພິເສດຊຸດທີ 2 ໃນປີນີ້ ມູນຄ່າ 91.5 ຕື້ຢວນ ເພື່ອສະໜັບສະໜູນການປ່ຽນຖ່າຍເຄື່ອງອຸປະກອນ ແລະ ການທົດແທນຄືນເຄື່ອງອຸປະໂພກ-ບໍລິໂພກ.
ພັນທະບັດດັ່ງກ່າວໃຊ້ເພື່ອສະໜັບສະໜູນ 6,700 ກວ່າໂຄງການໃນ 16 ຂົງເຂດ ເປັນຕົ້ນແມ່ນ ອຸດສາຫະກຳ, ພະລັງງານໄຟຟ້າ ແລະ ຂໍ້ມູນຂ່າວສານເອເລັກໂຕຣນິກ, ຈະສາມາດດຶງດູດການລົງທຶນຫຼາຍກວ່າ 380 ຕື້ຢວນ. ພ້ອມດຽວກັນນີ້, ຈີນຈະສືບຕໍ່ສະໜັບສະໜູນການນຳໃຊ້ລົດຂົນສົ່ງສິນຄ້າລຸ້ນໃໝ່ແທນລຸ້ນເກົ່າ, ໃຊ້ລົດເມພະລັງງານໃໝ່ ແລະ ໃຊ້ເຄື່ອງຈັກກະສິກຳລຸ້ນໃໝ່ແທນລຸ້ນເກົ່າ. ນັບແຕ່ຕົ້ນປີນີ້ມາ, ຈີນໄດ້ຈັດສັນງົບປະມານສຳລັບການປ່ຽນຖ່າຍເຄື່ອງອຸປະກອນ ແລະ ການທົດແທນຄືນເຄື່ອງອຸປະໂພກ-ບໍລິໂພກ ທັງໝົດ 185,1 ຕື້ຢວນ.
ຂ່າວລະບຸວ່າ: ຈາກການຊຸກຍູ້ຂອງນະໂຍບາຍປ່ຽນຖ່າຍເຄື່ອງອຸປະກອນ, ການຈັດຊື້ ແລະ ການລົງທຶນຕໍ່ເຄື່ອງຈັກ ແລະ ອຸປະກອນໃນໄຕມາດທຳອິດຂອງປີນີ້ເພີ່ມຂຶ້ນ 13.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ທັງໄດ້ດຶງດູດການລົງທຶນທັງໝົດເພີ່ມຂຶ້ນ 2.3%.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















