ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ພັດທະນາ​ໂຮງງານ​ມິດຕະພາບ ລາວ–ຫວຽດນາມ ໃຫ້​ເປັນ​ແກນ​ກາງ​ການ​ຜະລິດ-ສ້ອມແປງ ເພື່ອ​ຮັບ​ໃຊ້​ກອງທັບ
ເວລາອອກຂ່າວ: 2026-05-06 09:06:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 93 | ຄວາມນິຍົມ:



ໂຮງງານ​ມິດຕະພາບ​ລາວ-ຫວຽດນາມ ໄດ້​ສ້າງຕັ້ງ​ຂຶ້ນ ໃນ​ວັນ​ທີ 1 ມິຖຸນາ 1961 ທີ່​ບ້ານ​ນາ​ແທ່ນ ເມືອງ​ຊຳ​ເໜືອ ແຂວງ​ຫົວພັນ, ໃນ​ເວລາ​ນັ້ນ ຍັງ​ບໍ່​ທັນ​ເປັນ​ໂຮງງານ​ເທື່ອ ພຽງ​ແຕ່​ເປັນ​ຈຸ​ສ້ອມແປງ​ລົດ​ເທົ່າ​ນັ້ນ, ພາຍຫຼັງ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ ກໍ​ໄດ້​ມີ​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່ ຕາມ​ພາລະ​ບົດບາດ ໃນ​ແຕ່​ລະ​ໄລ ຍະ​ທີ່​ຜ່ານ​ມາ ກໍ​ໄດ້​ມີ​ການ​ພັດທະ ນາ​ຂະຫຍາຍຕົວ​ຂຶ້ນ​ໄປ​ເລື້ອຍໆ ຈາກ​ຈຸ​ສ້ອມແປງ​ກາຍ​ມາ​ເປັນ​ໝູ່, ຈາກ​ໝູ່​ກາຍ​ມາ​ເປັນ​ໝວດ ແລະ ຈາກ​ໝວດ ກາຍ​ມາ​ເປັນ​ກອງ ຮ້ອຍ​ສ້ອມແປງ, ມາ​ຮອດ​ວັນ​ທີ 1 ພຶດສະພາ 1969 ຈຶ່ງ​ໄດ້​ສ້າງຕັ້ງ​ເປັນ​ໂຮງງານ​ຂຶ້ນ ຊື່ວ່າ: ໂຮງງານ​ມິດຕະພາບ ລາວ-ຫວຽດນາມ ຈົນ​ເຖິງ​ປັດຈຸບັນ ໂດຍ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ກົມ​ໃຫຍ່​ເຕັກນິກ​ກອງທັບ ກໍ​ຄື ກົມ​ອຸດສາຫະກຳ​ປ້ອງ​ກັນ​ຊາດ, ມີ​ພາລະ​ບົດບາດ​ສຳຄັນ ໃນ​ການ​ສ້ອມແປງ, ຟື້ນ​ຟູ ແລະ ບຳລຸງ​ຮັກສາ​ພາຫະນະ​ເຕັກນິກ, ພ້ອມ​ທັງ​ຜະລິດ​ບັນດາ​ຜະລິດ​ຕະ​ພັນ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ກອງທັບ ເປັນຕົ້ນ​ແມ່ນ ການ​ບົວລະບັດ​ສ້ອມແປງ​ພາຫະນະ, ອຸປະກອນ​ເຕັກນິກ ໃຫ້​ແກ່​ກົມ​ກອງ​ທະຫານ ແລະ ຍັງ​ເຮັດ​ໜ້າທີ່ ເຝິກອົບຮົມ ແລະ ພັດທະນາ​ກຳລັງ​ເຕັກນິກ ໃຫ້​ແກ່​ບັນດາ​ກົມ​ກອງ ນອກ​ນັ້ນ, ຍັງ​ໄດ້​ມີ​ການ​ຮ່ວມ​ມື​ກັບ​ສະຫະພັນ​ຣັດ​ເຊຍ ໃນ​ການ​ສ້ອມແປງ​ພາຫະນະ​ເຕັກນິກ​ຊ່າງ​ແສງ ແລະ ຍົກ​ລະດັບ​ທັກ​ສະ​ວິຊາ​ຊີບ. ສະຫາຍ ພັນ​ໂທ ແສງ​ມະນີ ສີ​ພອນ​ໄຊ ຮອງ​ອຳນວຍ​ການ ຮັບຜິດຊອບ​ວຽກ​ງານ​ການ ເມືອງ-ບໍລິຫານ ໂຮງງານ​ມິດ ຕະພາບ ລາວ-ຫວຽດນາມ ໄດ້​ໃຫ້​ສຳພາດ​ວ່າ: ໃນ​ໄລຍະ​ຜ່ານ​ມາ ຄະນະ​ພັກ-ຄະນະ​ອຳນວຍ​ການ ໄດ້​ເອົາໃຈໃສ່​ຊີ້​ນຳ​ພະນັກງານ-ນັກຮົບ ຍົກ​ສູງ​ຄວາມ​ຮັບຜິດຊອບ ຕໍ່ໜ້າ​ທີ່​ວຽກ​ງານ​ວິຊາ​ສະເພາະ ດ້ວຍ​ການ​ນຳ​ໃຊ້​ທ່າແຮງ​ທີ່​ມີ​ຢູ່ ເຊັ່ນ: ເຄື່ອງ​ຈັກ, ອຸປະກອນ ແລະ ກຳລັງ​ພົນ ເພື່ອ​ຜະລິດ-ບໍລິການ ສ້າງ​ລາຍ​ຮັບ​ເຂົ້າ​ກົມ​ກອງ ເພື່ອ​ ພັດທະນາ​ໂຮງງານ ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກ ງານ-ນັກຮົບ ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ໃນ​ນີ້, ວຽກ​ງານ​ທີ່​ພົ້ນ​ເດັ່ນ ແມ່ນ​ວຽກ​ງານ​ການ​ຜະລິດ ແລະ ສ້ອມແປງ, ໄດ້​ສ້ອມແປງ​ລົດ​ຊະນິດ​ຕ່າງໆ ເຊັ່ນ: ຜະລິດ​ເຄື່ອງຮັບ​ໃຊ້​ໃຫ້​ແກ່​ກອງທັບ ຕາມ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ, ຜະ ລິດ​ບັນດາ​ອາ​ໄຫຼ່ ແລະ ເຄື່ອງ​ປະກອບ​ຄົບ​ຊຸດ​ຫຼາຍ​ລາຍການ ເພື່ອ​ປະກອບ​ໃສ່​ລົດ​ຊ່າງ​ແສງ (ວຽກ​ສ້ອມແປງ​ຮ່ວມ​ມື​ກັບ ສ ຣັດ​ເຊຍ) ໄດ້​ສ້ອມແປງ​ເປັນ​ປົກກະຕິ​ຕາມ​ແຜນ​ງົບປະມານ​ປະຈຳ​ປີ ທີ່​ກະຊວງ​ປ້ອງ​ກັນ​ປະ ເທດ ກໍ​ຄື ກົມ​ຄຸ້ມ​ຄອງ​ລົດ​ໄດ້​ແບ່ງປັນ​ຕົວ​ເລກ​ໃຫ້ ນອກ​ນີ້, ຍັງ​ໄດ້​ປັບປຸງ​ຄືນ​ລະບຽບ, ແບບແຜນ​ວິທີ​ເຮັດ​ວຽກ ນັບ​ແຕ່​ຂັ້ນ​ຄະນະ​ອຳນວຍ​ການ ຈົນ​ຮອດ​ຂັ້ນ​ພະ​ແນກ-ຂະແໜງການ ເພື່ອ​ເຮັດ​ໃຫ້​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ມີ​ປະສິດທິພາບ ເຄື່ອນ​ໄຫວ​ຖືກຕ້ອງ​ຕາມ​ພາລະ​ບົດບາດ​ຂອງ​ຕົນ ຕື່ມ​ອີກ. ສ່ວນ​ທິດ​ທາງ​ແຜນການ​ໃນ ຕໍ່ໜ້າ ຈະ​ສືບຕໍ່​ເອົາໃຈໃສ່​ເປັນ​ສຳ ຄັນ ຕໍ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ແນ ໃສ່​ເຮັດ​ໃຫ້​ພະນັກງານ-ນັກຮົບ ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ ​ກົມ​ກອງ, ເອົາໃຈໃສ່​ປະຕິບັດ​ລະບອບ​ສ່ອງ​ແສງ, ລາຍ​ງານ​ເປັນ​ປົກກະຕິ, ລະບອບ​ປະຈຳການ ປ້ອງ​ກັນ​ຄ້າຍ​ຄູ ແລະ ພື້ນຖານ​ກົມ​ກອງ​ຕັ້ງ​ທັບ​ຢູ່ ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ 100%, ໂດຍ​ ສະເພາະ​ແມ່ນ​ເຮັດ​ໜ້າທີ່​ບົວລະ ບັດ​ສ້ອມແປງ, ພາຫະນະ, ອຸປະ ກອນ​ເຕັກນິກ ໃຫ້​ແກ່​ກົມ​ກອງ​ທະຫານ ແລະ ວຽກ​ງານ​ສ້ອມແປງ, ຟື້ນ​ຟູ​ພາຫະນະ​ເຕັກນິກ ທີ່ ສ ຣັດ​ເຊຍ ໄດ້​ໃຫ້ການ​ຊ່ວຍເຫຼືອ ໃຫ້​ຮັບປະກັນ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ, ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກົມ​ກອງ ເຮັດ​ໃຫ້​ຄ້າຍ​ຄູ​ມີ​ຄວາມ​ສະອາດ​ຈົບງາມ​ຢູ່​ສະ ເໝີ, ສຸມ​ໃສ່​ວຽກ​ງານ​ອົບຮົມ, ກໍ່ສ້າງ​ກຳລັງ​ພະນັກງານ, ນາຍ​ຊ່າງ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ ທາງ​ດ້ານ​ວຽກ​ງານ​ວິຊາ​ສະ ເພາະ, ສືບຕໍ່​ຮັກສາ​ມູນເຊື້ອ​ກອງ​ຮາກ​ຖານ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໃຫ້​ໄດ້​ຢ່າງ​ຕໍ່​ເນື່ອງ. ໃນ​ໂອກາດ​ວັນ​ກຳມະກອນ​ສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886-1 ພຶດສະພາ 2026) ນີ້, ສະຫາຍ ພັນ​ໂທ ແສງ​ມະນີ ສີ​ພອນ​ໄຊ ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ອຳນວຍ​ການ, ພະນັກງານ-ນັກຮົບ ທົ່ວ​ໂຮງງານ​ມິດຕະພາບ​ລາວ-ຫວຽດນາມ, ສະມາຊິກ​ກຳມະບານ, ກຳມະ ກອນ, ຊາວ​ຜູ້​ອອກແຮງ​ງານ​ທົ່ວ​ໂຮງງານ ອວຍພອນ​ໄຊ​ອັນ​ປະເສີດ ໃຫ້​ບັນດາ​ທ່ານ​ການ​ນຳ​ພັກ-ລັດ, ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ການ​ນຳ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ ກໍ​ຄື ຫ້ອງການ​ກຳມະບານ​ກອງທັບ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ, ຄອບຄົວ ແລະ ສືບຕໍ່​ໃຫ້ການ​ນຳພາ-ຊີ້​ນຳ ອົງ​ການຈັດຕັ້ງ​ສະ ຫະພັນ​ກຳມະບານ​ລາວ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ, ເຕີບ​ໃຫຍ່​ຂະຫຍາຍຕົວ ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ອວຍພອນ​ໃຫ້​ບັນດາ​ ສະຫາຍ ພະນັກງານ-ນັກຮົບ, ສະມາຊິກ​ກຳມະບານ, ກຳມະ ກອນ, ຜູ້​ອອກແຮງ​ງານ​ລາວ ທຸກ​ທົ່ວ​ໜ້າ​ຈົ່ງ​ມີ​ສຸຂະພາບ​ແຂງ ແຮງ ແລະ ມີ​ຜົນງານ​ໃໝ່ໃຫຍ່​ຫຼວງ​ກວ່າ​ເກົ່າ. ໂດຍ: ຄຳ​ໄຕ ຈັນ​ນະຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ