ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ກອງຮ້ອຍ​ທະຫານ​ຊາຍ​ແດນ 515 ແຮກສ່ຽວ​ກັບ ບ້ານ​ປາກ​ສະ​ນົມ ເມືອງ​ລະຄອນ​ເພັງ
ເວລາອອກຂ່າວ: 2026-05-06 09:05:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ພິທີ​ແຮກສ່ຽວ ລະຫວ່າງ ກອງຮ້ອຍ​ທະຫານ​ຊາຍ​ແດນ 515 ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ​ກັບ ບ້ານ​ປາກ ສະ​ນົມ ເມືອງ​ລະຄອນ​ເພັງ ແຂວງ​ສາລະ​ວັນ ໄດ້​ຈັດ​ຂຶ້ນ​ໃນ​ບໍ່​ດົນ ຜ່ານ​ມາ​ນີ້, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ວິໄລ ພິມ​ມະ​ວົງ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ ສາລະ​ວັນ, ມີ​ພາກ ສ່ວນ​ທີ່​ກ່ຽວ ຂ້ອງ, ກົມ​ກອງ​ເພື່ອນ, ກອງ​ບັນ ຊາ​ການ​ທະຫານ​ເມືອງ​ລະຄອນ​ເພັງ ຕະຫຼອດ​ຮອດ ພໍ່​ແມ່​ປະຊາ ຊົນ​ບ້ານ​ອ້ອມ​ຂ້າງ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ຄຳ​ພອນ ເພັດ​ປະເສີດ ຫົວໜ້າ​ການເມືອງ ກອງຮ້ອຍ​ທະຫານ​ຊາຍ​ແດນ 515 ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້ ກອງຮ້ອຍ​ທະ ຫານ​ຊາຍ​ແດນ 515 ແຮກສ່ຽວ​ກັບ​ອຳນາດ​ການ​ປົກຄອງ​ບ້ານ​ປາກ​ສະ​ນົມ ເມືອງ​ລະຄອນ​ເພັງ ພ້ອມ​ທັງ​ໄດ້​ຮັບ​ຟັງ​ການ​ເລົ່າ​ປະຫວັດ​ມູນເຊື້ອ​ຂອງ​ບ້ານ ແລະ ກົມ​ກອງ​ດັ່ງກ່າວ. ຈຸດ​ພິເສດ​ສະພາບ​ລວມ​ຂອງ​ບ້ານ​ປາກ​ສະ​ນົມ ສ້າງຕັ້ງ​ຂຶ້ນ​ເມ​​ື່ຶ​ອວັນ​ທີ 15 ພຶດສະພາ 1944 ຫ່າງ​ຈາກ​ເມືອງ​ລະຄອນ​ເພັງ 30 ກິໂລແມັດ, ມີ 128 ຫຼັງຄາ​ເຮືອນ, ມີ 151 ຄອບຄົວ, ມີ​ພົນລະເມືອງ​ທັງ​ໝົດ 681 ຄົນ, ຍິງ354 ຄົນ ອາຊີບ​ຕົ້ນ​ແມ່ນ​ເຮັດ​ນາ, ປູກຝັງ-ລ້ຽງສັດ, ຄ້າຂາຍ ແລະ ອື່ນໆ, ຈຸດ​ພິເສດ​ສະພາບ​ລວມ​ຂອງ​ກອງຮ້ອຍ​ທະຫານ​ຊາຍ​ແດນ 515 ສ້າງຕັ້ງ​ຂຶ້ນ​ໃນ ​ປີ 2022 ນັບ​ແຕ່​ໄດ້​ຮັບ​ການ ​ສ້າງຕັ້ງ​ຂຶ້ນ ກອງຮ້ອຍ​ກໍ​ໄດ້​ປະ ຕິບັດ​ພາລະ​ບົດບາດ​ຂອງ​ຕົນ ຮັບປະກັນ​ໃຫ້​ຂອບ​ເຂດ​ຮັບຜິດຊອບ ມີ​ຄວາມ​ສະ​ເຫ​ງົບ​ໂດຍ​ພື້ນຖານ, ສັງຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ມີ​ຄວາມ​ສາມັກຄີ​ປອງ​ດອງ ແລະ ມີ​ການ​ພັດທະນາ. ໃນ​ໄລຍະ​ຜ່ານ​ມາ​ກົມ​ກອງ ໄດ້​ເອົາໃຈໃສ່​ປະສານ​ສົມທົບ​ກັບ​ອົງການ​ປົກຄອງ​ບ້ານ​ປາກ​ສະ​ນົມ ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ໃຫ້​ພໍ່​ແມ່​ປະຊາຊົນ​ໄດ້​ຮັບ​ຮູ້​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ ຢ່າງ​ທົ່ວ​ເຖິງ ໂດຍ​ຕິດ​ພັນ​ກັບ ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ຕາມ​ຂອບ​ເຂດ​ຮັບຜິດຊອບ ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ປອດ​ໄພ 100%, ຊີ້​ນຳ​ປະຊາຊົນ​ພາຍ​ໃນ​ບ້ານ ສ້າງ​ເສດຖະກິດ ແລະ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ຈາກ​ນັ້ນ, ກໍ​ໄດ້​ເຊັນ​ບົດ​ບັນທຶກ​ແຮກສ່ຽວ ລະຫວ່າງ ກອງຮ້ອຍ​ທະຫານ​ຊາຍ​ແດນ 515 ກັບ​ບ້ານ​ປາກ​ສະ​ນົມ, ລົງ​ນາມ​ໂດຍ​ສະຫາຍ ພັນ​ໂທ ບຸນ​ກອງ ປາ​ທິ​ລາດ ຫົວໜ້າ​ການ​ທະຫານ​ກອງຮ້ອຍ 515 ແລະ ສະຫາຍ ເສີດ ສຸ​ລິ​ວົງ ເລຂາ​ພັກ ບ້ານ​ປາກ​ສະ​ນົມ. ໂອກາດ​ນີ້, ສະຫາຍ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ຮຽກຮ້ອງ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ກອງ ຮ້ອຍ, ອຳນາດ​ການ​ປົກຄອງ​ ບ້ານ ຕະຫຼອດ​ຮອດ ພະນັກງານ-ນັກຮົບ ແລະ ພໍ່​ແມ່​ປະຊາຊົນ ເອົາໃຈໃສ່​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ເປັນ ​ບັນຫາ​ສຳຄັນ, ສືບຕໍ່​ເສີມ​ຂະ ຫຍາຍ​ມູນເຊື້ອ​ສາມັກຄີ​ເປັນ​ປຶກ​ແຜ່ນ ຕາມ​ຄຳ​ຂວັນ​ທີ່​ວ່າ “ກອງທັບ​ກັບ​ປະຊາຊົນ ຄື​ປາ​ກັບ​ນ້ຳ”, ສືບຕໍ່​ເຮັດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເຮັດ​ໃຫ້​ຂອບ​ເຂດ​ຮັບຜິດຊອບ ຂອງ​ກົມ​ກອງ ແລະ ບ້ານ ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ, ພ້ອມ​ກັນ​ຕ້ານ ແລະ ສະກັດ​ກັ້ນ ບັນດາ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ຢູ່​ໃນ​ສັງຄົມ ກໍ​ຄື ຂອບ​ເຂດ​ບ້ານ​ແຮກສ່ຽວ ໃຫ້​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ໃນ​ຕອນ​ທ້າຍ ຍັງ​ໄດ້​ພ້ອມ​ກັນ​ບາສີສູ່ຂວັນ​ອວຍ ພອນ​ເຊິ່ງ​ກັນ ແລະ ກັນ ຕື່ມ​ອີກ. ໂດຍ: ຈ໋ອດ ແສງ​ຄຳ​ອ່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ