ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ທະຫານ​ແຂວງ​ເຊ​ກອງ​ຕ້ອນຮັບ ຄະນະ​ກອງ​ບັນຊາ​ການ​ທະຫານ​ນະຄອນ, ແຂວງ​ ຈາກ ​ສສ ຫວຽດນາມ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ລາວ ​ພສ 2569
ເວລາອອກຂ່າວ: 2026-05-06 09:02:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 98 | ຄວາມນິຍົມ:



ໃນ​ບໍ່ດົນຜ່ານມານີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ນຳ​ໂດຍສະຫາຍ ພັນ​ເອກ ສົມ​ຈິດ ນິລະ​ພົນ ຫົວໜ້າ​ການເມືອງ​ ກອງ​ບັນຊາ​ການ​ທະຫານ​ແຂວງ ແລະ ສະຫາຍ ພັນ​ເອກ ສີດາ​ວົງ ດວງ​ປານີ ຫົວໜ້າ​ຫ້ອງ​ ການເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ພ້ອມ​ດ້ວຍ​ຄະນະ ໄດ້​ຕ້ອນຮັບ ຄະນະ​ກອງ​ບັນຊາ​ການ​ທະຫານ​ນະຄອນ, ແຂວງ ຂອງ ​ສສ ຫວຽດນາມ ທີ່​ມາ​ເຄື່ອນ​ໄຫວ​ຢ້ຽມຢາມ​ອວຍພອນ​ເນື່ອງ​ໃນ​ໂອກາດ​ວັນ​ບຸນປີໃໝ່​ລາວ ​ພສ 2569 ທີ່​ໄກ້​ຈະ​ມາ​ເຖິງ​ໃນ​ມໍ່ໆ​ນີ້​ ໃຫ້​ມີ​ບັນຍາກາດ​ຟົດຟື້ນ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ສາມັກຄີ​ລະຫວ່າງ​ສອງ​ຊາດ ລາວ-ຫວຽດນາມ. ເຊິ່ງ​ບັນດາ​ກອງ​ບັນຊາ​ການ​ທີ່​ເຂົ້າ​ມາ​ອວຍພອນ ມີ: ສະຫາຍ ພັນ​ເອກ ຫ່າ ວັນ ອ໋າຍ ຮອງ​ກອງ​ບັນຊາ​ການ, ຫົວໜ້າ​ຫ້ອງ​ການເມືອງ ​ກອງ​ບັນຊາ​ການ​ທະຫານ​ນະຄອນ​ເຫວ້ ພ້ອມ​ດ້ວຍ​ຄະນະ, ສະຫາຍ ພັນ​ເອກ ເຈິ່ນ ຕ໋ຽນ ຮ່ຽນ ຫົວໜ້າ​ກອງ​ບັນຊາ​ການ​ທະ ຫານ​ຊາຍ​ແດນ​ນະຄອນ​ດ່າ​ນັງ ພ້ອມ​ດ້ວຍ​ຄະນະ, ສະຫາຍ ພັນ​ເອກ ດັ້ງ ງອກ ຮ້ຽວ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ນະຄອນ​ເຫວ້ ພ້ອມ​ຄະນະ, ພັນ​ເອກ ຮິ່ມ​ກິນ​ຮ໋າຍ ຮອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ກວາງ​ຫງ່າຍ ພ້ອມ​ຄະນະ, ພັນ​ເອກ ພິເສດ ຫງຽວ​​ນ ເຕິ໋ນ ຕວນ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ນະຄອນ​ດ່າ​ນັງ ພ້ອມ​ຄະນະ, ສະຫາຍ ນາງ ຕ້າ​ເຟືອງ​ຢຸງ ກົງສຸນ​ໃຫຍ່​ປະຈຳ​ນະຄອນ​ປາກ​ເຊ ແຂວງ​ຈຳປາ​ສັກ ແລະ ສະຫາຍ ພົນ​ຈັດຕະວາ ຫງຽວ​​ນ ກັວກ ເຮືອງ ຮອງຫົວໜ້າ​ກອງບັນຊາ​ການ​ທະຫານ​ເຂດ 5 ກອງທັບ​ປະຊາຊົນ​ຫວຽດນາມ ໃນ​ຄະນະ​ດັ່ງກ່າວ​ຍັງ​ມີ ບໍລິສັດ​ມິດຕະພາບ 206 ນຳ​ໂດຍ ສະຫາຍ ຫວູ ວັນ ງຽວ​​ນ ຮອງ​ອຳນວຍ​ການ​ບໍລິສັດ 206 ອີກ​ດ້ວຍ. ໃນ​ໂອກາດ​ດັ່ງກ່າວ ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ໄດ້​ກ່າວ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ວ່າ: ໃນ​ນາມ​ຕາງໜ້າ​ໃຫ້ຄະນະ​ພັກ- ຄະນະ​ບັນຊາ​ກອງ​ບັນຊາ​ການ ກໍຄື ນາຍ ແລະ ພົນທະຫານ​ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ຮູ້ສຶກ​ເປັນ​ກຽດ ແລະ ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້​ຕ້ອນຮັບ ການ​ມາ​ຢ້ຽມຢາມ ຂອງ ບັນດາ​ແຕ່​ລະ​ຄະນະ ທີ່​ໄດ້​ສະຫຼະ​ເວລາ​ອັນ​ມີ​ຄຸນຄ່າ ມາ​ອວຍພອນ​ປີ​ໃໝ່​ລາວ ທີ່​ໃກ້​ຈະ​ມາ​ຮອດ​ໃນ​ມໍ່ໆ​ນີ້ ແລະ ການ​ມາ​ຄັ້ງ​ນີ້ ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົບ​ປະ​ແລກປ່ຽນ ການ​ຮ່ວມ​ມື ແລະ ຄວາມ​ສາມັກຄີ​ແບບ​ພິເສດ ຈະ​ຍັງ​ຄົງ​ສືບຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ ສອງ​ພັກ-ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ເວົ້າສະເພາະ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ເຊ​ກອງ ແລະ ບັນດາ​ກອງ​ບັນຊາ​ການ​ທະຫານ ​ສສ ຫວຽດນາມ ທີ່​ມີ​ຊາຍ​ແດນ​ຕິດ​ຈອດ ລະຫວ່າງ​ປະເທດ ລາວ ແລະ ຫວຽດນາມ ທີ່​ຕິດ​ຈອດ​ກັບ​ແຂວງ​ເຊ​ກອງ ແລະ ເປັນ​ມູນເຊື້ອ​ອັນ​ດີງາມ​ຕະຫຼອດ​ມາ. ໂດຍ: ກອງ​ຄຳ​ຈິ່ງ​ດ້າ​ຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ