ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

​ສະຫຼຸບ​ຜົນສຳເລັດ​ບັ້ນ​ເຝິກ​ອົບຮົມ​ນາຍ​ຊ່າງ​ປ່ຽນ​ຊະນິດ​ເຮືອບິນ ແລະ ນາຍ​ຊ່າງ​ຊັ້ນ​ຕົ້ນ ຊຸດ​ທີ VIII ກອງພັນ​ໃຫຍ່ 703
ເວລາອອກຂ່າວ: 2026-05-06 08:59:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 84 | ຄວາມນິຍົມ:



ໃນບໍ່ດົນຜ່ານມານີ້, ພະ​ແນກ​ເຕັກນິກ ກອງພັນ​ໃຫຍ່ 703 ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ຜົນສຳເລັດ​ບັ້ນ​ເຝິກ​ອົບຮົມ​ນາຍ​ຊ່າງ​ປ່ຽນ​ຊະນິດ​ເຮືອບິນ ແລະ ນາຍ​ຊ່າງ​ຊັ້ນ​ຕົ້ນ ຊຸດ​ທີ VIII ປະຈຳ​ປີ 2024-2025, ໂດຍ​ການ​ເປັນ​ປະທານ ຂອງ ສະຫາຍ ພັນ​ເອກ ສະຫງົບ ຈັນ​ສະ​ໜອມ ຫົວໜ້າ​ຫ້ອງເຕັກນິກ ກອງ​ບັນຊາ​ການ​ທະຫານ​ອາກາດ, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່, ພະແນກການ, ຂະແໜງການ ກອງພັນ, ກອງຮ້ອຍ​ເອກະລາດ ​ຕະຫຼອດ​ຮອດ​ຄູ​ອາຈານ ແລະ ພະນັກງານ-ນັກຮົບ​ນາຍ​ຊ່າງ​ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ດວງ​ສີ ແພງ​ຄຳ​ເຮືອງ ຫົວໜ້າ​ຂະແໜງ​ຫົວ​ຈັກ-ລຳ​ຕົວ​ເຮືອບິນ​ຂຶ້ນ​ຊື່ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ​ເປັນຕົ້ນ​ແມ່ນ​ໄດ້​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ເປັນ​ປົກກະຕິ​ເຊິ່ງ​ມັນ​ສະແດງ​ອອກ ກົມ​ກອງ​ມີ​ຄວາມ​ສະຫງົບ ເວົ້າ​ລວມ​ເວົ້າ​ສະເພາະ ແມ່ນ​ການຈັດຕັ້ງ ການ​ເຝິກ​ອົບຮົມ​ນາຍ​ຊ່າງ​ຊັ້ນ​ຕົ້ນ ຊະນິດ​ເຮືອບິນ​ຂື້ນ​ຊື່ ແລະ ເຮືອບິນ​ປີກ ເພື່ອ​ຮັບປະກັນ​ດ້ານ​ບຸກ​ຄະ​ລະ​ກອນ​ເຕັກນິກ​ເຮືອບິນ​ຊະນິດ​ຕ່າງໆ ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ, ມີ​ຄວາມ​ຊຳນິ​ຊຳນານ​ເພື່ອ​ກຽມພ້ອມ​ຮັບ​ໃຊ້​ໜ້າທີ່​ການ ເມືອງ​ຂອງ​ກົມ​ກອງ ແລະ ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຂັ້ນ​ເທິງ​ໃຫ້​ມີ​ຄວາມ​ປອດ​ໄພ 100%. ໂດຍ​ອີງໃສ່​ຂໍ້​ຕົກລົງ​ຂອງ​ຫ້ອງ​ອົບຮົມ​ການບິນ ກອງ​ບັນຊາ​ການ​ທະຫານ​ອາກາດ ວ່າ​ດ້ວຍ​ການ​ອະນຸມັດ​ເປີດ​ຊຸດ​ຮຽນ​ຊັ້ນ​ຕົ້ນ​ເຮືອບິນ​ຂື້ນ​ຊື່ ແລະ ເຮືອບິນ​ປີກ​ຊຸດ​ທີ VIII ສົກ​ປີ 2024-2025 ໃນ ຄັ້ງ​ວັນ​ທີ 8 ພຶດສະພາ 2025 ຜ່ານ​ມາ​ນີ້, ມີ​ນັກ​ເຝິກ​ອົບຮົມ​ຈຳນວນ 57 ສະຫາຍ ມາ​ຮອດ​ປັດຈຸ​ບັນ​ແມ່ນ​ໄດ້​ສຳເລັດ 100% ຄື: ນັກຮຽນ​ນາຍ​ຊ່າງ​ຮຽນ​ປ່ຽນ​ຊະນິດ​ເຮືອບິນ​ປິກ ວິຊາ ຫົວ​ຈັກ-ລຳ​ຕົວ ມີ 7 ສະຫາຍ​ເສັງ​ໄດ້ 100% ໃນ​ນັ້ນ ເສັງ​ໄດ້​ປະເພດ​ດີ ຈຳນວນ 02 ສະຫາຍ ເທົ່າ​ກັບ 28,57 %, ເສັງ​ໄດ້​ປະເພດ​ກາງ​ຈຳນວນ 05 ສະຫາຍ ເທົ່າ​ກັບ 71, 42%, ວິຊາ ໂມງ​ໄຟຟ້າ-ວິທະຍຸ​ຣາ​ດາ ມີ 2 ສະຫາຍ ເສັງ​ໄດ້ 100% ເສັງ​ໄດ້​ປະເພດ​ດີເລີດ​ໄດ້ 1 ສະຫາຍ ເທົ່າ​ກັບ 50% ເສັງ​ໄດ້​ປະເພດ​ດີ 1 ສະຫາຍ ເທົ່າ​ກັບ 50%, ນັກຮຽນ​ນາຍ​ຊ່າງ​ຮຽນ​ປ່ຽນ​ຊະນິດ​ເຮືອບິນ​ຂຶ້ນ​ຊື່ ວິຊາ​ອາວຸດ ມີ 07 ສະຫາຍ ເສັງ​ໄດ້ 100%, ໃນ​ນັ້ນ ເສັງ​ໄດ້​ປະເພດ​ດີເລີດ ຈຳນວນ 2 ສະຫາຍ ເທົ່າ​ກັບ 28,57 %, ເສັງ​ໄດ້​ປະເພດ​ດີ ຈຳນວນ 5 ສະຫາຍ ເທົ່າ​ກັບ 71,42%, ນັກຮຽນ​ນາຍ​ຊ່າງ​ຊັ້ນ​ຕົ້ນ​ເຮືອບິນ​ປີກ ວິຊາ ຫົວ​ຈັກ-ລຳ​ຕົວ ມີ 09 ສະຫາຍ ເສັງ​ໄດ້ 100% ໃນ​ນັ້ນ, ເສັງ​ໄດ້​ປະເພດ​ດີເລີດ ຈຳນວນ 4 ສະຫາຍ ເທົ່າ​ກັບ 44,44 %, ເສັງ​ໄດ້​ປະເພດ​ດີ ຈຳນວນ 05 ສະຫາຍ ເທົ່າ​ກັບ 55,56%, ວິຊາ ໂມງ-ໄຟຟ້າ-ວິທະຍຸ​ຣາ​ດາ ມີ 6 ສະຫາຍ, ເສັງ​ໄດ້ 100%, ໃນ​ນັ້ນ ເສັງ​ໄດ້​ປະເພດ​ດີເລີດ ຈຳນວນ 4 ສະຫາຍ ເທົ່າ​ກັບ 66, 66 %, ເສັງ​ໄດ້​ປະເພດ​ດີ ຈຳນວນ 2 ສະຫາຍ ເທົ່າ​ກັບ 33,33%, ນັກຮຽນ​ນາຍ​ຊ່າງ​ຊັ້ນ​ຕົ້ນ​ເຮືອບິນ​ຂຶ້ນ​ຊື່ ວິຊາ ຫົວ​ຈັກ-ລຳ​ຕົວ ມີ 19 ສະຫາຍ, ເສັງ​ໄດ້ 100%, ໃນ​ນັ້ນ ເສັງ​ໄດ້​ປະເພດ​ດີເລີດ ຈຳນວນ 4 ສະຫາຍ ເທົ່າ​ກັບ 21,05 %, ເສັງ​ໄດ້​ປະເພດ​ດີ ຈຳນວນ 15 ສະຫາຍ ເທົ່າ​ກັບ 78, 94% ແລະ ວິຊາ ໂມງ-ໄຟຟ້າ-ວິທະຍຸ​ຣາ​ດາ ມີ 6 ສະຫາຍ ເສັງ​ໄດ້ 100%, ໃນ​ນັ້ນ ເສັງ​ໄດ້​ປະເພດ​ດີເລີດ ຈຳນວນ 2 ສະຫາຍ ເທົ່າ​ກັບ 33,33 %, ເສັງ​ໄດ້​ປະເພດ​ດີ ຈຳນວນ 4 ສະຫາຍ ເທົ່າ​ກັບ 66,66%, ໃນ​ຕອນ​ທ້າຍ​ຍັງ​ໄດ້​ມອບ​ໃບຢັ້ງຢືນ​ເປັນ​ຄູ​ອາຈານ​ໃຫ້​ຈຳນວນ 5 ສະຫາຍ ຕືມ​ອີກ. ໂດຍ: ນາງ ບົວ​ພັນ ເທີນ​ຜາ​ສຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ