ຄົ້ນຄວ້າປັບປຸງໂຄງປະກອບການຈັດຕັ້ງ ກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2026-05-05 15:38:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1901 | ຄວາມນິຍົມ: ![]()
ວັນທີ 5 ພຶດສະພາ 2026 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ເປີດກອງປະຊຸມຄົ້ນຄວ້າປັບປຸງໂຄງປະກອບການຈັດຕັ້ງ ປີ 2026-2030, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະຊີ້ນໍາລວມວຽກງານຄົ້ນຄວ້າ, ປັບປຸງໂຄງປະກອບການຈັດຕັ້ງ ກົມໃຫຍ່ເຕັກນິກ, ອະນຸກໍາມະການດ້ານເນື້ອໃນ, ບັນດາກົມວິຊາສະເພາະ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ອີງຕາມແຈ້ງການຂອງ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍສະຫຼຸບສັງລວມ ແຜນຄາດກະປັບປຸງກໍ່ສ້າງກໍາລັງກອງທັບ ແຕ່ປີ 2026-2030 ຂອງກົມໃຫຍ່ເຕັກນິກກອງທັບ, ອີງຕາມ ທິດຊີ້ນໍາຂອງຄະນະກົມໃຫຍ່ເຕັກນິກ ເພື່ອເປັນບ່ອນອີງ ໃຫ້ແກ່ການສືບຕໍ່ຈັດຕັ້ງຜັນຂະຫຍາຍ ວຽກງານປ້ອງກັນຊາດ ຕາມແນວທາງການທະຫານຂອງພັກໃນໄລຍະໃໝ່ ໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງລັດ, ເວົ້າລວມ, ເວົ້າສະເພາະ ປັບປຸງໂຄງສ້າງກົງຈັກການຈັດຕັ້ງ ຂອງກົມໃຫຍ່ເຕັກນິກກອງທັບ ໃຫ້ກະທັດຮັດ, ປະກອບອາວຸດ-ຍຸດໂທປະກອນທີ່ທັນສະໄໝ ແລະ ສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບປະຕິວັດ, ມີແບບແຜນທັນສະໄໝ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















